ດ່ວນ! ປິດ​ຕະ​ຫລາດທົ່ງ​ຂັນ​ຄຳ​ເຖິງ​ສິ້ນ​ເດືອນ​ເຫດ​ໂຄວິດ-19 ລະ​ບາດຕະ​ຫລາດ

SA Game

laoedaily.com.

ຕະຫຼາດທົ່ງຂັນຄຳຕ້ອງ​ໄດ້​ປິດເປັນການດ່ວນ ​ເນືອງ​ຈາກ​ໂຄວິດ-19 ລະ​ບາດ​ຢູ່​ຕະ​ຫລາດ.

ຈາກ​ສະ​ຖາ​ນະ​ການ​ປະ​ຈຸ​ບັນການລະບາດຂອງໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ມາເຖິງປັດຈຸບັນແມ່ນຍັງໜັກໜ່ວງຢູ່ ອີງຕາມຕົວເລກຜູ້ຕິດເຊື້ອໃນຊຸມຊົນໃນແຕ່ລະວັນ ແລະ ເຫັນໄດ້ວ່າມີການແຜ່ລະບາດເປັນວົງກວ້າງຂຶ້ນ​ເລື້ອຍໆ ແລະ ຫາກ​ຍັງ​ບໍ່​ມີ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ອັນ​ເດັດ​ຂາດ ຄົງ​ເປັນ​ການ​ຢາກ​ຈະ​ເອົາ​ຢູ່ ແລະ ມີ​ແນວ​ໂນ້ມ​ຄວບ​ຄຸມ​ໄດ້​ຍາກ​ກວ່າ​ທີ່​ຜ່ານ​ມາ.

ຫຼ້າສຸດນີ້ ກໍ່ເຫັນໄດ້ວ່າຍັງມີ ຊາວຄ້າຂາຍຢູ່ຕະຫຼາດທົ່ງຂັນຄຳຕິດເຊື້ອໂຄວິດ-19 ດັ່ງນັ້ນ, ຈຶ່ງຕ້ອງແຈ້ງການປິດຕະຫຼາດນີ້ ພ້ອມທັງໃຫ້ທຸກຄົນໃນພື້ນທີ່ໄປກວດຫາເຊື້ອດ່ວນ ເພື່ອ​ປ້ອງ​ກັນ​ການ​ແພ​ຂະ​ຫຍາຍ​ອອກ​ເປັນ​ວົງ​ກ້​ວາງ ແລະ ໃຫ້​ບັນ​ດາ​ພໍ​ຄ້າ​ຊາວ​ຂາຍ​ໃຫ້​ກັກ​ຕົວ​ເອງ​ຢູ່​ບ້ານ ແລະ ໄປ​ກວດ​ຫາ​ເຊື້ອ​ໂຄວິດ-19ໂດຍ​ດ່ວນ.

SA Game
laoedaily.com.

ຕໍ່ກັບບັນຫາດັ່ງກ່າວ, ເມືອງຈັນທະບູລີ ຈຶ່ງໄດ້ອອກແຈ້ງການເລກທີ 914/ຈມ.ຈລ ລົງວັນທີ 27 ກັນຍາ 2021 ໃຫ້ໂຈະຊົ່ວຄາວການເປີດຕະຫຼາດ ເພື່ອສີດຂ້າເຊື້ອ ແລະກວດເຊື້ອກຸ່ທສ່ຽງສາກ່ອນ.

ໂດຍແຈ້ງການລະບຸວ່າ: ປະຈຸບັນໄດ້ມີການແຜ່ລະບາດໃນຊຸມຊົນເປັນຈໍານວນຫຼວງຫຼາຍ, ສໍາລັບ ຕະຫຼາດພາກເຊົ້າ , ບ້ານ ທົ່ງຂັນຄໍາ, ເມືອງຈັນທະບູລີ ເຊິ່ງມີຊາວຄ້າຂາຍຕິດເຊື້ອພະຍາດໂຄວິດ19 ຈິ່ງໃຫ້ປະຕິບັດດັ່ງນີ້:

  1. ໃຫ້ໂຈະຊົ່ວຄາວການເປີດບໍລິການຕະຫຼາດພາກເຊົ້າ 1 , ຕະຫຼາດພາກເຊົ້າ 2 ຕັ້ງຢູ່ບ້ານ ທົ່ງຂັນຄໍາ, ເມືອງ, ຈັນທະບູລີ ນັບແຕ່ວັນທີ 27-30 ກັນຍາ 2021 ເປັນຕົ້ນໄປ ເພື່ອໃຫ້ດໍາເນີນການສີດຢາຂ້າເຊື້ອ ແລະ ເຮັດອານາໄມ ຄວາມສະອາດ ໃນທົ່ວບໍລິເວນຕະຫຼາດ ແລະ ຈຸດຂາຍສິນຄ້າ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ, ໃຫ້ ຊາວຄ້າຂາຍທັງຫມົດຢູ່ໃນ ຕະຫຼາດ ແລະ ຂອບເຂດດ້ານນອກຕະຫຼາດ ໃນວົງລັດສະຫນີ ທີ່ຂະແຫນງສາທາລະນະສຸກກໍານົດ ໃຫ້ໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ແຈ້ງເຈົ້າຂອງຕະຫຼາດ, ຈັດສັນຕະຫຼາດ, ໂຄສະນາເຜີຍແຜ່ ແລະ ແຈ້ງໃຫ້ຊາວຄ້າຂາຍ, ພະນັກງານຂອງຕົນບໍ່ໃຫ້ແຕກຕື່ນ ແລະ ຕິດຕາມອາການຂອງຕົນເອງຢູ່ບ້ານ ( ໃນໄລຍະ ນີ້ບໍ່ໃຫ້ຊາວຄ້າຂາຍດັ່ງກ່າວໄປຂາຍຢູ່ຈຸດອື່ນໆ ເນື່ອງຈາກຈະເປັນການແຜ່ເຊື້ອ ).
  2. ໃຫ້ສືບຕໍ່ຕິດຕາມທິດຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19 ຕື່ມ ເພຶ່ອເປັນບ່ອນອີງໃນການພິຈາລະນາອານຸຍາດໃຫ້ສືບຕໍ່ເປີດ ຫຼື ປິດ ການບໍລິການຄ້າຂາຍ ຢູ່ໃນສະຖານທີ່ດັ່ງກ່າວ.
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com