ລາວ-ໄທ ແລກປ່ຽນຮ່ວມມືສົ່ງເສີມພັດທະນາບຸກຄະລາກອນ ກິລາ

SA Game ລາວ-ໄທ

ຂປລ.

ຮ່ວມ​ມືແລກປ່ຽນການຮ່ວມມືພັດທະນາບຸກຄະລາກອນ ລາວ-ໄທ ດ້ານບຸກຄະລາກອນ ກິລາ

ລາວ-ໄທ ຮ່ວມ​ມື​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ດ້ານ​ກິ​ລາ​ໂດຍ​ສອງ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ຄະນະວິທະຍາສາດການກິລາ-ກາຍະກຳ(ຄວກ) ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະວິທະຍາສາດການກິລາ ມະຫາວິທະຍາໄລ(ມລ) ຈຸລາລົງກອນ ປະເທດໄທ ໄດ້ຕົກລົງຮ່ວມມືກັນສົ່ງເສີມ ແລະ ພັດທະນາບຸກຄະລາກອນຂອງສອງຝ່າຍ ກໍຄື ສອງຊາດ ລາວ-ໄທ ແລະ ໄທ-ລາວ ດ້ວຍການແລກປ່ຽນການຮ່ວມມືດ້ານວິທະຍາສາດການກິລາ, ການຄົ້ນຄວ້າວິໄຈດ້ານກິລາ, ການຝຶກອົບຮົມໄລ ຍະສັ້ນ ແລະ ໄລຍະຍາວວິທະຍາສາດການກິລາ ແລະ ແລກປ່ຽນຄູ-ອາຈານ ແລະ ນັກສຶກສາ ເຊິ່ງກັນ ແລະ ກັນ.

ພິທີເຊັນສັນຍາບົດບັນທຶກການຮ່ວມມື(MOA) ໄດ້ມີຂຶ້ນໃນວັນທີ 20 ມິຖຸນາ 2023 ທີ່ ມະຫາວິ ທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ປອ ອິນຕອງ ເລີດສິນໄຊ ຄະນະບໍດີ ຄະ ນະວິທະຍາສາດການກິລາ-ກາຍະກຳ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ດຣ ໄຊພັດ ຣໍສິຣິຣັດ ຄະນະບໍດີ ຄະນະວິທະຍາສາດການກິລາ ມະຫາວິທະຍາໄລຈຸລາລົງກອນ(ປະເທດໄທ) ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາຮອງຄະນະບໍດີ ຂອງທັງສອງພາກສ່ວນ, ຄູອາຈານ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງພ້ອມພຽງ.

SA Game
ຂປລ.

ສຳລັບເນື້ອໃນບົດບັນທຶກສັນຍາການຮ່ວມມື ໄດ້ເນັ້ນເພີ່ມທະວີການແລກປ່ຽນ ແລະ ຮ່ວມມືດ້ານການສຶກສາ ໂດຍສະເພາະໄດ້ຕົກລົງເຂົ້າຮ່ວມການສ້າງ ບົດບັນທຶກສັນຍາການຮ່ວມມື (MOA) ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ໃນການສ້າງຕັ້ງການຮ່ວມມືດ້ານກິດຈະກຳການສຶກສາ ແລະ ຄົ້ນຄວ້າວິໄຈ ທີ່ກ່ຽວຂ້ອງກັບການພັດທະນາ ແນໃສ່ສົ່ງເສີມຜົນປະໂຫຍດຮ່ວມກັນຂອງສອງສະຖາບັນ ໂດຍໄດ້ມີການກໍານົດໄວ້ ຄື:

ຕ້ອງມີໂຄງການຝຶກອົບຮົມລວມ ທັງຫລັກສູດທີ່ມີການຮັບຮອງວຸດທິການສຶກສາ ແລະ ບໍ່ມີວຸດທິ, ການຮ່ວມມືຄົ້ນຄວ້າວິໄຈໃນຂົງເຂດ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ການແລກປ່ຽນເອກະ ສານທາງວິຊາການທີ່ສອງຝ່າຍມີ, ການແລກປ່ຽນນັກວິຊາການໃນການພັດທະນາວຽກງານວິຊາການ ເພື່ອຄວາມກ້າວໜ້າທາງວິຊາການ ແລະ ສະໜັບສະໜູນການຮ່ວມມືກັນຈັດສຳມະນາ, ກອງປະຊຸມປະຕິບັດການ ແລະ ກອງປະຊຸມວິຊາການອື່ນໆ ກ່ຽວກັບບັນຫາທີ່ມີຄວາມສົນໃຈຮ່ວມກັນ.

SA Game
ຂປລ.

ໂດຍບົດສະເໜີວຽກງານຮ່ວມມື ດ້ານວິຊາການສະບັບນີ້ ຈະໄດ້ສະເໜີຜ່ານບັນດາຄະນະນຳຂອງແຕ່ລະສະຖາບັນ ແລະ ແຕ່ລະຝ່າຍຈະສະເໜີຊື່ສະມາຊິກຂອງຕົນ ເປັນຜູ້ຕາງໜ້າຮັບຜິດຊອບໂຄງການຮ່ວມມື ແຜນງານຂອງບຸກຄົນພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະຕ້ອງຮ່ວມກັນ ແລະ ຈັດຕັ້ງປະຕິບັດໂດຍ ຜູ້ໄດ້ຮັບມອບໝາຍຈາກທັງສອງຝ່າຍ ແລະ ຄວາມຄືບໜ້າຂອງໜ້າວຽກຂອງແຕ່ລະໂຄງ ການ ຕ້ອງໄດ້ຮັບການກວດສອບ ແລະ ຢັ້ງຢືນຈາກເຈົ້າໜ້າທີ່ໂຄງການ ທີ່ໄດ້ຮັບມອບໝາຍຈາກສອງຝ່າຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.