ຄໍາວ່າ: “ມຸ່ງ” ແລະ “ມຸ້ງ” ຈະ​ໃຊ້​ຈັງ​ໃດ​ໃຫ້​ຖືກ​ກັບ​ຄວາມ​ໝາຍ​ຂອງ​ມັນ

SA Game

DooDiDo

ອະທິບາຍຄວາມໝາຍພາສາລາວຄໍາວ່າ: “ມຸ່ງ” ແລະ “ມຸ້ງ”

ຄຳ​ວ່າ “ມຸ່ງ” ແລະ “ມຸ້ງ” ເມືອອີງຕາມວັດຈະນານຸກົມ ສະບັບ ສະຖາບັນຄົ້ນຄວ້າ 2012: 765 ແລະ ສະບັບ ດຣ.​ທອງຄຳ ອ່ອນມະນີສອນ 2008:647 ອະທິບາຍໄວ້ຄອນ​ຂ້າງ​ລະ​ອຽດ, ສັດ​ເຈນ ແລະ ເຂົ້າ​ໃຈ​ດີ​ເຊິ່ງ ທ່າ​ນແຍກ​ອອກ​ເປັນ​ສ່ວນໆໃຫ້​ເຫັນ ແລະ ຂ້າ​ພະ​ເຈົ້າ​ກໍ່​ໄດ້​ປະ​ກອບ​ໄປ​ບາງ​ສ່ວນ​ເພື່ອ​ໃຫ້​ຫລາຍ​ຄົນ​ໄດ້​ເຂົ້າ​ໃຈ​ເພີ່ມ​ຂື້ນ​ລາຍ​ລະ​ອຽດດັ່ງຕໍ່​ໄປນີ້.

ມຸ່ງ ເປັນຄຳກຳມະ.

ແປວ່າ ໝາຍໃສ່,​ ປອງປະສົງ, ຕັັ້ງໃຈໃສ່,​ຕັ້ງໃຈໄປສູ່, ຈຸດເປົ້າໝາຍ, ຈຸດປະສົງຫຼືຄວາມຕ້ອງການທີ່ຕ້ອງເຮັດຕ້ອງທຳ, ຕ້ອງມຸ່ງໜ້າໄປສູ່ມັນ, ຄວາມຫວັງ, ຄາດໝາຍໃນສິ່ງທີ່ໃຈປະສົງ….​ ເຊັ່ນ: ມຸ່ງມາດປາດຖະໜາຄືຢາກໃຫ້ເປັນໄປຕາມຄວາມຄາດຫວັງ, ມຸ່ງໜ້າໄປແບບບໍ່ສົນໃຜ,​ ມຸ່ງສູ່ເປົ້າໝາຍ, ມຸ່ງໝັ້ນຕໍ່ອຸດົມການ, ມຸ່ງເນັ້ນໃນສິ່ງດຽວທີ່ຕ້ອງທຳໃຫ້ສຳເລັດໝາຍເຖິງ ຕັ້ງໃຈບໍ່ປ່ຽນແປງ,​ ຕັ້ງໃຈແນ່ວແນ່ເຮັດສິ່ງໃດໜຶ່ງໃຫ້ສຳເລັດ ຕົວຢ່າງ: ມຸ່ງໝັ້ນຕໍ່ການສຶກສາຮໍ່າຮຽນຈົນຮຽນຈົບ,​ ມຸ່ງເນັ້ນຕໍ່ທຸລະກິດ,​ ມຸ່ງໃສ່ຕໍ່ການຂາຍເຄື່ອງ, ເມື່ອເຖິງລະດູຝົນແລ້ວຊາວໄຮ່ຊາວນາກໍ່ມຸ່ງໜ້າສູ່ທົ່ງໄຮ່ທົ່ງນາ, ມຸ່ງທຳຄວາມດີ, ມຸ່ງປະສົງຮ້າຍ….

SA Game
DooDiDo

​ເວົ້າລວມແລ້ວຄໍາວ່າມຸ່ງ ກໍ່ໝາຍເຖິງ ເປົ້າໝາຍ ມີຄວາມຕັ້ງໃຈ ແລ້ວລົງມືທຳນັ້ນເອງ ບໍ່ວ່າຈະທຳສິ່ງດີ ຫຼື ບໍ່ດີກໍ່ເອີ້ນວ່າເຈຕະນາ ແລະ ຄວາມຕັ້ງໃຈ ມຸ່ງສູ່ສິ່ງນັ້ນ.

ມຸ້ງ ເປັນຄຳນາມ.

ແປວ່າ ຜ້າທີ່ເປັນຕານ່າງນ້ອຍໆສຳລັບໄວ້ກາງກັນຍຸງ ແລະ ແມງໄມ້ຕ່າງໆທີ່ຈະນຳເຊື້ອພະຍາດມາສູ່ຄົນ. ມີລັກສະນະເປັນຫ້ອງມີຫຼາຍຮູບຫຼາຍຊົງ ເວລາເຮົາກາງຂຶ້ນມາ ເຊິ່ງເພິ່ນມັກເອີ້ນເປັນຫົວໜ່ວຍວ່າ:ດາງ ຫຼື ຫຼັງເຊັ່ນ: ມຸ້ງ 1ດາງ ຫຼື ມຸ້ງ 1ຫຼັງ. ມຸ້ງມີຫຼາຍປະເພດ ທັງກາງປ້ອງກັນຍຸງ ແລະ ແມງໄມ້ ໃຫ້ຄົນ ແລະ ໃຫ້ສັດເຊັ່ນ: ມຸ້ງໄກ້ນ້ອຍ ກາງສຳລັບກັນຍຸງ, ຮີ້ນ ຫຼື ແມງຕ່າງໆໃຫ້ໄກ່ນ້ອຍ ເພື່ອກັນບໍ່ໃຫ້ໄກ່ຕາຍຍ້ອນແມງກັດ…

ມຸ້ງກະຕ່າຍ ແມ່ນ ຫຍ້າຊະນິດໜຶ່ງໃບແຫ້ງແລ້ວລົ້ມໄຂວ່ກັນຄືມຸ້ງ ເອີ້ນ “ຫຍ້າມຸ້ງກະຕ່າຍ”.​
ຮັງຂອງສັດສຳລັບອອກລູກກໍເອີ້ນມຸ້ງ ເຊັ່ນ: ມຸ້ງກະຕ່າຍ,​ ມຸ້ງໝູ…
ຄຳສັບນີ້ ຫຼາຍຄົນທີ່ຕ້ອງການຢາກສື່ເຖິງຄວາມຕັ້ງໃຈ,​ ຄວາມປະສົງ ມັກຂຽນ “ມຸ້ງ” ໂດຍສະເພາະຄຳວ່າ “ມຸ່ງໝັ້ນ” ມັກຂຽນ”ມຸ້ງໝັ້ນ”​.

ສະ​ຫລຸບ:

ຈຸດປະສົງຫຼືຄວາມຕ້ອງການທີ່ຕ້ອງເຮັດຕ້ອງທຳ, ຕ້ອງມຸ່ງໜ້າໄປສູ່ມັນ, ຄວາມຫວັງ, ຄາດໝາຍໃນສິ່ງທີ່ໃຈປະສົງ, ສ່ວນ​ຄຳ​ວ່າ ມຸ້ງ ໝາຍ​ວ່າ​ແມ່ນຜ້າທີ່ເປັນຕານ່າງນ້ອຍໆສຳລັບໄວ້ກາງກັນຍຸງ ແລະ ແມງໄມ້ຕ່າງໆທີ່ຈະນຳເຊື້ອພະຍາດມາສູ່ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo