ຢ່າ​ຫລົງ​ກັນ! ໃນພາສາລາວ ຊ່ວງ ບໍ່ແມ່ນຄຳທີໃຊ້ກັບເວລາ

SA Game

​ເວົ້າ​ລາວ​ກັນ

​ຄຳ​ວ່າ ຊ່ວງ ​ຫລາຍ​ຄົນ​ມັກ​ນຳ​ໃຊ້​ຜິດ​ຄວາມ​ໝາຍ​ຂອງ​ມັນ

ຄຳໃນພາສາລາວທີ່ມີຄວາມໝາຍໃຊ້ກັບເວລາມີຫຼາຍຄຳເຊັ່ນ ຕອນ,​ ຫວ່າງ,​ ໄລຍະ,​ ເວລາ,​ ຍາມ,​ ການ,​ ຊົ່ວ,​ ລະດູ ໂດຍການນຳໃຊ້ມີຄວາມຄ້າຍຄື ແລະ ແຕກຕ່າງກັນການ​ນຳ​ໄປ​ໃຊ້​ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ເຂົ້າ​ໃຈ​ໄດ້ ຕ້ອງ​ໄດ້​ເບິ່ງ​ເປັນ​ແຕ່​ລະ​ກໍ​ລະ​ນີ​ອີກ, ສະ​ນັ້ນ​ໃນ​ພາ​ສາ​ລາວ​ການ​ທີ່​ໃຊ້​ຄວາມ​ໝາຍ​ຂອງ​ຄຳ​ວ່າ ຊ່ວງ ທີ່​ຫລາຍໆ​ທ່ານ​ອາດ​ລື້ງ​ໃຊ້​ກັນ​ນັ້ນ​ອາດ​ຈະ​ຕ້ອງ​ໄດ້​ປ່ຽນ​ໃໝ່​ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ຫາກ​ເປັນ​ເວ​ລາ​ຈະ​ເວົ້າ​ລະ​ອຽດ​ດັ່ງ​ນີ້.

#ຕອນ ເປັນຄຳລາວເດີມ ໃຊ້ກັບເວລາພາຍໃນມື້ນັ້ນໆ ແລະໃຊ້ກັບທັງອະດີດ,​ ປັດຈຸບັນ ແລະອະນາຄົດ ເຊັ່ນ: ຕອນບ່າຍ,​ ຕອນສວາຍ ແລະຕອນແລງ,​ ຕອນນັ້ນ,​ ຕອນນີ້,​ ຕອນທີ່ເຮົາໄປນຳກັນ,​ ຕອນນອນນຳກັນ,​ ຊິໄປຕອນແລງນີ້ລະ,​ ຕອນນີ້ຂ້ອຍຢູ່ເຮືອນ, ຕອນໃດເຈົ້າວ່າງສຳລັບເຮົາ,​ ຕອນຕໍ່ໄປເຮົາຈະ…​

#ຫວ່າງ ເປັນຄຳລາວເດີມ ໃຊ້ກັບເວລາພາຍໃນມື້, ອາທິດ,​ ເດືອນ,​ ປີ ທີ່ເປັນອະດີດ ແລະປັດຈຸບັນ ບໍ່ປາກົດມີການໃຊ້ອະນາຄົດ ເຊັ່ນ ຫວ່າງເຊົ້ານີ້,​ ຫວ່າງອາທິດແລ້ວນີ້,​ ຫວ່າງປີກາຍ,​ ຫວ່າງນີ້ບໍ່ໄດ້ໄປໃສ,​ ຫວ່າງນີ້ເຈົ້າເຮັດຫຍັງ.​ (ບໍ່ມີ ຫວ່າງອາທິດໜ້າ,​ ຫວ່າງມື້ອື່ນ)​.

SA Game
​ເວົ້າ​ລາວ​ກັນ

#ໄລຍະ ເປັນຄຳປາລີ ມາຈາກ ລະຍະ ໃຊ້ກັບເວລາຕ່າງໆຄ້າຍຄືຫວ່າງ ທີ່ບົ່ງບອກເຖິງ ຕອນໜຶ່ງຫາຕອນໜຶ່ງເຊັ່ນ ໄລຍະຂອງການປູກໝາກຖົ່ວແມ່ນໃຊ້ເວລາ 4 ອາທິດ,​ ໄລຍະແຫ່ງການ….,​ ໄລຍະທີ່ຖືກປົກຄອງດ້ວຍ….,​ ເປັນໄລຍະທີ່….,​ ມັນອາດບັນເທົາໄດ້ຊົ່ວໄລຍະໜຶ່ງ…,​ ໄລຍະແຕ່ປີ….​ຂ້ອຍຢູ່ອັງກິດ,​ ໄລຍະນີ້ຮ້ອນຫຼາຍ…,​ ຕະຫຼອດໄລຍະ….​ປີຜ່ານມາ.

#ເວລາ ໃຊ້ບອກໄລຍະໃດໜຶ່ງ ທີ່ກ່ຽວກັບຕອນທີ່ເປັນອະນາຄົດ,​ ອະດີດ ຫຼື ປັດຈຸບັນ ໂດຍມີກຳນົດ ແລະບໍ່ມີກຳນົດເຊັ່ນ ເວລາທີ່ຂ້ອຍຢູ່ນຳເຈົ້າ,​ ເວລານັ້ນ,​ ເວລານີ້,​ ມີເວລາໃຫ້ຂ້ອຍແດ່,​ ເວລາໃດກໍຕາມ,​ ມື້ໃດເຈົ້າມີເວລາວ່າງ,​ ເວລາໃດກໍໄດ້ບອກຂ້ອຍແດ່…,​ ເປັນເວລາ 3 ວັນ…​ຕະຫຼອດເວລາຜ່ານມາ

#ຍາມ ເປັນຄຳປາລີ ຍາມະ ເຊັ່ນ ປະຖົມມະຍາມ,​ ມັດຊິມະຍາມ ແລະປັດສິມະຍາມ.​ “ຍາມ” ທີ່ລາວເຮົາໃຊ້ ຄ້າຍກັບ “ຕອນ” ຍາມເຊົ້າ,​ ຍາມສວາຍ,​ ຍາມແລງ ແລະຍາມເດິກ, ຍາມນັ້ນ,​ ຍາມນີ້,​ ຍາມທຸກ,​ ຍາມສຸກ,​ ຍາມນັ້ນຂ້ອຍມີເຈົ້າ ຍາມນີ້ເຈົ້າມີເຂົາ….

#ການ ຄຳປາລີ ກາລະ ໃຊ້ກັບເວລາຕ່າງໆເຊັ່ນ ຕະຫຼອດການ,​ ອະນາຄົດຕະການ,​ ຊົ່ວກາລະນານ,…​ແຫ່ງການເວລາ…​

#ຊົ່ວ ເປັນພາສາລາວ ບົ່ງບອກໄລຍະຂອງເວລາຍາວໆ ແລະສັ້ນເຊັ່ນ ຊົ່ວພິບຕາດຽວ,​ ຊົ່ວອາຍຸຄົນ,​ ຊົ່ວອາຍຸໄຂ,​ ຊົ່ວຊິໄດ້ເປັນຄູ່ກັນ,​ ຊົ່ວຊິໝົດກຳ…​

#ລະດູ ເປັນຄຳ ປາລີ-ສັນສະກິດ ບົ່ງບອກໄລຍະໃດໜຶ່ງຂອງປີ ເຊັັ່ນ ລະດູແລ້ງ ພະຈິກ-ເມສາ,​ ລະດູຝົນ ພຶດສະພາ-ຕຸລາ

ໃນວັດຈະນານຸກົມພາສາລາວທຸກໆສະບັບ ບໍ່ປາກົດຄຳວ່າ “ຊ່ວງ”​ ທີ່ເປັນຄຳໃຊ້ກັບເວລາ ແຕ່ສັງຄົມສ່ວນຫຼາຍມັກໃຊ້ຄຳນີ້ແທນຄຳວ່າ ຫວ່າງ,​ ຕອນ,​ ໄລຍະ ເຊັ່ນ ຊ່ວງລະດູໜາວ,​ ຊ່ວງກ່ອນ,​ ຊ່ວງນັ້ນ,​ ຊ່ວງນີ້….

#ໃນພາສາໄທ ອະທິບາຍໄວ້ຊັດເຈນວ່າ “ช่วง” ເປັນຄຳບອກເວລາທີ່ເປັນຕອນ,​ ເປັນໄລຍະ ເຊັ່ນ ช่วงเช้า, ช่วงนี้, ช่วงก่อน…. ບໍ່ປາກົດຄຳວ່າ “​ຫວ່າງ” ທີ່ເປັນຄຳບອກເວລາຄືໃນພາສາລາວ.​

ສະຫຼຸບ:

ຄົນລາວມັກລືມຄຳວ່າ “ຫວ່າງ,​ ໄລຍະ”​ ແລ້ວໃຊ້ຄຳວ່າ “ຊ່ວງ”​ ທີ່ໄດ້ຮັບອິດທິພົນຈາກພາສາໄທແທນ ອັນນີ້ອາດເກີດຈາກການເສບສື່ຫຼາຍ.​

ແນະນຳ:
– ຖ້າຫາກເປັນການຂຽນທາງການຄວນໃຊ້ “ໄລຍະ,​ ຫວ່າງ,​ ຕອນ” ບໍ່ຄວນໃຊ້ຄຳວ່າ “ຊ່ວງ”​
– ບໍ່ຄວນໃຊ້ລວມໆກັນເຊັ່ນ ຊົ່ວໄລຍະເວລາ,​ ໄລຍະເວລາ….
– ໃນອະນາຄົດ ອາດມີການເພີ່ມຄຳວ່າ ຊ່ວງ ເຂົ້າມາຕື່ມ (ແຕ່ຄຳວ່າ ຫວ່າງ ອາດຫາຍໄປ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ຂອບ​ໃຈແຫລ່ງ​ທີ່​ມາ​: ປ່ອງຢ້ຽມພາສາລາວ