ພິ​ທີເຊັນບົດບັນທຶກຄວາມເຂົ້າໃຈການສື່ສານໂທລະຄົມ ແບບຄົບວົງຈອນ

SA Game

ໂທລະໂຄ່ງ THOLAKHONG

ລາວ ໂທລະຄົມ ຮ່ວມມືທາງທຸລະກິດກັບ ບໍລິສັດ ຮ່ວມພັດທະນາສີທັນດອນບໍລິການສື່ສານໂທລະຄົມຄົບວົງຈອນ

ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ລະຫວ່າງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ໃນວັນທີ 12 ສິງຫາ 2022 ທີ່ສຳນັກງານໃຫ່ຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ມີ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຫຼີສຽງ ປະທານ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດຮ່ວມ​ງານ​ນຳ.

ລາວ ໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຊື່ອຫມັ້ນຈາກ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ເຊິ່ງເປັນ ບໍລິສັດລູກຂອງ ບໍລິສັດ ລາວ ມະຫານະທີ ສີທັນດອນ (ຮ່ອງກົງ) ລົງທືນ ຈໍາກັດ ໃນການຮ່ວມມືທາງທຸລະກິດ ການໃຫ້ບໍລິການທາງດ້ານ ການສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນ ແລະ ລະບົບ ICT Solutions ໃນເຂດເສດຖະກິດພິເສດ ມະຫານະທີສີພັນດອນ ແຂວງຈຳປາສັກ.

SA Game
ໂທລະໂຄ່ງ THOLAKHONG

ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ການໃຫ້ບໍລິການທາງດ້ານ ການສື່ສານໂທລະຄົມມະນາຄົມ ແລະ ລະບົບ ICT Solutions ໃນເຂດໂຄງການ ມະຫານະທີ ສີພັນດອນ ໃຫ້ມີຄຸນນະພາບ ແລະ ປະສິດທິພາບ ໂດຍທັງສອງຝ່າຍໄດ້ຕົກລົງເປັນຄູ່ຮ່ວມທຸລະກິດຍຸດທະສາດໄລຍະຍາວ

  • ດ້ານການກໍ່ສ້າງໂຄງລ່າງພື້ນຖານໂທລະຄົມມະນາຄົມ (Telecom Infrastructure Network), ການໃຫ້ບໍລິການ ໂທລະສັບມືຖື (Mobile Broadband Service)
  • ບໍລິການ ອິເຕີເນັດຄວາມໄວສູງ (Fixed Broadband Service),
  • ບໍລິການລະບົບ ICT Solutions ແລະ ການບໍລິການໃຫ້ເຊົ່າໂຄງລ່າງພື້ນຖານໂທລະຄົມມະນາຄົມ ໃນລາຄາທີ່ເຫມາະສົມ ດ້ວຍບໍລິການທີ່ມີຄຸນະພາບສູງ ໃຫ້ແກ່ລູກຄ້າ ແລະ ທຸລະກິດອ້ອມຂ້າງໃນໂຄງການ ມະຫານະທີ ສີທັນດອນ
SA Game
ໂທລະໂຄ່ງ THOLAKHONG

ໂຄງການ ມະຫານະທີ ສີພັນດອນ ເປັນເຂດເສດຖະກິດພິເສດ ທີ່ນັບໄດ້ວ່າເປັນເມກາໂປເຈັກ (Mega Project) ຂອງ ສປປ ລາວ ອີກໂຄງການຫນຶ່ງທີ່ລັດຖະບານ ໄດ້ໃຫ້ອະນຸຍາດແກ່ນັກລົງທຶນເຂົ້າໄປດຳເນີນການພັດທະນາພື້ນທີ່ ແລະ ໄດ້ເລີ້ມດຳເນີນວຽກງານດ້ານການກໍ່ສ້າງ ໄປຕາມແຜນການພັດທະນາຂອງໂຄງການທີ່ວາງອອກ ເຊິ່ງ ລາວ ໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈຈາກທາງຜູ້ລົງທືນ ໃຫ້ເປັນຄູ່ຮ່ວມທຸລະກິດຫລັກ ໃນການໃຫ້ບໍລິການ ດ້ານການສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນ.

SA Game
ໂທລະໂຄ່ງ THOLAKHONG

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ໂທ​ລະ​ໂຄງ