ຢ່າ​ປະ​ມາດ! ຍັງ​ເຫັນ​ຫລາຍ​ຄົນ​ຖື​ເບົາ​ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ລັອກ​ດາວ

SA Game

ພາບ: ຂ​ປ​ລ.

ປະຊາຊົນຈຳນວນໜຶ່ງຍັງຖືເບົາ​ຕໍ່​ຄຳສັ່ງລັອກ​ດາວ ເລກທີ 016/ຈນວ.

ພະ​ຍາດ​ໂຄວິດ-19 ລະ​ບາດ​ຫລາຍ​ຂ​ື້ນ​ໃນ​ອາ​ທິດ​ນີ້ ແລະ ມີ​ແນວ​ໂນ້ມ​ຈະ​ຂະ​ຫຍາຍ​ຕົວ​ກ້​ວາງ​ອອກ​ໄປ​ອີກ​ສະ​ນັ້ນ​ເຮັດ​ໃຫ້​ທາງ​ນາຍ​ົກ​ໄດ້​ມີ​ຄຳ​ສັ່ງ​ເຫັນ​ດີ​ໃນ​ການ​ລັອກ​ດາວ​ນະ​ຄອນ​ຫລວງວຽງ​ຈັນ, ແລະ ຫລັງຈາກມີຄຳສັ່ງຂອງ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ 016/ຈນວ ອອກມາ ທາງເຈົ້າໜ້າທີ່ກໍໄດ້ປະສານສົມທົບອຳນາດການປົກຄອງໃນແຕ່ລະບ້ານ ແຕ່ລະເຂດ ຕັ້ງຈຸດກວດ ກາປິດການສັນຈອນ ໃນຫລາຍຈຸດທົ່ວນະຄອນຫລວງວຽງຈັນ.

ແຕ່​ຈາກ​ການ​ປະ​ຈຳ​ການ​ໃນ​ການ​ເຟົ້າ​ກວດ​ກາ​ຂອງ​ເຈົ້າ​ໜ້າ​ທີ່​ໃນ​ເຂດ​ຈຸດ​ຕ່າງໆ, ເປັນຕົ້ນແມ່ນ ຈຸດກວດກາເຂດເຊື່ອມຕໍ່ບ້ານດົງສະຫວາດ-ໜອງໄຮ ແລະ ກວດກາບ້ານສົມຫວັງເໜືອ-ຫາດຊາຍຂາວ ທີ່ໄດ້ມີການປິດການສັນຈອນ, ແຕ່ກໍມີປະຊາຊົນຈຳນວນໜຶ່ງ ຍັງຖືເບົາ ແລະ ບໍ່ເຂົ້າໃຈ ຍັງພາກັນສັນຈອນໄປມາຕາມທ້ອງຖະໜົນຢູ່.

SA Game
ພາບ: ຂ​ປ​ລ.

ທ່ານ ພັນໂທ ຄຳກ້ຽງ ດຳກາສີ ຫົວໜ້າ ປກສ ກຸ່ມບ້ານສວນມອນ ເມືອງສີສັດຕະນາກ, ຫົວໜ້າຈຸດກວດກາເຂດເຊື່ອມຕໍ່ ບ້ານດົງສະຫວາດ-ໜອງໄຮ ໄດ້ໃຫ້ສຳພາດວ່າ: ຕໍ່ກັບການຕັ້ງຈຸດກວດກາ ໃນຄັ້ງນີ້, ເຫັນວ່າພໍ່ແມ່ປະຊາຊົນບາງຈຳນວນ ຍັງອອກຈາກເຮືອນເພື່ອໄປສັກຢາວັກຊິນ, ໄປທຳມາຫາກິນ ແລະ ມີບາງຈຳນວນ ຍັງບໍ່ທັນເຂົ້າໃຈ ແລະ ບໍ່ຮັບຮູ້ຕໍ່ແຈ້ງການຂອງເຈົ້າຄອງນະຄອນຫລວງວຽງຈັນ.

ປັດຈຸບັນພາຫານະ ຕາມທ້ອງຖະໜົນກໍເລີ່ມຜ່ອນ ແລະ ໜ້ອຍລົງແດ່ແລ້ວ. ຕໍ່ກັບບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ກໍໄດ້ໃຊ້ມາດຕະການ ແລະ ອະທິບາຍຊີ້ແຈງໃຫ້ຜູ້ຂັບຂີ່ພາຫະນະໄດ້ເຂົ້າໃຈ ຕໍ່ການຕັ້ງຈຸດກວດກາດັ່ງກ່າວ.

ພ້ອມນີ້, ທ່ານ ພັນຕີ ບຸນໂຮມ ແສງອາລຸນ ຮອງກອງຮ້ອຍຕຳຫລວດຈາລະຈອນ ເມືອງຫາດຊາຍຟອງ ຜູ້ຮັບຜິດຊອບຈຸດກວດກາ ບ້ານສົມຫວັງເໜືອ-ຫາດຊາຍຂາວ ກໍໄດ້ໃຫ້ສຳພາດວ່າ:

ໂດຍໄດ້ຮັບຄໍາສັ່ງຈາກຂັ້ນເທິງໃນການຕັ້ງຈຸດກວດ ແມ່ນໃຫ້ປິດການສັນຈອນຂອງພໍ່ແມ່ປະຊາຊົນ, ການໃຊ້ລົດໃຊ້ຖະໜົນ, ເຊິ່ງອີງໃສ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແຜ່ລາມເປັນວົງກວ້າງ ແຕ່ກໍ່ເຫັນໄດ້ວ່າພໍ່ແມ່ປະຊາຊົນບາງຈຳນວນ ຍັງຖືເບົາຕໍ່ຄຳສັ່ງຂອງເຈົ້າຄອງນະຄອນຫລວງ ເລກທີ 016/ຈນວ ທີ່ພາກັນອອກຈາກບ້ານເຮືອນຂອງຕົນ ເພື່ອເຮັດກິດຈະກຳຕ່າງໆ ເປັນຕົ້ນ ໄປເຮັດວຽກ, ໄປທຳມາຫາກິນ, ຊື້ເຄື່ອງໃຊ້ຂອງສອຍ ແລະ ອື່ນໆ.

SA Game
ພາບ: ຂ​ປ​ລ.

ສຳລັບຈຸດກວດກາການສັນຈອນທັງສອງຈຸດນີ້, ແມ່ນເລີ່ມຕັ້ງແຕ່ວັນທີ 20-30 ກັນຍາ 2021 ຕະ ຫລອດ 24 ຊົ່ວໂມງ ແລະ ທາງເຈົ້າໜ້າທີ່ກໍໄດ້ມີການຜັດປ່ຽນກັນປະຈໍາການ. ພ້ອມນີ້, ທາງເຈົ້າໜ້າທີ່ກໍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ໃຫ້ຢຸດການສັນຈອນໄປມາໃນໄລຍະນີ້ກ່ອນ, ຖ້າບໍ່ຈຳເປັນແທ້ແມ່ນບໍ່ໃຫ້ອອກຈາກທີ່ພັກຂອງຕົນເອງ ຫລື ຖ້າຈຳເປັນແທ້ ກໍໃຫ້ມີໜັງສືຢັ້ງຢືນຈາກອຳນາດການປົກຄອງບ້ານຕົນເອງ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະເທດລາວ.