ທັດສະນະສຶກສາ ເຂດພັດທະນາກວມລວມໄຊເສດຖາຂອງນັກສຶກສາ

SA Game ທັດສະນະສຶກສາ

ຂປລ.

ນັກສຶກສາທິດສະດີການເມືອງ-ການປົກຄອງຂັ້ນສູງ ທັດສະນະສຶກສາ ຢູ່ເຂດພັດທະນາກວມລວມໄຊເສດຖາ

ທັດສະນະສຶກສາ ຢູ່​ເຂດພັດທະນາກວມລວມໄຊເສດຖາເຊິ່ງ​ເປັນ​ເຂດ​ເສດ​ຖະ​ກິດ​ໃໝ່​ຂອງ​ນະ​ຄອນ​ຫລວງວຽງ​ຈັນ, ເຂດດັ່ງກ່າວມີຄວາມຕ້ອງການແຮງງານ2000ຄົນ ແລະ​ ເປີດ​ຮັບ​ສະ​ໝັກ​ຢູ່​, ເພື່ອ​ເປັນ​ເພື່ອນ​ຮ່ວມ​ພັດ​ທະ​ນາ​ໄປ​ນຳ​ກັນ, ໃນ​ກາ ນ​ທັດ​ສະ​ນະ​ສືກ​ສາ ຂອງ ຄະນະອາຈານ ແລະ ນັກສຶກສາ ທິດສະດີການເມືອງ-ການປົກຄອງ ຂັ້ນສູງລະບົບ 9 ເດືອນຮຸ່ນທີ II ໃນວັນທີ 23 ມິຖຸນາ 2023, ມີຈໍານວນ 59 ທ່ານ

ໃນນັ້ນ ຍິງ 13 ທ່ານ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ນໍາພາໂດຍ ອາຈານ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເຊິ່ງການທັດສະນະສຶກສາຄັ້ງນີ້ ແມ່ນກິດຈະກໍາໜຶ່ງທີ່ນອນຢູ່ໃນຫຼັກສູດການຮຽນ-ການສອນ ສຳລັບນັກສຶກສາຂັ້ນສູງລະບົບເລັ່ງລັດ 9 ເດືອນ.

ໂອກາດດັ່ງກ່າວ, ທ່ານ ລັດສະໝີ ສູນດາລາ ຫົວໜ້າຂະແໜງແຮງງານ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໂດຍຫຍໍ້ ວ່າ: “ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ປະກອບມີເຂດເສດຖະກິດພິເສດ 05 ເຂດຄື:

SA Game
ຂປລ.

ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈິດສະຕິກ ນະຄອນຫຼວງວຽງຈັນ.

ໃນເນື້ອທີ່ສໍາປະທານທັງໝົດ 2.360 ເຮັກຕາ ໄລຍະຜ່ານມາ ຄຂສພ.ນວ ໄດ້ສຸມໃສ່ການບໍລິຫານຄຸ້ມຄອງຕາມກົນໄກ, ນິຕິກໍາຂອງເຂດເສດຖະກິດພິເສດ ຊຶ່ງໄດ້ເຮັດ ໃຫ້ການພັດທະນາ, ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນວຽກງານດຶງດູດການລົງທຶນ, ການພັດທະນາພຶ້ນຖານໂຄງລ່າງ, ການສ້າງວຽກເຮັດງານທໍາ, ການຖ່າຍທອດເຕັກໂນໂລຊີ, ການປະກອບສ່ວນພັນທະ ເຂົ້າງົບປະມານຂອງລັດ, ການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ອື່ນໆ.

ປັດຈຸບັນ ມີບໍລິສັດທີ່ເຂົ້າມາຈົດທະບຽນລົງທຶນທັງໝົດ 205 ບໍລິສັດ, ມີແຜນການລົງທຶນທັງໝົດ 6,3 ຕື້ໂດລາສະຫະລັດ, ມີທຶນຈົດທະບຽນ 913 ລ້ານໂດລາສະຫະລັດ ແລະ ການລົງທຶນຕົວຈິງ 2,8 ຕື້ໂດລາສະຫະລັດ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 242 ຕື້ກີບ; ການນໍາເຂົ້າ-ສົ່ງອອກ ມີມູນຄ່າ 3,9 ຕື້ໂດລາສະຫະລັດ, ສາມາດສ້າງວຽກເຮັດງານທໍາໄດ້ 6.256 ຄົນ, ແຮງງານລາວ 5.162 ຄົນ ແລະ ແຮງງານຕ່າງປະເທດ 1.095 ຄົນ”.

ສະເພາະ ເຂດພັດທະນາກວມລວມໄຊເຊດຖາ ເປັນໂຄງການຮ່ວມທຶນລະຫວ່າງສອງລັດຖະບານ ລາວ-ຈີນ ໂດຍມອບໃຫ້ ອໍານາດການປົກຄອງ ນະຄອນຫຼວງວຽງຈັນ ເປັນຕົວແທນລັດຖະບານ ສປປ ລາວ ຖືຫຸ້ນ 25% ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ ສປ ຈີນ ຖືຮຸ້ນ 75%.

ໂຄງການນີ້ ສ້າງຂຶ້ນໃນປີ 2010 ເພື່ອພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ ໂລຈິດສະຕິກ.

SA Game
ຂປລ.

ປັດຈຸບັນເຂດພັດທະນາກວມລວມໄຊເສດຖາ ມີບໍລິສັດ ເຂົ້າມາລົງທຶນ 114 ບໍລິສັດ, ມີທຶນຈົດທະບຽນ 426 ລ້ານໂດລາສະຫະລັດ, ແຜນການລົງທຶນ 2,4 ຕື້ໂດລາສະຫະລັດ, ມີມູນຄ່າການລົງທຶນຕົວຈິງພາຍໃນເຂດ 2,1 ຕື້ໂດລາສະຫະລັດ. ມີແຮງງານພາຍໃນເຂດ ທັງໝົດ 4.983 ຄົນ, ແຮງງານລາວ 3.968 ຄົນ, ແຮງງານຕ່າງປະເທດ 1.015 ຄົນ, ເຊິ່ງປັດຈຸບັນເຂດດັ່ງກ່າວ ມີຄວາມຕ້ອງການແຮງງານເຖິງ 2.000 ຄົນ.ບັນດາບໍລິສັດທີ່ເຂົ້າມາລົງທຶນ ປະກອບດ້ວຍ ບໍລິສັດ ໂຮຢາລາວ ຈໍາກັດ ຈາກປະເທດ ຢີ່ປຸ່ນ ເປັນໂຮງງານຜະລິດເລນແວ່ນຕາ ແລະ ແຜ່ນຮາດດິສ ເພື່ອສົ່ງອອກ, ບໍລິສັດ ຄວາມຫວັງ ໃໝ່ ຈໍາກັດ ຜະລິດຫົວອາຫານສັດ ເພື່ອຈໍາໜ່າຍທັງພາຍໃນ ແລະ ສົ່ງອອກ ຕ່າງປະເທດ ໂດຍຮັບຊື້ວັດຖຸດິບຈາກປະຊາຊົນລາວ, ບໍລິສັດ ຕັດຫຍິບເປເຕີຈໍາກັດ, ບໍລິສັດ ຈົງຮຸ້ນ ໂຊລາເຊວ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.