ລາຄາຄຳພຸ່ງຂຶ້ນ ກວ່າລ້ານກີບຕໍ່ໜຶ່ງບາດ ໃນ​ຕົ້ນເດືອນ​ມີ​ນາ​ນີ້

SA Game

ເຮຮາການເງິນ

ຮອດ​ຕົ້ນເດືອນ 3 ຂອງປີ 2022 ລາຄາຄຳປັບຂຶ້ນຫລາຍ​ກວ່າລ້ານກີບຕໍ່ໜຶ່ງບາດແລ້ວ.

ລາ​ຄາ​ຄຳ​ໄດ້​ມີ​ການ​ເໜັ່ງ​ຕີງ​ມາ​ໄດ້​ໄລ​ຍະ​ໜຶ່ງ​ແລ​້ວ, ຕາມ​ຂໍ້​ມູນ​ຂອງສະມາຄົມຄຳເຄື່ອງປະດັບ ແລະ ອັນຍະມະນີລາວ ໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ລາຄາຄຳແພງທີ່ສຸດເປັນປະຫວັດສາດລາວ 1 ບາດ 11.799.000 ກີບນີ້ ແມ່ນມາຈາກການທີ່ໄດ້ຮັບຜົນກະທົບຫຼາຍດ້ານ ບໍ່ວ່າຈະເປັນດ້ານເສດຖະກິດພາຍໃນ ພວກເຮົາມີຄ່າຄອງຊີບທີ່ສູງຂຶ້ນ.

ໃນນີ້, ອັດຕາແລກປ່ຽນທີ່ສູງຂຶ້ນ (ເງິນເຟີ້) ແມ່ນເປັນຜົນກະທົບທຳອິດທີ່ເຮັດໃຫ້ລາຄາຄຳເພີ່ມຂຶ້ນໃນ ສປປ ລາວ ເພາະຖ້າທຽບໃສ່ເມື່ອກ່ອນອັດຕາແລກລະຫວ່າງເງິນກີບກັບໂດລາສະຫະລັດ ກໍຈະຕ່ຳກວ່ານີ້ ແລະ ຄຳຕ້ອງໄດ້ອ້າງອີງຈາກລາຄາຄຳໃນຕະຫຼາດໂລກ ເມື່ອປ່ຽນເປັນເງິນກີບ.
SA Game
ເຮຮາການເງິນ
ເຊິ່ງສະເພາະລາຄາທີ່ປ່ຽນແປງເງິນກີບ ເພີ່ມຈາກ 8.000 ກີບຕໍ່ໂດລາ ໃນເມື່ອກ່ອນ ເປັນ 11.500 ກີບຕໍ່ໂດລາໃນປັດຈຸບັນ ຈະເຫັນວ່າເພີ່ມຂຶ້ນຫຼາຍສະເພາະແຕ່ອັດຕາແລກປ່ຽນ, ບວກກັບສະພາບເສດຖະກິດທີ່ບໍ່ແນ່ນອນ ບໍ່ວ່າຈະເປັນຜົນກະທົບທາງດ້ານພະຍາດໂຄວິດ-19 ແລະ ປັດຈຸບັນ ກໍກຳລັງເກີດຂໍ້ຂັດແຍ່ງລະຫວ່າງຣັດເຊຍ ກັບ ອູແກຣນ ເຊິ່ງທັງໂລກກຳລັງຕິດຕາມເບິ່ງ ເມື່ອເກີດເຫດການແບບນີ້ ນັກລົງທຶນ ຫຼື ຄົນທີ່ມີຊັບສິນ ຈະເບິ່ງເຫັນວ່າມັນມີຄວາມບໍ່ແນ່ນນອນ.
ສະນັ້ນ, ຄົນກໍໍຈະແລ່ນຫາສິ່ງທີ່ແນ່ນອນກວ່າກໍຄືຄຳ ໃນຖານະທີ່ເປັນຊັບສິນປອດໄພ ແລະ ເປັນຊັບສິນທີ່ປ້ອງກັນເງິນເຟີ້ໄດ້ດີ ແລະ ເມື່ອທຸກຄົນມາສົນໃຈຊື້ຄຳ ຄຳກໍຕ້ອງລາຄາຂຶ້ນ ແລະ ຍັງຄາດຄະເນວ່າ ປັດຈຸບັນ ຄຳຍັງບໍ່ແມ່ນລາຄາທີ່ຮູ້ສຶກວ່າແພງ ເຖິງຈະຂຶ້ນເປັນລາຄາສູງສຸດທີ່ບໍ່ເຄີຍມີມາກໍຕາມ, ຖ້າທຽບໄປອະນາຄົດ ຍັງເຊື້ອວ່າ ຄຳຍັງຈະມີລາຄາສູງຂຶ້ນກວ່ານີ້ອີກຢ່າງມະຫາສານ.
SA Game
ເຮຮາການເງິນ
ເນື່ອງຈາກການພັດທະເສດຖະກິດຂອງໂລກຍັງຈະກ້າວໄປຂ້າງໜ້າ, ອັດຕາເງິນເຟີ້ຂອງໂລກ ທີ່ເພີ່ມສູງຂຶ້ນ ແລະ ລາຄານ້ຳມັນຕໍ່ໜ້າກໍອາດຈະເພີ່ມສູງຂຶ້ນ, ເມື່ອຄົນຕ້ອງການຫຼາຍຂຶ້ນ, ຄຳຂຸດໄດ້ຈຳກັດ, ເງິນເຟີ້ສູງຂຶ້ນ ກໍຈະເປັນເຫດຜົນທີ່ເຮັດໃຫ້ຄຳມີລາຄາສູງຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: ເສດຖະກິດ-ການຄ້າ.