9000 ກວ່າ​ເປົ້າ​ໝາຍ​ພົວ​ພັນ​ຢາ​ເສບ​ຕິດ​ໃນ​ນະ​ຄອນ​ຫລວງວຽງ​ຈັນ

SA Game

ຂ​ປ​ລ

ນະຄອນຫລວງວຽງຈັນ ຂຶ້ນບັນຊີດຳເປົ້້າຫມາຍ ​ການພົວພັນກັບຢາເສບຕິດ.

ສິ່ງ​ເສບ​ຕິດ​ເປັນ​ຕົວ​ການ​ອັນ​ຕະ​ລາຍ​ທີ່​ກຳ​ລັງ​ທຳ​ຮ້າຍ​ໄວ​ໜຸ່ມ​ລາວ​ໃນ​ສັງ​ຄົມ​ປະ​ຈຸ​ບັນ, ພໍ່​ແມ່​ປະ​ຊາ​ຊົນ​ຫລາຍໆ​ຄົນ​ຕ້ອງ​ສູນ​ເສຍ​ລູກ​ຫລານ​ທີ່​ຄິດ​ວ່າ​ຈະ​ຟາກ​ຝັງ​ອະ​ນາ​ຄົດ​ໄວ້​ຍ້ອນ​ລູກ​ຫລານ​ເຫລົ່າ​ນັ້ນ​ຕ້ອງ​ມາ​ເສຍ​ຄົນ​ຍ້ອນ​ຢາ​ເສບ​ຕິດ, ແລະ ຊ້ຳ​ຮ້າຍ​ໄປ​ກວ່າ​ນັ້ນ​ຍັງ​ກາຍ​ເປັນ​ໄພ​ສັງ​ຄົມ​ປ້​ຸນ​ຈີ້​ຫງັດ​ແຫງະ​, ທຳ​ລາຍ​ສັງ​ຄົມ ແລະ ຄົມ​ສະ​ຫງົບ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຢ່າງ​ຫລວງ​ຫລາຍ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽຈັນ ລາຍງານຢູ່ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 20 ສິງຫາ2021 ວ່າ: ປັດຈຸບັນ ນະຄອນຫລວງວຽງຈັນ ໄດ້ສໍາເລັດການຂຶ້ນບັນຊີເປົ້າຫມາຍ ພົວພັນກັບຢາເສບຕິດ ມີເຖິງ 9.000 ກວ່າເປົ້າຫມາຍ (ລວມມີເປົ້າຫມາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ແລະ ເປົ້າຫມາຍເສບຢາເສບຕິດ), ເປົ້າຫມາຍທີ່ເປັນບ່ອນອໍານວຍຄວາມສະດວກ ແລະ ບ່ອນມົ້ວສຸມ 221 ຈຸດ.

SA Game
ຂ​ປ​ລ

ສໍາລັບສູນບໍາບັດ ແລະ ປິ່ນຜູ້ຕິດຢາເສບຕິດ 1 ແຫ່ງ ປັດຈຸບັນມີຜູ້ເຂົ້າປິ່ນປົວຈຳນວນ 1.139 ຄົນ, ຍິງ 51 ຄົນ ( ເກີນຄວາມສາມາດຮອງຮັບຂອງສູນ ສາມາດຮັບໄດ້ພຽງແຕ່ 350-500 ຄົນ ), ແພດປິ່ນປົວ, ຢາຮັກສາກໍ່ຂາດເຂີນບໍ່ພຽງພໍ; ນອກນັ້ນ ຍັງມີສູນສັງຄົມສົງເຄາະ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມ ຄອງ ມີຜູ້ທີ່ເປັນບ້າໃບ້ເສຍຈິດ ຈາກການເສບຢາຕິດຢູ່ນໍາຈໍານວນຫນຶ່ງ; ຢາເສບຕິດ ນອກຈາກເປັນຮາກເຫງົ້າຂອງການເກີດປະກົດການຫຍໍ້ທໍ້ ແລະ ອາດຊະຍາກໍາທາງອາຍາຕ່າງໆ ໃນສັງຄົມແລ້ວ, ຜູ້ເສບຢາສ່ວນຫລາຍແມ່ນເປັນຄົນຮຸ່ນຫນຸ່ມ ບໍ່ໄດ້ຮັບການສຶກສາ ເຮັດໃຫ້ຂາດກໍາລັງການຜະລິດທີ່ສໍາຄັນ ຂອງປະເທດ.

ເຈົ້າຄອງນະຄອນຫລວງວຽງຈັນ ຍັງໃຫ້ຮູ້ກ່ຽວກັບແຜນຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງອົງຄະນະພັກ-ອົງການປົກ ຄອງນະຄອນຫລວງວຽງຈັນ ແມ່ນສຸມໃສ່ຈັດຕັ້ງປະຕິບັດ 3 ຫລັກການ, 2 ຍຶດຫມັ້ນ, 2 ມາດຕະການ ແລະ 3 ຕ້ານ ຕາມທີ່ໄດ້ລະບຸໄວ້ ໃນຄໍາສັ່ງ ຂອງກົມການເມືອງສູນ ກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ແລະ ທິດນໍາຂອງລັດຖະບານ, ໂດຍກໍານົດອອກເປັນ 6 ຄາດຫມາຍ ແລະ 6 ແຜນວຽກຈຸດສຸມ/ມາດຕະການຈັດຕັ້ງປະຕິບັດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Lao National Radio