ລັດ ຮ່ວມມືກັບນັກຄົ້ນຄວ້າ ເພື່ອປັບປຸງໂພຊະນາການໃຫ້ແກ່ແມ່ ແລະ ເດັກ

SA Game

ວຽງ​ຈັນ​ທາຍ.

ລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບນັກຄົ້ນຄວ້າ ແລະ ນັກວິຊາການ ປັບປຸງໂພຊະນາການໃຫ້ແກ່ແມ່ ແລະ ເດັກ.

ໄດ້​ມີກອງປະຊຸມເຜີຍແຜ່ປະຈໍາປິ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ທີ່ຈັດຂຶ້ນໂດຍການສະໜັບສະໜູນຂອງສະຫະພາບເອີຣົບ (EU) ແລະ ອົງການອຸຍນິເຊັບ ໄດ້ໄຂຂຶ້ນເມື່ອຕົ້ນເດືອນກັນຍາຜ່ານມາ ໂດຍ​ການເປັນປະທານຮ່ວມຂອງທ່ານນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ທັງເປັນຫົວໜ້າຄະນະກອງເລຂາຂອງໂຄງການ NIPN ແລະ ທ່ານ ວິນເຊັນ ວີຣາ ຫົວໜ້າຝ່າຍຮ່ວມມືຂອງສະຫະພາບເອີຣົບປະຈໍາ ສປປ ລາວ

ແລະ ທ່ານນາງ ດຣ.ເພຍ ເຣເບນໂຣ ບຣິໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ສປປ ລາວ ເຊິ່ງມີຄະນະບໍດີ ນັກວິຊາການຈາກມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລວິທະຍາສາດສຸຂະພາບຂອງ ສປປ ລາວ ແລະ ບັນດານັກຄົ້ນຄວ້າຈາກສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ສປປ ລາວ ພ້ອມດ້ວຍບັນດານັກສຶກສາຈາກສະຖາບັນຕ່າງໆຜ່ານທາງອອນລາຍຮ່ວມກັນຢ່າງພ້ອມພຽງ.

SA Game
ວຽງ​ຈັນ​ທາຍ.

ເປົ້າໝາຍຫຼັກຂອງກອງປະຊຸມດັ່ງກ່າວນີ້ ແມ່ນເພື່ອແນໃສ່ແລກປ່ຽນຜົນການຄົ້ນຄ້ວາຫຼ້າສຸດດ້ານໂພຊະນາການ ກັບບັນດານັກຄົ້ນຄວ້າ ແລະ ສະມາຊິກຂອງສະຖາບັນການສຶກສາໃນປະເທດ.ເພື່ອສະໜັບສະໜູນວຽກງານຄົ້ນຄວ້າ ແລະ ວິຊາການທີ່ກ່ຽວຂ້ອງກັບວຽກງານໂພຊະນາການໃນທົ່ວປະເທດ ເເລະ ເພື່ອນໍາສະເໜີກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການໃຫ້ແກ່ບັນດາຂະແໜງການພາກລັດຕ່າງໆທີ່ກ່ຽວຂ້ອງ.

ໃນໂອກາດນີ້ ທ່ານນາງ ສີສົມບູນ ອຸນາວົງ ໄດ້ກ່າວວ່າ: “ກອງປະຊຸມໃນມື້ນີ້ ເປັນໂອກາດອັນດີໃຫ້ເຮົາໄດ້ມາແລກປ່ຽນຜົນໄດ້ຮັບຈາກບົດຄົ້ນຄວ້າດ້ານໂພຊະນາການທີ່ອັບເດດ ແລະ ທັນເຫດການທີ່ສຸດ  ໂດຍສະເພາະແມ່ນບົດຄົ້ນຄວ້າກ່ຽວກັບການປະເມີນຜົນກະທົບຈາກໂຄວິດ-19 ຕໍ່ກັບເສດຖະກິດສັງຄົມ ເດັກນ້ອຍ ໄວໜຸ່ມ ແລະ ແມ່ຍິງໃນ ສປປ ລາວ ບົດຄົ້ນຄວ້າບັນດາປັດໄຈທີ່ສົ່ງຜົນເຮັດໃຫ້ເກີດການຂາດອາຫານຊໍາເຮື້ອແບບລວງສູງບໍ່ໄດ້ມາດຕະຖານ ຢູ່ໃນ ສປປ ລາວ ແລະ ບົດຄົ້ນຄວ້າກ່ຽວກັັບຜົນກະທົບທາງດ້ານເສດຖະກິດຂອງການຂາດສານອາຫານໃນ ສປປ ລາວ. ບົດຄົ້ນຄວ້າເຫຼົ່ານີ້ ມີຄວາມສໍາຄັນຫຼາຍສໍາລັບການວາງນະໂຍບາຍ ແລະ ຍັງກ່ຽວພັນກັບວຽກງານຂອງບັນດານັກຄົ້ນຄວ້າດ້ານໂພຊະນາການເຊັ່ນດຽວກັນ. ການເຂົ້າເຖິງຂໍ້ມູນໂພຊະນາການທີ່ມີຄຸນນະພາບ ຈະເຮັດໃຫ້ພວກເຮົາສາມາດແກ້ໄຂບັນຫາສິ່ງທ້າທາຍຕ່າງໆດ້ານໂພຊະນາການທີ່ມີຢູ່ພາຍໃນປະເທດໄດ້ຢ່າງມີປະສິດຕິພາບ ໂດຍສະເພາະ ໃນລະຫວ່າງການລະບາດຂອງພະຍາດ ໂຄວິດ-19 ນີ້”.

ສ່ວນທ່ານ ວິນເຊັນ ວີຣາ ກ່າວວ່າ: “ສະຫະພາບເອີຣົບ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີສ່ວນຮ່ວມໃນການພັດທະນາວຽກງານໂພຊະນາການ ລວມທັງກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ຊຶ່ງຖືເປັນການປະກອບສ່ວນອັນໜຶ່ງຕໍ່ການສ້າງຄວາມເຂັ້ມແຂງໃນການເກັບກຳຂໍ້ມູນດ້ານໂພຊະນາການໃນ ສປປ ລາວ ເພື່ອສະໜັບສະໜູນການຄົ້ນຄວ້າ ແລະ ແກ້ໄຂບັນຫາການຂາດສານອາຫານຢູ່ໃນ ສປປ ລາວ ໃຫ້ມີປະສິດຕິພາບຂຶ້ນ”.

ທ່ານນາງ ດຣ.ເພຍ ເຣເບນໂຣ ບຣິໂຕ ກ່າວວ່າ: “ກອງປະຊຸມຂອງພວກເຮົາໃນມື້ນີ້  ເປັນຈຸດເລີ່ມຕົ້ນຂອງຂັ້ນຕອນເພື່ອປິດຊ່ອງຫວ່າງລະຫວ່າງຄວາມຮູ້ ແລະ ການຈັດຕັ້ງປະຕິບັດຕົວຈິງ. ພວກເຮົາຮັບຮູ້ເຖິງພາລະບົດບາດຂອງບັນດາສະຖາບັນຄົ້ນຄວ້າໃນການເກັບກຳຫຼັກຖານ ເຊິ່ງຂະບວນການນີ້ ເເມ່ນຕ້ອງການນໍາໃຊ້ຂໍ້ມູນທີ່ຖືກຕ້ອງ. ສະນັ້ນ ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະເຮັດວຽກຮ່ວມກັບບັນດາສະຖາບັນຄົ້ນຄວ້າ ເພື່ອເສີມສ້າງຄວາມເຂັ້ມແຂງໃນການສ້າງບົດຄົ້ນຄວ້າ ສັງລວມຂໍ້ມູນທີ່ມີຄຸນນະພາບ ເເລະ ການຕັດສິນໃຈທີ່ອີງໃສຫຼັກຖານ ເພື່ອປະກອບສ່ວນເຂົ້າໃນການສ້າງນະໂຍບາຍຕ່າງໆໃຫ້ເເກ່ລັດຖະບານ.”

SA Game
ວຽງ​ຈັນ​ທາຍ.

ກອງປະຊຸມນີ້ ຈັດຂຶ້ນພາຍຫຼັງການເປີດນໍາໃຊ້ກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໃນເດືອນກຸມພາ 2021 ທີ່ຜ່ານມານີ້ ເຊິ່ງລະບົບດັ່ງກ່າວ ເປັນລະບົບດິຈິຕອນທີ່ຊ່ວຍຕິດຕາມຄວາມຄືບໜ້າຂອງວຽກງານໂພຊະນາການ ແລະ ບັນດາຜົນໄດ້ຮັບຕ່າງໆທັງທີ່ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ.

ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ຍັງຖືເປັນຖານຂໍ້ມູນທີ່ເກັບກໍາຂໍ້ມູນຕ່າງໆ ກ່ຽວກັບວຽກງານໂພຊະນາການຈາກການເຮັດການປະເມີນ ແລະ ການສໍາຫຼວດອີງຕາມປະຊາກອນ ທີ່ ບັນດາພາກສ່ວນທີ່ກ່ຽວຂ້ອງດ້ານວຽກງານໂພຊະນາການສາມາດເຂົ້າເຖິງໄດ້. ການເປີດນໍາໃຊ້ລະບົບນີ້ ຖືເປັນຂີດໝາຍອັນສໍາຄັນໃນຂະບວນການສ້າງຖານຂໍ້ມູນດ້ານໂພຊະນາການ ແລະ ກອງປະຊຸມນີ້ຈະເປັນໂອກາດໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງດ້ານວຽກງານໂພຊະນາການ ແລະ ນັກຄົ້ນຄວ້າໄດ້ຮັບຮູ້ ແລະ ທໍາຄວາມເຂົ້າໃຈກັບລະບົບນີ້​ ແລະ ຖືເປັນແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ ສໍາລັບການຄົ້ນຄວ້າ ແລະ ຈຸດປະສົງທາງວິຊາການອື່ນໆ.

ໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ແມ່ນໂຄງການລິເລີ່ມສາກົນຂອງຄະນະກຳມະທິການເອີຣົບ ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ພັດທະນາສາກົນຂອງລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ ພ້ອມທັງມູນນິທິ ບິວ ແລະ ເມລິນດາ ເກດ. ໃນປັດຈຸບັນນີ້ ສປປ ລາວ ແມ່ນໜຶ່ງໃນ 9 ປະເທດໃນທົ່ວໂລກ ທີ່ໄດ້ມີການຈັດຕັ້ງປະຕິບັດວຽກງານຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ.

ການລິເລີ່ມນີ້ ແມ່ນສ່ວນໜຶ່ງທີ່ສຳຄັນຂອງແຜນງານໂພຊະນາການຂອງລັດຖະບານແຫ່ງ ສປປ ລາວ, ເຊິ່ງຮ່ວມສະໜັບສະໜູນໂດຍສະຫະພາບເອີຣົບ ແລະ ອົງການອຸຍນິເຊັບ ໃນການເປັນຄູ່ຮ່ວມມືເພື່ອໂພຊະນາການທີ່ດີຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວຽງ​ຈັນໃໝ່.