​ກຽມ​ສ້າງເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ແຂວງອຸດົມໄຊ

SA Game

ຂ​ປ​ລ

ກະ​ກຽມ​ຫາ​ລື​ໂຄງ​ການສ້າງການພັດທະນາເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ແຂວງອຸດົມໄຊ

ໂຄງ​ການ​ພັດ​ທະ​ນາ​ເຂດ​ອຸດ​ສາ​ຫະ​ກຳ​ກ່ຳ​ລັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ​ໃນ​ຫລາຍ​ເຂດ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ແລະ ວັນທີ 7 ກຸມພາ ນີ້ ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ:

ຢູ່ແຂວງອຸດົມໄຊ ໄດ້ມີພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສໍາຫລວດ, ເກັບກໍາຂໍ້ມູນ,ຂອບເຂດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ ເບື້ອງຕົ້ນ ໃນການພັດທະນາເຂດອຸດສາຫະ ກຳ ແລະ ສູນໂລຈິສຕິກ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ

ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຄຳຈັນ ລາວຈືເບັງ ຮອງຫົວຫນ້າພະແນກ ແຜນການ ແລະ ການລົງທຶນແຂວງອຸດົມໄຊ ກັບ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາ ຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ເຂົ້າຮ່ວມ.

SA Game
ຂ​ປ​ລ

ພາຍຫລັງສຳເລັດການລົງນາມ ໃນບົດບັນທຶກຄວາມເຂົ້າໃຈແລ້ວ, ພາກສ່ວນກ່ຽວ ຂ້ອງທຸກຝ່າຍ ຈະໄດ້ສືບຕໍ່ລົງເຄື່ອນໄຫວຈັດຕັ້ງປະຕິບັດ ຕາມພາລະບົດບາດ ຂອງຕົນ ເຊິ່ງຂອບເຂດ ແລະ ເປົ້າໝາຍທີ່ຈະສຶກສາ, ສຳຫລວດ ໃນການກຳນົດເປັນເຂດອຸດສາ ຫະກຳ ແລະ ສູນໂລຈິສຕິກ ເຊິ່ງຢູ່ເມືອງໄຊ ແມ່ນຢູ່ເຂດຫລັກ 17 ບ້ານນາຮ້ວງ ແລະ ເຂດຫລັກ 22 ລຽບຕາມເສັ້ນທາງ 13 ເໜືອ ທາງໄປເມືອງນາໝໍ້.

ສ່ວນຢູ່ເມືອງນາໝໍ້ ແມ່ນຈຸດບ້ານນາສະຫວ່າງ ແລະ ບ້ານຂວາງຄຳ. ຖ້າຫາກໂຄງການດັ່ງກ່າວ, ເກີດຂຶ້ນຈະເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ, ມີອາຊີບທີ່ໝັ້ນຄົງ, ລວມທັງເຮັດໃຫ້ເສດຖະກິດຂອງແຂວງ ມີບາດກ້າວຂະຫຍາຍຕົວ.

ໃນພິທີ, ນອກຈາກການລົງນາມບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການສຳຫລວດ, ເກັບກຳຂໍ້ມູນ, ກຳນົດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາເຂດນິຄົມ ອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ 2 ເມືອງ ຂອງແຂວງອຸດົມໄຊ ແລ້ວ

SA Game
ຂ​ປ​ລ

ຍັງມີການລົງນາມ ລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ ວ່າດ້ວຍການ ມອບ-ຮັບ ສູນພັດທະນາຜະລິດ ຕະພັນ ແລະ ສົ່ງເສີມການຕະຫລາດ ໂດຍມອບ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຂວງເປັນຜູ້ຮັບຜິດຊອບໃນການເຄື່ອນໄຫວ ແລະ ນຳໃຊ້ ຕໍ່ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ