ປະທານປະເທດ ລາວ​ຢ້ຽມ​ຢາມແຂວງຢຸນນານ ສ​ປ​ ຈີນ

SA Game

Lao National Radio

ແຂວງຢຸນນານ ສ​ປ​ ຈີນ ຕ້ອນ​ຮັບເລຂາທິການໃຫຍ່ ປະທານປະເທດ ​ໃນ​ການຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່ ສປ ຈີນ

ປະທານປະເທດ ເດີນ​ທາງໄປຢ້ຽມຢາມແຂວງຢຸນນານ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ຢ້ຽມຢາມນະຄອນສົງຊິ້ງ, ສປ ຈີນ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຢວນ ເຈ່ຍຈຸນ, ກໍາມະການກົມການເມືອງສູນກາງພັກກອມມູ ນິດຈີນ, ເລຂາພັກນະຄອນສົງຊິ້ງ ໃນວັນທີ 19 ມິຖຸນາ 2023.

ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດໃນການສ້າງສາພັດທະນາເສດຖະກິດ -ສັງ ຄົມ ພາຍໃຕ້ການຊີ້ນໍານໍາພາຂອງ ຄະນະ ພັກ-ອໍານາດການປົກຄອງ ຂອງ ນະຄອນສົງຊິ້ງ

ໂດຍສະເພາະແມ່ນ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ, ການລົບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຍຸດທະສາດການສ້າງສາພັດທະນານະຄອນສົງຊິ້ງ ໃຫ້ເປັນສູນກາງເຂດເສດຖະກິດຂະໜາດໃຫຍ່, ທັງເປັນສູນກາງໃນການເຊື່ອມໂຍງການພັດທະນາ ແລະ ການຂົນສົ່ງທາງບົກ-ທາງທະເລ ກັບເຂດພາກຕາເວັນຕົກຂອງຈີນ ແລະ ສາກົນ

SA Game
Lao National Radio

ໄດ້ຕີລາຄາສູງຕໍ່ ຄະນະພັກ-ອໍານາດການປົກຄອງ ນະຄອນສົງຊິ້ງ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ກໍ່ຄື ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດຂອງສອງພັກ ໃນການຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ງລວງເລິກ ແລະ ແຕກດອອກອອກຜົນ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ລົງເລິກແລກປ່ຽນຄໍາຄິດເຫັນ ກ່ຽວກັບ ທິດທາງໃນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ນະຄອນສົງຊິ້ງ ໃນຕໍ່ຫນ້າ ໂດຍໄດ້ສະເຫນີໃຫ້ ສອງຝ່າຍ ສືບຕໍ່ຂຸດຄົ້ນການຮ່ວມມື ໃນດ້ານຕ່າງໆ ທີ່ສອງຝ່າຍມີທ່າແຮງ, ເປັນຕົ້ນແມ່ນ ດ້ານການຂົນສົ່ງສິນຄ້າ ລະຫວ່າງ ລາວ-ສົງຊິ້ງ ຜ່ານທາງລົດໄຟ ລາວ-ຈີນ, ເຊິ່ງຈະເປັນການເປີດຕະຫຼາດລາວ ສູ່ເຂດພາກກາງ-ຕາເວັນຕົກຂອງຈີນ ທັງເປັນເງື່ອນໄຂເອື້ອຍອຳ ນວຍໃຫ້ແກ່ໃນການສົ່ງສິນຄ້າລາວໄປຕ່າງປະເທດ ຜ່ານສົງຊິ້ງ ກໍຄື ການຂົນສົ່ງສິນຄ້າ ຈາກ ນະຄອນສົງຊິ້ງ ໄປ ສປປ ລາວ ແລະ ປະເທດອາຊຽນ

ສະເຫນີໃຫ້ສອງຝ່າຍ ສືບຕໍ່ເສີມຂະຫຍາຍການໄປມາຫາສູ່ກັນ, ລົງເລິກການແລກປ່ຽນຖອດຖອນບົດຮຽນ ທາງດ້ານວຽກງານແນວຄິດ-ທິດສະດີ ກໍຄື ບົດຮຽນໃນການພັດທະນາຊົນນະບົດ, ການລົບລ້າງຄວາມທຸກຍາກຂອງປະຊາຊົນ ນັບມື້ນັບຫຼາຍຂຶ້ນ.

ພ້ອມນັ້ນ ກໍ່ໄດ້ສະເໜີໃຫ້ ສົງຊິ້ງ ຊ່ວຍຊຸກຍູ້ຂົນຂວາຍນັກລົງທຶນ ແລະ ວິສາຫະກິດຂອງຕົນ ໄປລົງທຶນຢູ່ ສປປ ລາວ ແລະ ຊຸກຍູ້ໃຫ້ປະຊາຊົນຈີນ ໄປທ່ອງທ່ຽວຢູ່ ສປປ ລາວ ຫຼາຍຂຶ້ນກວ່າເກົ່າ.

SA Game
Lao National Radio
ສະຫາຍ ຢວນ ເຈ່ຍຈຸນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປ ຈີນ ກໍ່ຄື ນະຄອນສົງຊິ້ງ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບ ສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງ ນະຄອນສົງຊິ້ງ ກໍຄື ບັນດາຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ສົງຊິ້ງ-ສປປ ລາວ ໃນໄລຍະຜ່ານມາ
ສະຫາຍ ໄດ້ສະແດງຄວາມຂອບໃຈຝ່າຍລາວ ທີ່ໄດ້ໃຫ້ການສະຫນັບສະຫນູນ ແລະ ສົ່ງຄະນະຜູ້ແທນຂອງລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ຈັດຂຶ້ນຢູ່ ນະຄອນສົງຊິ້ງ ໃນບໍ່ດົນຜ່ານມານີ້ ແລະ ໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ໍຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ລະຫວ່າງ ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ຫນ້າ ໃຫ້ມີຫມາກມີຜົນຕົວຈິງທີ່ໃຫຍ່ຫລວງກວ່າເກົ່າ.

ໃນໂອກາດຢ້ຽມຢາມ ນະຄອນສົງຊິ້ງ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢ້ຽມ ຢາມຫໍມູນເຊື້ອປະຕິວັດຫົງແຢນ ເຊິ່ງເປັນສະຖານທີ່ປະຫວັດສາດທີ່ສຳຄັນຂອງພັກກອມມູນິດຈີນ, ຢ້ຽມຢາມພື້ນຖານການຜະລິດອຸດສາຫະກໍາທີ່ສໍາຄັນ ຂອງ ນະຄອນສົງຊິ້ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio