ມີ​ຜົນ​ງານ​ກໍ​ຕ້ອງ​ໄດ້​ຮັບ​ລາງວັນ ປະ​ກາດ​ທຽບຊັ້ນ​ໃຫ້ນັກ​ຮຽນ​ຈົບ​ສາຍ​ລັດ

SA Game

Media Laos

ພິທີປະກາດເລື່ອນຊັ້ນ-ທຽບຊັ້ນໃຫ້ນັກຮຽນທີ່ຈົບຈາກສາຍລັດ ແລະ ຂໍ້ຕົກລົງແຕ່ງຕັ້ງຊຸດໃໝ່.

ຕ້ອງ​ໄດ້​ຍິນ​ດີ​ນຳ​ພະ​ນັກ​ງານ​ລັດ​ທີ່​ຈົບ​ໃໝ່, ເຊິງໂຮງງານປະສານເຫຼົ່າພາກກາງ ໄດ້ຈັດພິທີປະກາດເລື່ອນຊັ້ນ, ທຽບຊັ້ນໃຫ້ນັກຮຽນທີ່ຈົບຈາກສາຍລັດ ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມ ຊຸດໃໝ່.

 ວັນທີ 20 ເມສາ 2022 ນີ້ ຢູ່ໂຮງງານປະສານເຫຼົ່າພາກກາງ ໄດ້ຈັດພິທີ ປະກາດທຽບຊັ້ນໃຫ້ພະນັກງານ – ນັກຮົບ ທີ່ຮຽນຈົບຈາກສາຍລັດປະຈຳງວດຕົ້ນປີ 2022 ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ປະຈຳປີ 2022 ໂດຍການເປັນປະທານຂອງທ່ານ ພັທ ສອນວິໄລ ປັນຍາສິດ ເລຂາຄະນະພັກຮາກຖານ ອຳນວຍການໂຮງງານປະສານເຫຼົ່າພາກກາງ ເຊິ່ງມີຄະນະພັກ – ຄະນະອຳນວຍການໂຮງງານ

ມີບັນດາຫົວໜ້າພະແນກທັງ 8 ພະແນກ ແລະ 1 ໝູ່ປ້ອງກັນ, ມີຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍພະນັກງານທັງຍິງ – ຊາຍ ເຂົ້າຮ່ວມຈຳນວນ 56 ສະຫາຍ, ຍິງ 15 ສະຫາຍ

SA Game
Media Laos

ຈາກນັ້ນ ທ່ານ ພັນໂທ ວຽງມອນ ສີມມະລີ ຮອງເລຂາຄະນະພັກຮາກຖານ ຮອງອຳນວຍການໂຮງງານ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານໃຫ້ນັກຮຽນ ຮຽນຈົບວິຊາສະເພາະ ຈາກສາຍລັດຢູ່ໂຮງງານປະສານເຫຼົ່າພາກກາງ ທີ່ຂື້ນກັບກົມໃຫຍ່ເຕັກນິກກອງທັບ ຈຳນວນ 04 ສະຫາຍ, ຫຼັງຈາກນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມ ໂຮງງານປະສານເຫຼົ່າພາກກາງ ຊຸດໃໝ່ ປະຈຳປີ 2022 .

SA Game
Media Laos

ໃນໂອກາດດຽວກັນທ່ານ ພັນໂທ ສອນວິໄລ ປັນຍາສິດ ກໍ່ໄດ້ໃຫ້ຄຳໂອ້ລົມແກ່ບັນດາພະນັກງານ – ສະຊິກຊາວໜຸ່ມ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານຜູ້ທີ່ໄດ້ຮັບຊັ້ນໃໝ່ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມຂັ້ນເທິງມອບໝາຍ ໃຫ້ມີປະສິດທິຜົນ ແລະ ບັນລຸຕາມເປົ້າໝາຍທີ່ກຳນົດໄວ້, ພ້ອມກັນນັ້ນ ກໍ່ຍັງໄດ້ເໜັ້ນໜັກເຖິງວຽກງານດ້ານການເມືອງແນວຄິດ ໃຫ້ຖືເອົາເປັນບັນຫາສຳຄັນພ້ອມທັງຮັບປະກັນການປະຕິບັດວຽກງານຂອງແຕ່ລະສະຫາຍເອົາໃຈໃສ່ດ້ານຄຸນນະພາບ, ຮັບປະກັນຄວາມປອດໄພໃຫ້ໄດ້ດີ ພ້ອມກັນສ້າງສາ ພັດທະນາກົມກອງໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos