ຂ່າວ​ດີ! ເປີດນໍາໃຊ້ເວບໄຊ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

SA Game

ຂ​ປ​ລ

ກົມຄຸ້ມຄອງຊັບສິນແຫ່ງລັດກະຊວງການເງິນເປີດນໍາໃຊ້ເວບໄຊ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

ໃນວັນທີ 21 ເມສາ 2022 ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ເປີດນໍາໃຊ້ເວບໄຊ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໂດຍມີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ອາເລັກຊັນເດີ ເຄຣເມີ (Alexander Kremer) ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ, ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຄະນະພະແນກທີ່ມາຈາກບັນດາກົມອ້ອມຂ້າງກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ມີຄຳເຫັນວ່າ: ວຽກງານການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ແມ່ນມີຄວາມສໍາຄັນຫລາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນ ສປປ ລາວ.

ໃນນີ້, ວຽກງານການຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກໍແມ່ນມາດຕະການໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນ ໂດຍປະຕິບັດຕາມກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ແຜນງານຂອງທະນາຄານໂລກ ໃນການຊຸກຍູ້ການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ

SA Game
ຂ​ປ​ລ

ໂດຍການໃຫ້ທຶນຈາກສະຫະພາບເອີຣົບ, ວຽກງານການຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກໍແມ່ນວຽກງານໜຶ່ງທີ່ນອນຢູ່ໃນແຜນງານດັ່ງກ່າວ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກອົງ ການ ສະຫະພາບເອີຣົບ ຜ່ານທະນາຄານໂລກ ເພື່ອມາພັດທະນາ ແລະ ປັບປຸງລະບົບການຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ, ຕາມກົດໝາຍແມ່ນກະຊວງການເງິນຮັບຜິດຊອບ ໂດຍໄດ້ມອບໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ເປັນກົມວິຊາການຮັບຜິດຊອບ, ການພັດທະນາຫລັກມີ 2 ໜ້າວຽກຄື:

ສ້າງຂີດຄວາມສາມາດໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງໃຫ້ແກ່ພາກລັດ; ວຽກງານຫັນເປັນທັນສະໄໝກໍ່ຄືການສ້າງເວບໄຊ ເພື່ອເຜີຍແຜ່ກົດໝາຍ ແລະ ລະບຽບການຈັດຕັ້ງປະຕິບັດກົດໝາຍໃຫ້ກວ້າງຂວາງ ແລະ ບັນລຸຈຸດປະສົງ ແລະ ຫຼັກການ ຂອງກົດໝາຍຄື: ຮັບປະກັນດ້ານຫລັກການ, ສອດ ຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ສອດຄ່ອງກັບແຜນງົບປະມານແຫ່ງລັດ, ຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້, ປັດຈຸບັນນີ້ ການພັດທະນາເວບໄຊການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແມ່ນໄດ້ພັດທະນາສຳເລັດແລ້ວ ເຊິ່ງມີຊື່ວ່າ: ppmd.mof.gov.la ໂດຍໄດ້ເປີດນໍາໃຊ້ ແລະ ປະກາດໃຊ້ເປັນທາງການ.

SA Game
ຂ​ປ​ລ

ໃນພິທີດັ່ງກ່າວ, ຕາງໜ້າຈາກຫ້ອງການທະນາຄານໂລກປະຈໍາ ສປປ ລາວ ແລະ ຕາງໜ້າສະຖານທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນການນໍາໃຊ້ເວບໄຊ ດັ່ງກ່າວ, ທັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງຂອງບັນດາປະເທດຕ່າງໆ ແລະ ແນະນໍາໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເປັນຕົ້ນ ການສ້າງຂີດຄວາມສາມາດໃຫ້ແກ່ໜ່ວຍງານການຈັດຊື້-ຈັດຈ້າງ, ສ້າງບັນດາເຄື່ອງມືທີ່ຈະອໍານວຍຄວາມສະດວກຕໍ່ວຽກງານຈັດຊື້-ຈັດຈ້າງ, ເຜີຍແຜ່ໃຫ້ສັງຄົມ ແລະ ທຸກພາກສ່ວນ ໄດ້ຮັບຮູ້ເຂົ້າໃຈສາມາດເຂົ້າໄດ້ ເຖິງຂໍ້ມູນຕ່າງໆ ແລະ ນໍາໄປຈັດຕັ້ງປະຕິບັດໄດ້ຖືກຕ້ອງຕາມລະບຽບກກົດໝາຍທີ່ກໍານົດໄວ້. ການເປີດນໍາໃຊ້ເວບໄຊ ໃນຄັ້ງນີ້, ເປັນບາດກ້າວສໍາຄັນຂອງ ສປປ ລາວ ທີ່ຈະເຮັດໃຫ້ທຸກພາກສ່ວນສາມາດເຂົ້າໄດ້ເຖິງຂໍ້ມູນຕ່າງໆ ໃນວຽກງານການຈັດຊື້-ຈັດຈ້າງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ