ປະຊຸມຄະ​ນະ​ບໍ​ລິ​ຫານ​ເມືອງ​ທຸ​ລະ​ຄົມ​ ປະເມີນ ແລະ ຖອດ​ຖອນ​ບົດ​ຮຽນ

SA Game

ເມືອງທຸລະຄົມ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງທຸລະຄົມ ໄລຍະແຕ່ປີ 2020 ຫາ 6 ເດືອນຕົ້ນປີ 2022

ໃນວັນທີ 18 ສິງຫາ 2022 ໄດ້​ມີກອງປະຊຸມຄົບຄະນະບໍລິຫານງານພັກເມືອງທຸລະຄົມ ໄລຍະແຕ່ປີ 2020 ຫາ 6 ເດືອນຕົ້ນປີ 2022 ຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາຄະນະບໍ ລິຫານງານພັກເມືອງ, ເຈົ້າເມືອງທຸລະຄົມ ໂດຍມີ ສະຫາຍ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງທຸລະຄົມ, ມີສະຫາຍຮອງເລ ຂາພັກເມືອງ, ຄະນະປະຈໍາພັກເມືອງ, ຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ອົງການ ແລະ ເລຂາໜ່ວຍພັກໂຮງຮຽນທົ່ວເມືອງເຂົ້າຮ່ວມ.

ສະຫາຍ ນາງ ວົງເດືອນ ວັດຕະໂສ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນການປະເມີນ, ຕີລາຄາ ແລະ ຖອດຖອນບົດຮຽນດ້ານດີ, ດ້ານຄົງຄ້າງ ແລະ ວາງແຜນຊີ້ນໍາ-ນໍາພາວຽກງານໃນຕໍ່ໜ້າ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ຕິດຕາມຮັບຟັງບັນດາເອກະສານ ແລະ ປະກອບຄໍາຢ່າງສ້າງສັນທີ່ສັງລວມຈາກການປະຕິບັດວຽກງານທີ່ຕົນຮັບຜິດຊອບຊີ້ນໍາ, ຮັບປະກັນໃຫ້ກອງປະຊຸມມີເນື້ອໃນທີ່ຄົບຖ້ວນສົມບູນ.

SA Game
ເມືອງທຸລະຄົມ

ພ້ອມນີ້, ກອງປະຊຸມຍັງໄດ້ເຊື່ອມຊຶມເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫາານພັກແຂວງວຽງຈັນ ຄັ້ງທີ 7 ສະໄໝທີ VI, ລາຍງານການເມືອງກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ກາງສະໄໝ ຂອງຄະນະບໍລິຫານງານພັກເມືອງທຸລະຄົມ, ບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກາງສະໄໝ.

ໂອກາດນີ້, ສະຫາຍ ນາງ ຈັນທະບູນ ໂພສາລາດ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເປັນຕົ້ນ ຕ້ອງສັງລວມບັນຫາທີ່ຄົງຄ້າງ ແລະ ສືບຕໍ່ບຸກທະລຸແກ້ໄຂວຽກງານໃນຂອດທີ່ຍັງເຮັດບໍ່ໄດ້ດີໃຫ້ສໍາເລັດ ເພື່ອປັບປຸງພັດທະນາຫັນປ່ຽນໄປສູ່ອັນໃໝ່ທີ່ຕັ້ງໜ້າ; ຕ້ອງຖືເອົາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະ ກິດ ແລະ ແກ້ໄຂບັນຫາຢາເສບຕິດ ຄຽງຄູ່ກັບການປະຕິບັດວຽກງານອີກ 2 ປີເຄິ່ງຕໍ່ໜ້າຢ່າງມີຫົວຄິດປະດິດສ້າງ ໃຫ້ເປັນຮູບປະທໍາ

ໃຫ້ສືບຕໍ່ຂຸດຄົ້ນລາຍຮັບຂອງຂະແໜງການ, ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ຫລື ລື່ນຄາດໝາຍ ເພື່ອຮັກສາຄວາມສົມດູນລະຫວ່າງແຜນລາຍຮັບ ແລະ ລາຍຈ່າຍຂອງເມືອງ ໄປພ້ອມກັບການຂຸດຄົ້ນທ່າແຮງບົ່ມຊ້ອນ ອື່ນໆຂອງເມືອງ, ສູ້ຊົນຍາດແຍ່ງການລົງທຶນໃນຂະແໜງການທີ່ມີທ່າ ແຮງ, ຊຸກຍູ້ສົ່ງເສີມຮີດຄອງປະເພນີ, ອະນຸລັກຮັກສາມູນເຊື້ອວັດທະນະທໍາຂອງຊາວເມືອງ, ຂອງບັນດາເຜົ່າໃຫ້ໝັ້ນຄົງ, ຍູ້ແຮງ ແລະ ດຶງດູດການທ່ອງທ່ຽວໃຫ້ມີຫລາຍສີ ສັນດ້ວຍຫລາຍກິດຈະກໍາ ປະສົມປະສານກັບປະເພນີຂອງທ້ອງຖິ່ນ ເພື່ອກະຈາຍລາຍໄດ້ສູ້ຄົວເຮືອນ, ຊົມຊົນ ຕາມນະໂຍ ບາຍຂອງລັດຖະບານ ແລະ ອົງການປົກຄອງທຸກຂັ້ນວາງອອກ

SA Game
ເມືອງທຸລະຄົມ

ຕ້ອງສູ້ຊົນຍາດແຍ່ງແຂ່ງຂັນກັນສ້າງຜົນງານ ເພື່ອຕີຈັງຫວະໃຫ້ຂະບວນວຽກງານຮອບດ້ານດໍາເນີນຢ່າງຖືກທິດ, ສອດຄ່ອງ ແລະ ຕ້ອງເພີ່ມທະວີວຽກງານສ້າງບ້ານນາມ ມະຍົດຕ່າງໆໃຫ້ໄດ້ທັງປະລິມານ ແລະ ຄຸນຸນະພາບ; ຕ້ອງຮັກສາໃຫ້ໄດ້ແບບຢ່າງການ ນໍາພາທີ່ດີ, ເຕົ້າໂຮມຄວາມສາມັກຄີຊັ້ນຄົນຕ່າງໆຄ, ຈໍາກັດ ແລະ ແກ້ໄຂໃຫ້ໄດ້ແນວຄິດອາດຍາສິດ, ແນວຄິດຄັບແຄບ, ຈຸ້ມເຈື້ອ ແລະ ສິ່ງຫຍໍ້ທໍ້ອື່ນໆ ທີ່ອາດກະທົບຕໍ່ການນໍາພາ, ຕ້ອງເດັດດ່ຽວໜຽວແໜ້ນສຸມໃສ່ຊີ້ນໍາທຸກຂົງເຂດວຽກງານ ໃຫ້ດໍາເນີນໄປຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ເມືອງທຸລະຄົມ.