ຈະ​ລົງ​ທືນ​ຢູ່​ລາວ​ຕ້ອງ​ຮູ້! ມາ​ເບິ່ງ​ອັດ​ຕາ​ຂອງການເກັບຄ່າທໍານຽມຢູ່ ສ​ປ​ປ ລາວ.

SA Game

laoedaily.com.

ອັດຕາ ການເກັບຄ່າທໍານຽມຂອງ ສ​ປ​ປ ລາວ ຂະແໜງການ ແຜນການ ແລະ ການລົງທຶນ.

ການ​ທີ່​ຈະ​ເຮັດ​ທຸ​ລະ​ກິດ ຫລື ຈະ​ລົງ​ທືນ​ຫຍັງ​ກໍ​ຕ້ອງ​ໄດ້​ຮູ້​ຂໍ້​ມູນ​ໃຫ້​ລະ​ອຽດ​ກ່ອນ​ຈະ​ດີ​ທີ່​ສຸດ, ແລະ ເປັນ​ໂອ​ກາດ​ດີ​ທີ່​ຈະ​ໄດ້​ນຳ​ເອົາ​ຂໍ້​ມູນ​ການ​ເກັບ​ຄ່າ​ທຳ​ນຽນ​ຢູ່ ສ​ປ​ປ ລາວ ໃນ​ຂະ​ແໜງ​ການ ແຜນ​ການ ແລະ ການ​ລົງ​ທືນມາ​ໃຫ້​ຮູ້​ນຳ​ກັນ​ເຊິ່ງ​ຈະ​ມີ​ລາຍ​ລະ​ອຽດ​ດັ່ງ​ນີ້.

ໃນລັດຖະບັນຍັດ ຂອງປະເທດປະເທດ ສະບັບເລກທີ 002/ປປທ ລົງວັນທທີ 17 ມິຖຸນາ 2021 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ມີທັງໝົດXIພາກ 60 ມາດຕາ ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການວິຊາການຂອງຂະແໜງການລັດ ເພື່ອຄຸ້ມຄອງການຈັດເກັບ ຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ.

SA Game
laoedaily.com.

ມື້ນີ້ຈະມານຳສະເໜີພາກທີ IV ຄ່າທຳນຽມ ແລະ ຄ່າບໍລິການ ຂົງເຂດເສດຖະກິດ ໃນໝວດທີ 1 ຂະແໜງການ ແຜນການ ແລະ ການລົງທຶນ. ໃນ ມາດຕາ 14 ໄດ້ກຳນົດຄ່າທໍານຽມ ຂະແໜງການ ແຜນການ ແລະ ການລົງທຶນ ດັ່ງນີ້:

-ເອກະສານຢັ້ງຢືນການປ່ຽນແປງພື້ນຖານນິຕິກຳ ເຊັ່ນ: ເອກະສານດັດແກ້ໃບອະນຸຍາດລົງທຶນ, ການປ່ຽນອຳນວຍການ, ການປ່ຽນແປງທີ່ຕັ້ງ, ການປ່ຽນແປງຂາຮຸ້ນ, ເພີ່ມ ຫຼື ຫຼຸດ ທຶນຈົດທະບຽນ ແລະ ໃບຢັ້ງຢືນອື່ນໆ ເກັບໃນອັດຕາ 50.000 ກີບ;
-ໃບອະນຸຍາດລົງທຶນ, ໃບອະນຸຍາດທຸລະກິດພາຍໃນ ໄປລົງທຶນຕ່າງປະເທດ, ໃບອະນຸຍາດຫ້ອງການຕາງໜ້າ, ໃບສົ່ງເສີມການລົງທຶນ ເກັບໃນອັດຕາ 200.000 ກີບ;

-ໃບຢັ້ງຢືນຮັບຮອງແຜນນຳເຂົ້າປະຈຳປີ, ຢັ້ງຢືນແຜນນຳເຂົ້າເພີ່ມເຕີມ ເກັບໃນອັດຕາ 50.000 ກີບ;
-ໜັງສືຂໍອະນຸຍາດເອກະສານຄໍ້າປະກັນ (IM8) ເອົາສິນຄ້າອອກຈາກດ່ານ ເກັບໃນອັດຕາ 50.000 ກີບ;
-ໜັງສືສິ້ນສຸດອາຍຸການໃຫ້ນະໂຍບາຍຕໍ່ພາຫະນະ ທີ່ຍົກເວັ້ນພາສີ, ອາກອນ ນໍາເຂົ້າ ເກັບໃນອັດຕາ 50.000 ກີບ;
-ໜັງສືຕໍ່ອາຍຸການນໍາເຂົ້າຊົ່ວຄາວ ສໍາລັບພາຫະນະ ແລະ ອຸປະກອນຕ່າງໆ ທີ່ໄດ້ຮັບນະໂຍບາຍນໍາເຂົ້າຊົ່ວຄາວ ເກັບໃນອັດຕາ 50.000 ກີບ;
-ໜັງສືອະນຸຍາດນຳອອກຄືນ ສຳລັບ ພາຫະນະ ແລະ ອຸປະກອນຕ່າງໆ ທີ່ໄດ້ຮັບນະໂຍບາຍນໍາເຂົ້າຊົ່ວຄາວ ເກັບໃນອັດຕາ 50.000 ກີບ.

ສ່ວນມາດຕາ 15 ຄ່າບໍລິການ: ຄ່າບໍລິການ ຂະແໜງການ ແຜນການ ແລະ ການລົງທຶນ ໃຫ້ຈັດເກັບ ດັ່ງນີ້:
ແບບພີມໃບຄຳຮ້ອງຂໍລົງທຶນ ເກັບໃນອັດຕາ 50.000 ກີບ; ແບບພີມເອກະສານບົດບັນທຶກຄວາມເຂົ້າໃຈ, ສັນຍາໂຄງການສຳປະທານ ເກັບໃນອັດຕາ 500.000 ກີບ; ຂໍ້ມູນການລົງທຶນ ເກັບໃນອັດຕາ 50.000 ກີບ; ການອອກໃບທະບຽນວິສາຫະກິດ, ໃບຢັ້ງຢືນຕົວເລກອາກອນ, ເຮັດກາປະທັບ, ເຮັດບັດພັກເຊົາ ແລະ ວີຊາທຸລະກິດ ເກັບໃນອັດຕາ 50.000 ກີບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.