ກໍາປູເຈຍມອບລົດຂົນສົ່ງວັກຊິນໃຫ້​ແກ່ລັດ​ຖະ​ບານ ສ​ປ​ປ​ ລາວ

SA Game

Lao National Radio

ພິທີມອບ-ຮັບ ລົດຂົນສົ່ງວັກຊິນ ຈາກ​ລັດ​ຖະ​ບານ ກໍາປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ

ໄດ້ມີພິທີມອບ-ຮັບ ລົດຂົນສົ່ງວັກແຊງ ຈໍານວນ 10 ຄັນ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງຣາຊະ ອາ ນາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ເຊິ່ງເປັນຈໍານວນທີ່ເພີ່ມຕື່ມ ຈາກທີ່ໄດ້ມອບ ໃຫ້ແກ່ ສປປ ລາວ ແລ້ວ ຈໍານວນ 03 ຄັນ ລວມເປັນ 13 ຄັນ

ເຊິ່ງການຊ່ວຍເຫຼືອດັ່ງກ່າວນີ້ ເປັນການຜັນຂະຫຍາຍຜົນການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການຂອງ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໃນທ້າຍປີ 2021 ຜ່ານມາ.

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງຣາຊະອານາຈັກ ກໍາປູເຈຍ ກ່າວມອບເຄື່ອງຊ່ວຍ ເຫຼືອດັ່ງ ກ່າວ ແມ່ນ ພະນະທ່ານ ດຣ. ນາງ ອໍ ວັນດີນ, ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ປະທານຄະນະສະເພາະ ກິດເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ແລະ ຕາງໜ້າໃຫ້ແກ່ລັດຖະ ບານ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວຮັບໂດຍ ພະນະທ່ານ ດຣ. ບຸນແຝງ ພູມມະໄລ ສິດ, ລັດ ຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19,

SA Game
Lao National Radio

ໂດຍການເຂົ້າ ຮ່ວມຂອງ ທ່ານ ສະຫວາຍ ສົມອຽງ, ເຈົ້າແຂວງໆຊຽງແຕງ, ທ່ານ ປອ ວິໄລວົງ ບຸດດາຄຳ, ເຈົ້າແຂວງໆຈຳປາສັກ ແລະ ມີພະນັກງ ານຈາກພາກສ່ວນທີ່ກ່ຽວຂ້ອງຂອງ ກຳປູເຈຍ ແລະ ລາວ ເຂົ້າ ຮ່ວມຢ່າງພ້ອມພຽງ.

ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ໃຫ້ຄວາມສໍາຄັນຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ກໍ່ຄືຄັ້ງຜ່ານ ມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ ບຸນຄຸນເປັນຢ່າງສູງ ໄປຍັງລັດຖະບານ ແລະ ປະ ຊາຊົນ ກໍາປູເຈຍ

ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ແລະ ແບ່ງການຊ່ວຍເຫຼືອມາໃຫ້ປະຊາ ຊົນ ລາວ ໃນຍາມທີ່ຫຍຸ້ງຍາກ, ເຖິງແມ່ນວ່າ ກໍາປູເຈຍ ເອງ ກໍ່ຍັງປະເຊີນໜ້າກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ

ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະ ພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນ ດີງາມມາແຕ່ບູຮານນະ ການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານ

ລະຫວ່າງ ສອງປະເທດ ລາວ ແລະ ກຳປູ ເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປະຈຸບັນ.

ລັດຖະ ບານ ແຫ່ງ ສປປ ລາວ ຈະນໍາເອົາ ເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດ ໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

SA Game
Lao National Radio

ມາເຖິງປັດຈຸບັນ, ລັດຖະບານ ກໍາປູເຈຍ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ເປັນເທື່ອທີ 4, ເທື່ອທໍາອິດ ໃນວັນທີ 16 ພະຈິກ 2020 ເປັນອຸປະກອນການແພດ ແລະ ຜ້າອັດປາກ ຈໍານວນ 2,000,000 ອັນ,

ເທື່ອທີສອງ ໃນວັນທີ 28 ກັນຍາ 2021 ເປັນວັກຊີນ ຊີໂນແວັກ ຈໍານວນ 200,000 ໂດສ,

ແລະ ໃນວັນທີ 30 ພະຈິກ 2021 ໂອກາດ ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ໄດ້ຕາງໜ້າລັດຖະບານ ມອບເງິນຊ່ວຍເຫຼືອ ຈໍານວນ 13 ລ້ານໂດລາສະຫະລັດ, ວັກຊີນ 500,000 ໂດສ ແລະ ລົດຂົນສົ່ງວັກຊີນ 13 ຄັນ (ວັກຊີນ 500,000 ໂດສ ແລະ ລົດ 3 ຄັນ ໄດ້ສົ່ງມອບ ໃນວັນທີ 3 ທັນວາ 2021, ລົດອີກ 10 ຄັນ ໄດ້ມອບໃນວັນທີ 12 ມີນາ 2022 ນີ້).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao National Radio