ລາວ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ນຳ​ພາຊ່ຽວ​ຊານ​ສາກົນຈັດຂຽນປຶ້ມຄຸ້ມ​ຄອງ​ແມ່​ນ້ຳ

SA Game

ພາບ​: laoedaily.com.

ທິມ​ງານ​ລາວໄດ້​ຮັບ​ຄວາມ​ເຊືອ​ໝັ້ນນຳພາ​ຊ່ຽວ​ຊານສາກົນຈັດຂຽນປຶ້ມການຄຸ້ມຄອງແມ່ນໍ້າ.

ຖື​ວ່າ​ເປັນ​ອີກ​ຜົນ​ງານ​ໜຶ່ງ​ຂອງ​ຄົນ​ລາວ ສຳ​ລັບ​ການ​ເປັນ​ຜູ້​ນຳ​ພາ​ລະ​ດັບ​ສາ​ກົນທີ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ສາ​ກົນ​ໃນ​ການນຳ​ພາ​ຊ່ຽວ​ຊານ​ທີ່​ມີ​ຊື່​ສຽງ​ຈາກ​ຫລາຍ​ປະ​ເທດ​ສ້າງ​ປ​ຶ້ມ River Basin Organizations in Water Diplomacy ທີ່ຖືກຕີພິມໃນຕົ້ນປີ 2021 ນີ້ ເປັນປຶ້ມລະດັບສາກົນກ່ຽວກັບການຮ່ວມມືການຄຸ້ມຄອງນ້ຳແບບການທູດ.

ປະເທດຕ່າງໆໃນໂລກລ້ວນແລ້ວແຕ່ໃຊ້ຊັບພະຍາກອນນ້ຳຮ່ວມກັນ ບໍ່ວ່າຈະເປັນແມ່ນ້ຳນາຍ ໃນທະວີບອາຟຣິກກາມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນກວ່າ 100 ລ້ານຄົນ, ແມ່ນໍ້າດານູບທີ່ໄຫຼຜ່ານ 19 ປະເທດໃນເອີຣົບ ຫຼື ແມ່ນໍ້າຂອງທີ່ໄຫຼຜ່ານ 6 ປະເທດ ລວມເຖິງປະເທດລາວ.

ການນຳໃຊ້ນໍ້າທີ່ບໍ່ຍືນຍົງ, ການກັກນໍ້າເພື່ອການກະເສດ ແລະ ອື່ນໆເປັນປັດໄຈທີ່ກໍ່ໃຫ້ເກີດການຂັດແຍ່ງລະຫວ່າງປະເທດທີ່ໄດ້ຜົນປະໂຫຍດຈາກແມ່ນໍ້າສາຍດຽວກັນ.

SA Game
ພາບ​: laoedaily.com.

 

ເນື້ອໃນຂອງປຶ້ມດັ່ງກ່າວຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງປະເທດ, ທ່ານ ອານຸລັກ ກິດຕິຄຸນ ກ່າວວ່າ: ບັນດາລັດຖະບານລ້ວນແລ້ວແຕ່ມີທ່າອ່ຽງທີ່ຈະຮ່ວມມືກັນ ແລະ ປັດໄຈຕົ້ນຕໍໃນການບັນລຸຄວາມສະຖຽນລະພາບຂອງບັນດາປະເທດລຸ່ມແມ່ນໍ້າ ແມ່ນການປະຕິບັດແຜນງານດ້ານສະຖາບັນ ໂດຍສະເພາະແມ່ນບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ( RBO ).

ຜູ້ທີ່ດັດແກ້ປຶ້ມຫົວນີ້ທັງສອງ ທ່ານ ອານຸລັກ ກິດຕິຄຸນ ທີ່ຈົບປະລິນຍາເອກທາງດ້ານວິທະຍາສາດການເມືອງ ຈາກປະເທດສະຫະລັດອາເມຣິກາ ແລະ ມີປະສົບການເຮັດວຽກການຄຸ້ມຄອງນໍ້າແບບການທູດ ກວ່າ 10 ປີ ແລະ ທ່ານ ດຣ. ຊູຊານ ຊະໄມເອີ ຮອງສາດສະດາຈານຊາວເຢຍລະມັນ ທີ່ສະຖາບັນ IHE Delft ໄດ້ກ່າວໃນພິທີເປີດໂຕປຶ້ມດັ່ງກ່າວຜ່ານການຖ່າຍທອດສົດທາງເຟສ ບຸ໊ກ.

ສະພາບການທີ່ແຕກຕ່າງກັນໃນທົ່ວຂົງເຂດ ແລະ ຄວາມຫຼາກຫຼາຍຂອງສາຍແມ່ນໍ້າ ລ້ວນແຕ່ສົ່ງຜົນຕໍ່ວິທີການເຮັດວຽກຂອງບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ, ປັດໄຈຕ່າງໆແມ່ນຈະໄດ້ແກ່:

  1. ສະພາບເງື່ອນໄຂທາງດ້ານວັດຖຸ ແລະ ອຸທົກກະສາດ: ນັບຕັ້ງແຕ່ແມ່ນໍ້າເຂດແຫ້ງແລ້ງຈົນເຖິງແມ່ນໍ້າທີ່ມີ ຄວາມອຸດົມສົມບູນ.
  2. ການພັດທະນາເສດຖະກິດ – ສັງຄົມ ແລະ ການເຊື່ອມໂຍງພາກພື້ນ: ຈາກພາກພື້ນທີ່ທຸກຍາກ ເຊັ່ນ: ພາກກາງ ແລະ ພາກຕາເວັນຕົກຂອງອາຟຣິກກາ ຈົນຮອດເຂດທີ່ພັດທະນາຢ່າງໄວວາ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ເອີຣົບ ແລະ ອາເມຣິກາ.
  3. ຂະໜາດ/ອໍານາດ/ອິດທິພົນຂອງປະເທດ ແລະ ຜົນປະໂຫຍດພາຍນອກ.
SA Game
ພາບ​: laoedaily.com.

ປື້ມ “ ບົດບາດຂອງອົງການລຸ່ມແມ່ນໍ້າໃນວຽກງານການທູດເທິງນ່ານນໍ້າ ” ( River Basin Organizations in Water Diplomacy ) ໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ຊ່ຽວຊານ ແລະ ນັກສັງເກດການໃນທົ່ວໂລກ.

ທ່ານ ເຈເຣມີ້ ເບີດ ອະດີດຫົວໜ້າສະຖາບັນຄຸ້ມຄອງນໍ້າສາກົນ ກ່າວວ່າ: ປຶ້ມຫົວນີ້ສະແດງໃຫ້ເຫັນເຖິງວິທີການແກ້ໄຂບັນຫາດ້ານການພັດທະນາຂອງບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນຫຼາຍແຫ່ງທີ່ມີຄວາມແຕກຕ່າງກັນໃນດ້ານການເມືອງ, ວັດທະນະທຳ ແລະ ທີ່ຕັ້ງ.

ອະດີດປະທານາທິບໍດີ ສະໂລເວເນຍ ແລະ ອະດີດຮອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ດານິໂລ້ ເຕີກ ຜູ້ທີ່ຮັບໜ້າທີ່ເປັນປະທານຂອງຄະນະກໍາມະການລະດັບສູງດ້ານນໍ້າ ແລະ ສັນຕິພາບໂລກ ໄດ້ຂຽນວ່າ: “ ປຶ້ມຫົວນີ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ໃນຖານະທີ່ເປັນອົງປະກອບສຳຄັນໃນເວທີໂລກ ແລະ ຄວນມີການກະຕຸ້ນໃຫ້ມີແນວຄວາມຄິດເພີ່ມຕື່ມກ່ຽວກັບນະວັດຕະກຳທີ່ຈຳເປັນໃນການຊ່ວຍເພີ່ມທະວີການຮ່ວມມືທາງນໍ້າໃຫ້ເປັນເຄື່ອງມືສ້າງສັນຕິພາບທີ່ສໍາຄັນໃນທົ່ວໂລກ ”.

ທ່ານ ອານຸລັກ ກ່າວສະຫຼຸບວ່າ: ພວກເຮົາຫວັງວ່າປຶ້ມດັ່ງກ່າວຈະສ້າງແຮງບັນດານໃຈໃຫ້ກັບບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ແລະ ຄູ່ຮ່ວມມືໃນການແລກປ່ຽນ ຄວາມຮູ້, ສ້າງຄວາມເຂັ້ມແຂງ, ແກ້ໄຂຈຸດອ່ອນ ແລະ ຫຼຸດຊ່ອງວ່າງຕ່າງໆ ເພື່ອຮັບໃຊ້ບັນດາປະເທດ ແລະ ຊຸມຊົນທີ່ອາໄສຢູ່ຕິດກັບແມ່ນໍ້າໃນທົ່ວໂລກໃຫ້ດີຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.