ມາ​ຮ​ຽນ​ຮູ້ຄໍາວ່າ “ລໍາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລໍາ” ມີຄວາມໝາຍແນວໃດ?

​ຄໍາວ່າ “ລໍາ” ໝາຍເຖິງລໍາໂຕ ຫຼື ຕົນໂຕຂອງຄົນ, ສັດ, ຕົ້ນໄມ້ ບໍ່ນັບເອົາສ່ວນທີ່ເປັນແຂນຂາ ຫຼື ກິ່ງງ່າ. “ລໍາ” ຍັງໃຊ້ເອີ້ນສີ່ງທີ່ກົມຍາວເຊັ່ນ: ລໍາຄໍ, ລໍາໂຕ ຫຼື ລໍາຄິງ, ລໍາແຂນ, ລໍາຂາ, ລໍາໃສ້, ລໍາກ້ອງ. ແຕ່ແຕກຕ່າງແມ່ນ ລໍາໂພງ ຊຶ່ງແມ່ນເຄື່ອງຂະຫຍາຍສຽງ. ພ້ອມນັ້ນ, ຍັງໃຊ້ເອີ້ນໄມ້, ເຮືອ, ເຮືອບິນ ຫຼື ຍົນ ດັ່ງ ໄມ້ຊາງ 10 ລໍາ, ລໍາຕົ້ນຕານ, ເຮືອນຶ່ງລໍາ, ເຮືອບິນ ຫຼື ຍົນ ນຶ່ງລໍາ, (ໃຊ້ເວົ້າກັບປືນ).

ນອກຈາກນີ້, ຍັງໃຊ້ຄວບກັບຄໍາອື່ນເປັນຕົ້ນ ລໍາໃຍ ແມ່ນຕົ້ນໄມ້ມີຜົນແນວນຶ່ງ ຜົນນ້ອຍມົນເປັນພົ້ວຣົດຫວານ, ລໍາມຸດແມ່ນຕົ້ນໄມ້ມີຜົນແນວນຶ່ງໝາກມີຣົດຫວານ, ລໍາດັບໝາຍເຖິງການລຽນກັນໄວ້ໃຫ້ເປັນລະບຽບຕາມຕໍາແໜ່ງ ຫຼື ລັກສະນະ, ລໍາດວນ ແມ່ນຕົ້ນໄມ້ແນວນຶ່ງ ດອກໜາມີສີ່ກີບ ກິ່ນຫອມ, ລໍາບາກ ໝາຍເຖິງຄວາມຍາກ ຫຼື ບໍ່ສະບາຍ ຫຼື ບໍ່ສະດວກ, ລໍາພັງ ໝາຍເຖິງຈໍາເພາະຕົນ ຫຼື ບໍ່ກ່ຽວກັບຜູ້ອື່ນ, ລໍາມະລອກ ແມ່ນພະຍາດຜິວໜັງແນວນຶ່ງ ເປັນຕຸ່ມມີໜອງ, ລໍາລຽງ ແມ່ນການຂົນສົ່ງ, ລໍາອຽງ ໝາຍເຖິງການເຂົ້າຂ້າງ ຫຼື ເຂົ້າກັບຝ່າຍໃດຝ່າຍນຶ່ງ ຢູ່ບໍ່ເປັນກາງ, ລໍາເລື່ອງຕໍ່ກອນໝາຍເຖິງການເອົາເລື່ອງລໍາໄປຄວບຄູ່ກັບການສະແດງ, ລໍາຄານ ໝາຍເຖິງ ການເຮັດໃຫ້ຫງຸດຫງິດ, ລໍາບາກໝາຍເຖິງບໍ່ສະດວກສະບາຍ, ລໍາທານ ແມ່ນແມ່ນໍ້າ, ລໍາວົງແມ່ນການຟ້ອນຢ່າງ ນຶ່ງ ແລະ ອື່ນໆ.

SA Game
DooDiDo

ຄໍາວ່າ “ລໍາ” ຍັງໝາຍເຖິງຮ້ອງລໍາທໍາເພັງ ຟັງແລ້ວອອນຊອນມ່ວນຫູ, ແຕ່ບໍ່ແມ່ນຂັບ ຫຼື ຮ້ອງເພັງ. ໃນປະເທດ ລາວ ການລໍາແບ່ງອອກເປັນຫຼາຍປະເພດ ສ່ວນໃຫຍ່ແມ່ນຕັ້ງຊື່ຕາມຈັ່ງຫວະທໍານອງ, ພູມລໍາເນົາ ຫຼື ເຜົ່າຂອງ ການລໍາ ເຊັ່ນ: ລໍາຜູ້ໄທ, ລໍາສີພັນດອນ, ລໍາຄອນສະຫວັນ, ລໍາສາລະວັນ ແລະ ອື່ນໆ. “ລໍາ” ຍັງໝາຍເຖິງເຮື່ອງດັ່ງ ລໍາສັງສິນໄຊ, ລໍາພຣະເວດ, ລໍາມະໂຫສົດ ເປັນຕົ້ນ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ລໍາ”.

“ລໍາ” (1. ຄໍານາມ) ຕົນໂຕຂອງຄົນ, ສັດ, ຕົ້ນໄມ້ ບໍ່ນັບເອົາສ່ວນທີ່ເປັນແຂນຂາ ຫຼື ກິ່ງງ່າ, ລັກສະນະ ນາມຮຽກຕົ້ນໄມ້ ຫຼື ເຮືອວ່າ ລໍາ. (2. ຄໍາກິລິຍາ) ເວົ້າຕາມບົດກອນເປັນຈັ່ງຫວະສຽງຂຶ້ນລົງໃສ່ແຄນຮຽກ ວ່າ ລໍາ ມີຫຼາຍວາດຄື: ລໍາສາກົນ, ລໍາເຕີ້ຍ, ລໍາລ່ອງຂອງ, ລໍາສີພັນດອນ, ລໍາຄອນສະຫວັນ, ລໍາຜູ້ໄທ, ລໍາສາລະວັນ ເປັນຕົ້ນ. (3. ຄໍານາມ) ເຮື່ອງ, ຮຽກໜັງສືນິທານຊາດົກທີ່ບໍ່ໄດ້ແຕ່ງເປັນກອນອ່ານ ເປັນ ແຕ່ໜັງສືສໍາລັບເທດ ວ່າລໍາ ດັ່ງ ລໍາສັງສິນໄຊ, ລໍາພຣະເວດ, ລໍາມະໂຫສົດ ເປັນຕົ້ນ.

ສະຫຼຸບ.

ຄໍາວ່າ “ລໍາ”​ ໝາຍເຖິງຕົນໂຕ ຫຼື ສິ່ງກົມຍາວຂອງຄົນ, ສັດ, ຕົ້ນໄມ້. ໃຊ້ເປັນລັກສະນະນາມຮຽກຕົ້ນໄມ້ ຫຼື ເຮືອວ່າ ລໍາ. ແມ່ນສຽງລໍາ ຊຶ່ງແມ່ນການຮ້ອງເພັງແນວນຶ່ງ ຢູ່ລາວມີຫຼາຍປະເພດລໍາ ທີ່ມີທ້ອຍທໍານອງແຕກຕ່າງກັນ ອອກໄປ. ອີກຢ່າງນຶ່ງໝາຍເຖິງ ເຮື່ອງເຊັ່ນ: ລໍາສັງສິນໄຊ, ລໍາພຣະເວດ, ລໍາມະໂຫສົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo