ສຳ​ເລັດ​ການ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ຄອງ

SA Game

ອອປສ

ອົງການໄອຍະການປະຊາຊົນສູງສຸດສຳເລັດການພິ​ຈາ​ລະ​ນາຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການປົກຄອງ

ໃນວັນທີ 10-11 ມີນາ 2022 ຢູ່ເມືອງວັງວຽງ ແຂວງວຽງຈັນ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ກະຊວງພາຍໃນ ແລະ ມູນນິທິຮັນໄຊເດັນ ສຳເລັດການທາບທາມຄຳເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍການປົກຄອງຮອບສຸດທ້າຍ, ໂດຍການເປັນປະທານຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ

ມີ ພະ ນັກງານກົດໝາຍອາວຸໂສ, ພະນັກງານຂັ້ນຫົວໜ້າກົມ, ວິຊາການຈາກບັນດາກະຊວງ, ອົງການທຽບເທົ່າ, ພະນັກງານຫລັກແຫລ່ງຈາກພະແນກການກ່ຽວຂ້ອງ, ອົງການໄອຍະການປະຊາຊົນ, ສານປະຊາຊົນແຂວງໄຊສົມບູນ, ນະຄອນຫລວງວຽງຈັນ, ອົງການໄອຍະການປະຊາຊົນພາກກາງ, ຄະນະຄົ້ນຄວ້າ ແລະ ກອງເລຂາຄະນະຄົ້ນຄວ້າຮ່າງກົດໝາຍ ວ່າດ້ວຍການປົກຄອງ ເຂົ້າຮ່ວມ.

SA Game
ອອປສ

ໃນກອງປະຊຸມ, ທ່ານ ນິສິດ ແກ້ວປັນຍາ ໄດ້ກ່າວວ່າ: ການສ້າງກົດໝາຍສະບັບນີ້ ແມ່ນການປະຕິບັດຕາມແນວທາງນະໂຍບາຍຂອງພັກ ເຊິ່ງໄດ້ສະແດງອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX, X, XI ຂອງພັກ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາ, ການສ້າງລະບົບກົດໝາຍ ຂອງ ສປປ ລາວ ໃຫ້ນັບມື້ນັບສົມບູນ ແລະ ເປັນລະບົບຄົບຖ້ວນ ເທື່ອລະກ້າວ. ນັບແຕ່ປີ 1980 ຈົນມາຮອດປັດຈຸບັນ ສປປ ລາວ ມີກົດໝາຍ 156 ສະບັບ, ໃນນັ້ນ ກົດໝາຍປົກຄອງ 103 ສະບັບ, ອັນໄດ້ເປັນພື້ນຖານໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ປະເທດເຮົາ ຢ່າງສັກ ສິດ, ເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການແກ້ໄຂຂໍ້ຂັດແຍ່ງໃນສັງຄົມ ນັບມື້ ຖືກຕ້ອງ ເປັນທຳ.

SA Game
ອອປສ

ຮ່າງກົດໝາຍດັ່ງກ່າວ ໄດ້ມີການຄົ້ນຄວ້າຮ່າງ ນັບແຕ່ເດືອນພະຈິກ 2020 ເປັນຕົ້ນມາ ໂດຍໄດ້ຄົ້ນຄວ້າ, ປຶກສາຫາລື, ຮ່າງ ແລະ ທາບທາມປະກອບຄຳເຫັນໃນຂອບເຂດທົ່ວປະເທດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ສຳເລັດ. ໃນກາງປີນີ້ ຄາດວ່າຈະມີການຈັດເວທີປຶກສາຫາລືກົດໝາຍການປົກກຄອງ ກັບບັນດາປະເທດເພື່ອມິດ ສສ ຫວຽດນາມ, ສປ ຈີນ, ປະເທດໃກ້ຄຽງ ແລະ ສາກົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບກົດໝາຍປົກຄອງ ແລະ ການລະດົມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກຄອງ ສະບັບນີ້ ໃຫ້ຮັດກຸມ ແລະ ສອດຄ່ອງຍິ່ງຂຶ້ນ, ແທດເໝາະກັບສະເພາະຕົວຈິງ, ຄຸ້ມຄອງ, ຕິດຕາມກວດກາວຽກງານປົກຄອງໃຫ້ມີປະສິດທິຜົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອອປສ