ຜູ້​ເດີນ​ທາງ​ເຂົ້າ​ລາວ​ຕ້ອງ​ຈຳ​ກັດ​ບໍ​ລິ​ເວນ​ຕົນ​ເອງ​ໃຫ້​ຄົບ 14 ວັນ

SA Game

ພາບ​: laoedaily.com.

ການ​ເດີນ​ທາງ​ເຂົ້າ​ລາວຮຽກຮ້ອງໃຫ້ປະ​ຕິ​ບັດ​ການຈໍາກັດບໍລິເວນຕົນເອງຈົນຄົບ 14ວັນ.

ຜ່ານ​ມາ​ໄລ​ຍະ​ໜຶ່ງ​ແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງທຸກພາກສ່ວນເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ໂດຍສະເພາະ ຜູ້ເດີນທາງເຂົ້າລາວ ຂໍໃຫ້ການຮ່ວມມື ຈໍາກັດບໍລິເວນຕົນເອງ ຈົນຄົບກໍານົດ 14 ວັນ, ​ໃນ​ການ​ຖະ​ແຫຼງ​ຂອງຄະນະສະເພາະກິດ ວັນທີ 10 ກຸມພາ 2021 ຜ່ານ​ມາ.

ໃນວັນທີ 11 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ  ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ມີ​ການຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ​ໃນ ສ​ປ​ປ ລາວ​ ໂດຍເນື້ອ​ໃນ​ລາຍ​ລະ​ອຽດ​ມີ​ດັ່ງ​ນີ້:

SA Game
ພາບ​: laoedaily.com.

ຕອນແລງ ຂອງວັນທີ 10 ກຸມພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາຜ່ານຈຸດຜ່ານແດນຕ່າງໆ ທັງໝົດ 2.310 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 10 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 195 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 107,208 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ. ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 4 ຄົນ ແມ່ນສືບຕໍ່ ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

SA Game
ພາບ​: laoedaily.com.

ບັນຫາສຳຄັນແມ່ນ ປະເທດເພື່ອນບ້ານຂອງພວກເຮົາ ນັບແຕ່ມີການລະບາດຮອບໃໝ່ເກີດຂຶ້ນພາຍໃນປະເທດ ສັງເກດເຫັນວ່າ ສະເພາະແຕ່ແຂວງດຽວ ມີຜູ້ຕິດເຊື້ອສະສົມສູງເຖິງ 1 ໝື່ນກວ່າຄົນ ແລະ ມີຜູ້ຕິດເຊື້ອໃໝ່ 1 ຮ້ອຍກວ່າຄົນຕໍ່ມື້; ຕໍ່ກັບສະພາບການດັ່ງກ່າວ ຂໍຮຽກຮ້ອງໃຫ້ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ໃຫ້ການຮ່ວມມື ໃນການຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ພ້ອມທັງ ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.

ແນວໃດກໍ່ຕາມ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຍົກສູງຄວາມຮັບຜິດຊອບ ສືບຕໍ່ຮ່ວມໃຈກັນປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 111/ຫສນຍ, ລົງວັນທີ 01 ກຸມພາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ພ້ອມ
ດຽວກັນ ກໍ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນການລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ໃນປະເທດຂອງພວກເຮົາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la