ລົດ​ໃໝ່! ພິ​ທີມອບ-ຮັບ ລົດ​ນຳ​ສົ່​ງ​ຄົນ​ເຈັບ​ໃຫ້​ບັນ​ດາ​ໂຮງ​ໝໍ​ສູນ​ກາງ

SA Game

laoedaily.com.

​ພິ​ທີ​ມອບ-ຮັບ​ລົດ​ນຳ​ສົ່ງ​ຄົນ​ເຈັບ​ໃຫ້ໂຮງໝໍສູນກາງ ແລະ ທ້ອງຖິ່ນເພື່ອບໍລິການດ້ານສຸຂະພາບ.

ໃນວັນທີ 27 ກັນຍາ 2021 ທີ່ກະຊວງສາທາລະນະສຸກ, ໄດ້​ມີພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ອາບູແລ້ນ (Ambulances) ຈໍານວນ 50 ຄັນ ລວມມູນຄ່າທັງໝົດ 2.700.000 ໂດລາສະຫະລັດ(USD) ໃຫ້ແກ່ບັນດາໂຮງໝໍສູນກາງ ແລະ ໂຮງໝໍຊຸມຊົນທົ່ວປະເທດ, ໂດຍການມອບຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ່ານຕາງໜ້າແຕ່ລະແຂວງຈາກສາທາລະນະສຸກເຂົ້າຮ່ວມ.

ທ່ານ ສະໜອງ ທອງຊະນະ ໄດ້ກ່າວວ່າ: ຈໍານວນລົດທີ່ນໍາມາມອບໃນຄັ້ງນີ້ແມ່ນທຶນກູ້ຢືມຂອງລັດຖະບານ ຈາກທະນາຄານພັດທະນາອາຊີ, ຊຶ່ງມະຕິຂອງກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ ໄດ້ກໍານົດແນວທາງສາທາລະນະສຸກ ໄວ້ວ່າ: ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ.

ປະຕິຮູບສາທາລະນະສຸກ ຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ ວຽກງານຈຸດສຸມປະຕິຮູບສາທາລະນະສຸກໄລຍະ III (2021-2025), ແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ຕາມ 8 ແຜນງານ, 48 ແຜນງານຍ່ອຍ ແລະ 139 ໂຄງການ

SA Game
laoedaily.com.

ແນໃສ່ບັນລຸເປົ້າໝາຍການປົກຄຸມສຸຂະພາບທົ່ວປວງຊົນ ດ້ວຍການຍົກລະດັບຄຸນນະພາບຂອງການບໍລິການ ຫັນເປັນທັນສະໄໝ, ຮັບປະກັນໃຫ້ທຸກຄົນ ໄດ້ເຂົ້າເຖິງການບໍລິການ ໃນເວລາເຈັບເປັນໂດຍຫຼີກເວັ້ນບັນຫາດ້ານການເງິນ ໄປຄຽງຄູ່ກັບການສ້າງເງື່ອນໄຂກຸ້ມຕົນເອງເທື່ອລະກ້າວ ຕາມທິດທີ່ຍືນຍົງໂດຍບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ.

ປີ 2021 ແມ່ນ ປີທໍາອິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ແຜ່ລາມໄປຫຼາຍແຂວງ ແລະ ເປັນໄພອັນຕະລາຍຮ້າຍແຮງຕໍ່ການຈັດຕັ້ງປະຕິບັດການບໍລິການທາງດ້ານການແພດຢູ່ໂຮງໝໍລະດັບຕ່າງໆໃນທົ່ວປະເທດແມ່ນມີຕົວເລກບໍລິການທີ່ຫຼຸດລົງ, ການເຂົ້າເຖິງການບໍລິການ ສາທາລະນະສຸກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ,

ການນຳສົ່ງຄົນເຈັບ ບໍ່ວ່າຈະເປັນການນຳສົ່ງແມ່ຍິງຖືພາ ທີ່ມີບັນຫາ, ແມ່ຍິງເກີດລູກຕົກເລືອດ, ເດັກເຈັບ, ອຸບັດຕິເຫດທ້ອງຖະໜົນ ແລະ ອື່ນໆ ທີ່ຈະນຳສົ່ງຈາກໂຮງໝໍໜຶ່ງໄປຫາໂຮງໝໍອື່ນທີ່ມີການບໍລິການທີ່ສູງກວ່າ ຍັງເປັນບັນຫາຫຼາຍສົມຄວນຍ້ອນບໍ່ມີພາຫະນະນຳສົ່ງທີ່ເໝາະສົມ, ອັນທີ່ມີກໍເກົ່າ ເຮັດໃຫ້ມີການເສຍຊີວິດ ໃນໂຮງໝໍ ແລະ ໃນລະຫວ່າງການນຳສົ່ງມີຕົວເລກສູງ.

SA Game
laoedaily.com.

ດັ່ງນັ້ນ,ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນ ແລະ ຕ້ອງແກ້ໄຂຢ່າງຮີບດ່ວນ ຈຶ່ງໄດ້ຕົກລົງແກ້ໄຂການເຂົ້າເຖິງການບໍລິການຂອງປະຊາຊົນ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ຍິງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ຈຶ່ງໄດ້ກູ້ຢືມຈາກທະນາຄາານພັດທະນາອາຊີ ເພື່ອຈັດຊື້ ລົດ Ambulances ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ,

ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈຶ່ງບໍ່ອາດຈັດພິທີມອບຮັບເວລາດຽວໄດ້ ຈະເຮັດໃຫ້ມີຄົນຫຼາຍ ຈຶ່ງໄດ້ແບ່ງພິທີຮັບເປັນ 2 ຄັ້ງຄື: ຄັ້ງທີ 1 ແມ່ນ ວັນຈັນທີ 27 ກັນຍາ 2021 ແລະ ຄັ້ງທີ 2 ແມ່ນຈະມອບຮັບ ວັນທີ 28-29 ກັນຍາ 2021 ທີ່ຈະມາເຖິງນີ້, ໃນພິທີມອບ-ຮັບຄັ້ງທີໜຶ່ງນີ້ ແມ່ນຈໍານວນ 11 ແຂວງ, ນະຄອນຫລວງ ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວແລະ ຮັກສາສຸຂະພາບຕາ.

ນອກຈາກນີ້, ພວກເຮົາຍັງຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນຕື່ມ 81 ຄັນ ແຈກຢາຍໄປກ່ອນນີ້ 7 ຄັນ ຍັງ 74 ຄັນ ແມ່ນຈະໄດ້ແຈກຢາຍໃຫ້ບັນດາໂຮງໝໍແຂວງ, ໂຮງໝໍຊຸມຊົນ ທີ່ຍັງບໍ່ທັນໄດ້ຮັບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.