ພາສາລາວຄໍາວ່າ: ສາງ ກັບ ຊາງ ມີຄວາມໝາຍວ່າແນວໃດ ?

SA Game

​ເວົ້າ​ລາວ​ກັນ

ອະ​ທິ​ບາຍຄໍາວ່າ: ສາງ ແລະ ຊາງ ​ພ​າ​ສາ​ລາວມີຄວາມໝາຍວ່າແນວໃດ ?

สาง กับ ซาง มีความหมายว่าอย่างไร ?

ຄົນຕ່າງຊາດທີ່ມາຮຽນພາສາລາວບາງເທື່ອອາດຈະມີຄວາມສັບສົນໃນການຟັງ ແລະ ການອອກສຽງພະຍັນຊະນະສຽງສູງ ກັບ ສຽງຕໍ່າ ດັ່ງ “ສ” ກັບ  “ຊ” ບາງຄົນອາດຈະຄິດວ່າອອກສຽງຄືກັນແຕ່ຄວາມຈິງມີຄວາມແຕກຕ່າງກັນໃນການອອກສຽງ.

ຄວາມໝາຍຂອງຄໍາວ່າ: ສາງ ກັບ ຊາງ ມີຄວາມໝາຍແຕກຕ່າງກັນໄປຄົນລະຄວາມໝາຍເຊັ່ນ:

SA Game
​ເວົ້າ​ລາວ​ກັນ

ສາງ  ມີຫຼາຍຄວາມໝາຍຄື:

– ສະຖານທີ່ ຫຼື ເຮືອນໃຫຍ່ ທີ່ໃຊ້ເກັບ ຫຼື ກັກມ້ຽນວັດຖຸສິ່ງຂອງຈໍານວນຫຼວງຫຼາຍ ເພື່ອນໍາເອົາໄປໃຊ້ເທື່ອລະນ້ອຍ ຫຼື ຫຼາຍຕາມຄວາມຕ້ອງການ ເຊັ່ນ: ສາງເຂົ້າ,ສາງນໍ້າມັນ,ສາງເກັບສິນຄ້າ,ສາງອາວຸດ…

– ຜີ,ຜີແກ່(ຜີສາງຄາງແດງ),ເສືອໃຫຍ່.

– ຫວີ ເປັນວັດຖຸທີ່ມີແຂ້ວ ເພື່ອເອົາໄວ້ຂູດຂອງເປັນເສັ້ນ ເຊັ່ນ: ເສັ້ນຜົມ,ເສັ້ນຝ້າຍ ເອົາມາຂູດ ມາຫວີ ມາສາງ ເຮັດໃຫ້ສິ່ງທີ່ເປັນເສັ້ນແຍກອອກຈາກກັນຢ່າງເປັນລະບຽບ ບໍ່ຫຍຸ້ງ ບໍ່ພັນກັນ ຕົວຢ່າງ: ຫຍ້າຄາກ່ອນທີ່ຈະເອົາມາໃຊ້ມຸງຫຼັງຄາຕ້ອງກ່ຽວເອົາມາຕາກແດດໃຫ້ແຫ້ງແລ້ວຈຶ່ງເອົາມາສາງ ຫຼື ແຍກອອກຈາກກັນ ໃຫ້ເປັນລະບຽບເສຍກ່ອນ ກ່ອນມາໄພມາໃຊ້…

 ຊາງ ມີຄວາມໝາຍຄື:

– ຊື່ໄມ້ສອງຢ່າງຄື: ກ. ເປັນໄມ້ປ່ອງລໍາໃຫຍ່ກວ່າໄມ້ໄຜ່ບ້ານ ແຕ່ບໍ່ມີໜາມ ມັກເກີດຢູ່ຕາມພູຜາ ເຊິ່ງມີຄຸນປະໂຫຍດຢ່າງຫຼວງຫຼາຍໃນການນໍາມາໃຊ້ໃນຊີວິດປະຈໍາວັນ ເຊິ່ງເຮົາເອີ້ນຊື່ວ່າ:ໄມ້ຊາງ(ໄມ້ຊາງປ່າ)    ຂ.ຊື່ໄມ້ຈິງຕົ້ນໃຫຍ່ ມີໜ່ວຍມົນໝາກນ້ອຍ ມີລົດຫວານສຸກແລ້ວສາມາດກິນໄດ້.

– ຊື່ພະຍາດຊະນິດໜຶ່ງທີ່ເກີດຂຶ້ນກັບເດັກນ້ອຍ ມີອາການຈ່ອຍເຫຼືອງ ທ້ອງໃຫຍ່ ເຊິ່ງເພິ່ນເອີ້ນພະຍາດຊະນິດນີ້ວ່າ: ຊາງ.

ອັນທີຈິງພາສາລາວກັບພາສາໄທຄໍາວ່າ: ສາງ(สาง) ກັບ ຊາງ (ซาง) ກໍ່ມີຄວາມໝາຍຄືກັນທັງການເວົ້າ ແລະ ການສະກົດຄໍາ ແຕກຕ່າງກັນກໍ່ພຽງການຂຽນ.

ດັ່ງນັ້ນ,ໃນການອອກສຽງພາສາລາວຈະຕ້ອງໄດ້ຟັງໃຫ້ຊັດເຈນເສຍກ່ອນສໍາລັບພະຍັນຊະນະສຽງໃກ້ຄຽງ ລະຫວ່າງສຽງສູງກັບສຽງຕໍ່າ ຖ້າອອກສຽງບໍ່ຖືກຕາມພາສາຂຽນກໍ່ຈະເຮັດໃຫ້ຄວາມໝາຍປ່ຽນໄປຄົນລະທິດທາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo