ວຽງຈັນເຊັນເຕີ ຈັດ​ພິ​ທີ​ຮ່ວມ​ເຊັນສັນຍາຮ່ວມທຸລະກິດກັບ 8 ບໍລິສັດ

SA Game

ປະເທດລາວ Pathedlao

ພິ​ທີ​ຮ່ວມ​ເຊັນສັນຍາຮ່ວມທຸລະກິດຂອງ​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີກັບ 8 ບໍລິສັດ​

ສູນການຄ້າວຽງຈັນເຊັນເຕີ ໄດ້ເຊັນສັນ ຍາຮ່ວມທຸລະກິດ ກັບ 8 ບໍລິສັດ ປະກອບມີສິນຄ້າຍີ້ຫໍ້ດັງ 9 ຍີ້ຫໍ້ ເພື່ອເຂົ້າມາດໍາເນີນທຸລະກິດ ຢູ່ສູນການຄ້າວຽງຈັນເຊັນເຕີ ໃນວັນທີ 18 ສິງຫາ 2022 ນີ້, ໂດຍການຮ່ວມລົງນາມຂອງ ທ່ານ ເພິງເຖິງ (PengTeng) ຄະນະບໍລິຫານຝ່າຍປະຕິບັດການສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ ແລະ ຜູ້ຕາງໜ້າຈາກ 8 ບໍລິສັດ.

ພາກສ່ວນທີ່ຮ່ວມເຊັນສັນຍາ ໃນຄັ້ງນີ້ປະກອບມີ: ຮ້ານອາຫານ Osaka Fusion Buffet ຈະເປີດສາຂາໃໝ່ ຢູ່ວຽງຈັນເຊັນເຕີ ຊັ້ນ 1; ບໍລິສັດໂຊກທະວີ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈະເປີດສາຂາໃໝ່ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ 1; ບໍລິສັດ ເດລີເວີຣີ ຮີໂຣ ລາວຈໍາກັດຜູ້ດຽວ (Food Panda) ເປັນ app/platform ການສັ່ງຊື້-ຈັດສົ່ງອາຫານ ແລະ ເຄື່ອງກິນ, ເຄື່ອງໃຊ້ ຊັ້ນນຳໃນເຂດອາຊີ;

SA Game
ປະເທດລາວ Pathedlao

ສູນສຶກສາ B-You Chinese Education Consulting Center ເປັນສູນການສຶກສາທີ່ເນັ້ນໃຫ້ບໍລິການສອນພາສາຈີນເປັນຫລັກ ຈະເປີດສາຂາໃໝ່ທີ່ວຽງຈັນເຊັນເຕີຊັ້ນ 2; ບໍລິສັດຕົວແທນຈໍາໜ່າຍ Calvin Klein ເປັນກະເປົາແຟຊັນສັນຊາດອາເມລິກາ ຊື່ຫຍໍ້ທີ່ມັກຮ້ອງກັນວ່າ CK ຈະມາເປີດຈຳໜ່າຍ ຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2; ບໍລິສັດ pop & ploy shop ເປັນຕົວແທນຈໍາໜ່າຍເສື້ອຜ້າ ຍີ້ຫໍ້ JASPAL ແລະ LYN AROUND ເຂົ້າມາຈໍາໜ່າຍໃນປະເທດລາວ ທີ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2; ບໍລິສັດຕົວແທນຈໍາໜ່າຍ Suit 21st ເປັນເສື້ອຜ້າສູດ ທີ່ຜະລິດ ແລະ ອອກແບບໂດຍຄົນລາວ ນຳມາຈຳໜ່າຍທີ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2 ແລະ ບໍລິສັດຕົວແທນຈໍາໜ່າຍ KATE SPADE ເປັນກະເປົາສັນຊາດອາເມລິກາ ເຊິ່ງນຳມາຈຳໜ່າຍແລ້ວທີ່ສູນການຄ້າ ວຽງຈັນເຊັນເຕີ ຊັ້ນ 1.

SA Game
ປະເທດລາວ Pathedlao

ການເຊັນສັນຍາຮ່ວມທຸລະກິດ ໃນຄັ້ງນີ້, ແມ່ນເປັນຄັ້ງທີ 2 ເຊິ່ງໃນຕົ້ນປີ 2022 ສູນການຄ້າວຽງຈັນເຊັນເຕີ ໄດ້ເຊັນສັນຍາຮ່ວມທຸລະກິດກັບ 7 ບໍລິສັດ ລວມມືສິນຄ້າຍີ້ຫໍ້ດັງ 15 ຍີ້ຫໍ້. ນອກຈາກນີ້, ສູນການຄ້າວຽງຈັນເຊັນເຕີ ຍັງໄດ້ດຳເນີນທຸລະກິດສູນອາຫານຮູບແບບໃໝ່ ໃນຊື່ ວຽງຈັນ FOODCENTER ຢູ່ທີ່ຊັ້ນ 3 ພ້ອມໃຫ້ບໍລິການດ້ວຍອາຫານຫລາກຫລາຍປະເພດ ມີທັງອາຫານລາວ ແລະ ອາຫານນາໆຊາດ ພ້ອມດ້ວຍກິດຈະກຳອີ່ມຕະຫລອດທຸກເດືອນ ໂດຍມີຄໍາຂວັນທີ່ວ່າ: “ມາວຽງຈັນເຊັນເຕີອີ່ມແນ່ນອນ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.