ການ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ຜົນ​ດີ​ໃຫ້​ແກ່​ປະ​ເທດ​ລາວ​ຫລາຍ

SA Game

ພາບ​: laoedaily.com.

ການ​ທີ່​ລາວ​ເຮົາ​ໄດ້ເຂົ້າ​ອົງ​ການ​ການ​ຄ້າ​ໂລກ 8ປີ​ຜ່ານ​ມາ ຖື​ວ່າໄດ້ຜົນປະໂຫຍດຫຼາຍຢ່າງ.

ການ​ທີ່ ສປປ ລາວເຮົາໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ  ແລະ ຫາ​ກໍ​ຄົບ​ຮອບ 8 ປີ ໃນວັນທີ 2 ກຸມພາ 2021 ຜ່ານ​ມານີ້ ການເຂົ້າເປັນສະມາຊິກ ບໍ່ພຽງແຕ່ແມ່ນການເປີດຕະຫຼາດສິນຄ້າ ແລະ ການບໍລິການເທົ່ານັ້ນ ແຕ່ຍັງເປັນການປັບປຸງນິຕິກໍາກໍຄືລະບຽບການຕ່າງໆ ທີ່ຕິດພັນກັບການຄ້າຂອງຕົນໃຫ້ສອດຄ່ອງກັບຫຼັກການສາກົນ, ໃນຂະນະດຽວກັນກໍເປັນການຊຸກຍູ້ໃຫ້ປະຕິບັດກົດກະຕິກາສາກົນ, ຫຼີກລຽງການສ້າງອຸປະສັກທາງດ້ານການຄ້າທີ່ບໍ່ສົມເຫດສົມຜົນ.

ດັ່ງນັ້ນ, ພາກລັດ ແລະ ທຸລະກິດ ຕ້ອງໄດ້ປະສານສົມທົບກັນຢ່າງກົມກຽວ ເພື່ອເຮັດແນວໃດໃຫ້ສາມາດຍາດແຍ່ງເອົາຜົນປະໂຫຍດອັນສູງສຸດຈາກການເຂົ້າເປັນສະມາຊິກອົງການການຄ້າໂລກ ( ອຄລ ) ມາສູ່ປະເທດຊາດ ກໍຄືການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ເພື່ອພັດທະນາເສດຖະກິດ – ສັງຄົມ ແລະ ຍົກສູງລະດັບການດຳລົງຊີວິດຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.

SA Game
ພາບ​: laoedaily.com.

ພວກເຮົາຈະຕ້ອງໄດ້ຮັບຮູ້ວ່າຜົນປະໂຫຍດຈາກການເຂົ້າເປັນສະມາຊິກ ອຄລ ບໍ່ໄດ້ມາແບບອັດຕະໂນມັດ ແຕ່ຕ້ອງແລກກັບການປັບປຸງລະບຽບການພາຍໃນໃຫ້ໂປ່ງໃສ ແລະ ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ແລະ ພາກທຸລະກິດກໍຕ້ອງໄດ້ປັບປຸງຄຸນນະພາບຂອງສິນຄ້າ ແລະ ການບໍລິການ ເພື່ອໃຫ້ສາມາດແຂ່ງຂັນໄດ້ທັງໃນເວທີພາຍໃນ, ພາກພື້ນ ແລະ ຕະຫຼາດສາກົນ ໄປຄຽງຄູ່ກັບການຮຽນຮູ້ກົດກະຕິກາການຄ້າສາກົນ ໂດຍສະເພາະລະບຽບການຂອງອົງການການຄ້າໂລກ ແລະ ສັນຍາເຂດການຄ້າເສລີຂອງພາກພື້ນທີ່ ສປປ ລາວ ເປັນພາ ຄີ.

ຍ້ອນການປັບປຸງບັນດານິຕິກຳຕ່າງໆໃຫ້ມີຄວາມໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃນການດຳເນີນທຸລະກິດ ຈຶ່ງເຮັດໃຫ້ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ນະໂຍບາຍການຄ້າ ແລະ ການລົງທຶນຂອງ ສປປ ລາວ ເຊິ່ງເຫັນໄດ້ຈາກການເຂົ້າມາລົງທຶນໃນ ສປປ ລາວ ຂອງຫຼາຍໆບໍລິສັດຂ້າມຊາດຂະໜາດໃຫຍ່. ນອກຈາກນີ້, ມູນຄ່າການລົງທຶນ, ການສົ່ງອອກສິນຄ້າຂອງ ສປປ ລາວ ກໍໄດ້ເພີ່ມຂຶ້ນນັບມື້ໃນຕະຫຼອດໄລຍະ 8 ປີຜ່ານມາ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວໃນກອງປະຊຸມແລກປ່ຽນຄວາມຄິດເຫັນເນື່ອງໃນໂອກາດການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ຄົບຮອບ 8 ປີ ວ່າ:

ຕະຫຼອດ 8 ປີຂອງການເປັນສະມາຊິກອົງການການຄ້າໂລກ ( ອຄລ ), ສປປ ລາວ ໄດ້ສຸມເຫື່ອເທແຮງເຂົ້າໃນການຈັດຕັ້ງປະຕິບັດບັນດາພັນທະດ້ວຍການປັບປຸງນິຕິກຳຕ່າງໆໃຫ້ມີຄວາມສອດຄ່ອງ, ມີຄວາມໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ຄວາມສະດວກໃນການດຳເນີນທຸລະກິດ ເພື່ອເຮັດໃຫ້ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ນະໂຍບາຍການຄ້າ ແລະ ການລົງທຶນຂອງ ສປປ ລາວ.

SA Game
ພາບ​: laoedaily.com.

ສຳລັບ ສປປ ລາວ ການຍາດແຍ່ງເອົາຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແມ່ນເຫັນໄດ້ຢ່າງຈະແຈ້ງຈາກການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຈລະຈາບັນຫາໃໝ່ໃນ ອຄລ ໂດຍສະເພາະແມ່ນການເຂົ້າຮ່ວມຖະແຫຼງການໃນວຽກງານການຄ້າທາງເອເລັກໂຕຣນິກ ແລະ ກໍເພື່ອຮັບປະກັນການເອື້ອອໍານວຍຜົນປະໂຫຍດແກ່ການພັດທະນາການຄ້າທາງເອເລັກໂຕຣ ນິກຂອງກຸ່ມປະເທດດ້ອຍພັດທະນາ.

ເຊິ່ງມີກໍານົດຂອບເຂດມູນຄ່າຊື້ – ຂາຍຜ່ານທາງເອເລັກໂຕຣນິກທີ່ມີການຍົກເວັ້ນອາກອນ ແລະ ຫຼຸດຜ່ອນຂອດຂັ້ນຕ່າງໆ ເພື່ອໃຫ້ມີຄວາມງ່າຍດາຍໃນການສົ່ງອອກ.

ຄຽງຄູ່ກັນນີ້, ສປປ ລາວ ກໍຍັງເປັນພາຄີຂອງສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົ້າຮ່ວມເປັນພາຄີຂອງສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ ( Information Technology Agreement: ITA ) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ, ການສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຕະຫຼອດຮອດການດຶງດູດການລົງທຶນໃນຂົງເຂດດັ່ງກ່າວ ຜ່ານການເປັນຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ສາກົນ. ສິ່ງສໍາຄັນເຫັນວ່າໝວດສິນຄ້າ ITA ແມ່ນຜະລິດຕະພັນທີ່ເປັນປັດໄຈສໍາຄັນພື້ນຖານໃນການສົ່ງເສີມພັດທະນາດ້ານການສື່ສານ, ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນະວັດຕະກໍາໃໝ່ໆຕາມແຜນປະຊາຄົມເສດຖະກິດອາຊຽນ 2025.

ຂະນະທີ່ ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວສະແດງ ຄວາມຊົມເຊີຍ, ຄວາມສຳເລັດອັນສຳຄັນນີ້ຂອງລັດຖະບານລາວ, ລັດຖະບານສະຫະລັດອາເມຣິກາ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ຫຼາຍໂຄງການທີ່ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ຫຼາຍກວ່າ 10 ປີ ແລະ ໂຄງລ່າງພື້ນຖານທາງດ້ານກົດໝາຍໃໝ່ໆທີ່ຕິດພັນກັບຊັບສິນດ້ານປັນຍາ ແລະ ການຄ້າ, ພ້ອມທັງການສ້າງຈົດໝາຍເຫດທາງລັດຖະການ ເພື່ອເປັນເວທີໃຫ້ສາທາລະນະໄດ້ມີໂອກາດປະກອບຄຳຄິດເຫັນໃນຂັ້ນຕອນຕ່າງໆຂອງການສ້າງລະບຽບການ ແລະ ກົດໝາຍ.

ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ການກະກຽມການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນຍຸກເສດຖະກິດດິຈິຕອນ ຈັດຂຶ້ນໃນວັນທີ 2 ກຸມພາ 2021 ທີ່ກະຊວງ ອຄ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາປະຈຳລາວ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ຈຳນວນ 200 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.