ຄໍາວ່າ “ຍາມ” ຄວາມໝາຍໃນພາສາລາວວ່າ​ແນວ​ໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຍາມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍາມ” ໝາຍເຖິງການບົ່ງບອກເວລາ ຫຼື ເມື່ອ ຫຼື ຍາມເມື່ອ ຫຼື ເມື່ອໃດ ເຊັນ: ຍາມໃດ, ຍາມ ເວລາ, ຍາມເມື່ອເວລາ, ຍາມເຊົ້າ, ຍາມບ່າຍ, ຍາມງາຍ, ຍາມກອງງາຍ, ຍາມກອງແລງ, ຍາມແລງ, ຍາມຄ່ຳ, ຍາມເດີກ ຫຼື ຕອນເດີກ, ຍາມຄ້າຍ, ຍາມຄັບຂັນ, ຍາມສະຫງົບ, ຍາມຍາກ, ຍາມດີ, ເລີກ ງາມຍາມດີ, ຍາມກ່ຽວເຂົ້າ, ຍາມຝົນ, ຍາມແລ້ງ, ຍາມໜາວ, ຍາມຮ້ອນ, ຍາມພັກ, ຍາມພັກຜ່ອນ, ຍາມວຽກ, ຍາມວຽກຍາມງານ, ຍາມວ່າງ, ຍາມອຶດ, ຍາມອຶດຢາກ, ຍາມດີຍາມຮ້າຍ, ຍາມມີຄວາມສຸກ, ຍາມມີຄວາມທຸກ, ຍາມມີຄວາມໂສກເສົ້າ.

ສຸພາສິດລາວ “ຢາມຢູ່ໃຫ້ສ້າງຄວາມດີ ຍາມໜີໃຫ້ເພີ່ນຄິດ ຮອດ”, “ຍາມຢາກຮ້າຍແລ້ວໄລ່ໜີ ຍາມໃຈດີລະບອກຢູ່”. ນອກຈາກນັ້ນ, ຍັງໝາຍເຖິງການເຝົ້າຮັກສາ ຄວາມປອດໄພ ຫຼື ພະນັກງານຮັກສາຄວາມປອດໄພ, ຄົນເຝົ້າສະຖານທີ່ ຫຼື ຮັກສາເຫດການຕາມກໍານົດ ເວລາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຍາມ”.

“ຍາມ” (1. ຄໍານາມ) ເວລາ, ຄັ້ງຄາວ, ສ່ວນແຫ່ງວັນ, ໃນຄັ້ງບູຮານ ເພີ່ນແບ່ງຍາມກາງເວັນອອກເປັນ 8 ຍາມ ຮຽກຊື່ດັ່ງນີ້: ຍາມຕູດເຊົ້າ, ຍາມກອງງາຍ, ຍາມແຖໃກ້ທ່ຽງ, ຍາມທ່ຽງ, ຍາມຕູດຊ້າຍ, ຍາມ ກອງແລງ, ຍາມແຖໃກ້ຄໍ່າ, ຍາມຄໍ່າ. ເມື່ອ, ຍາມເມື່ອ, ເມື່ອໃດ. (2. ຄໍານາມ) ຄົນເຝົ້າສະຖານທີ່ ຫຼື ຮັກສາເຫດການຕາມກໍານົດເວລາ. ການເຝົ້າຍາມ, ພະນັກງານຮັກສາຄວາມປອດໄພ.

ຕົວຢ່າງ:

  • ພໍເມື່ອຍາມຕາເວັນຄ້ອຍຄໍ່າ ຕາເວັນຕໍ່າຕົກດິນ ຝູງສາລິກາຕ່າວ ບິນຄືນສູ່ຮັງ.
  • ຈັກຍາມການລະບາດຂອງພະຍາດໂຄວິດ-19 ຈິ່ງຈະໝົດໄປຈາກໂລກນີ້, ຂະໜາດສໍານີ້ກໍຍັງລໍາ ບາກພໍແຮງ.
  • ຍາມຝົນຢູ່ລາວແມ່ນແຕ່ເດືອນ 7 ຫາເດືອນ 9 ຂອງທຸກໆປີ ໃນຊ່ວງນີ້ປະຊາຊົນພາກັນເຮັດໄຮ່ເຮັດ ນາປູກເຂົ້າ.
  • ພະນັກງານຮັກສາຄວາມປອດໄພ ຍາມທະນາຄານທັງເວັນທາງຄືນ ດ້ວຍການປ່ຽນຍາມກັນເປັນຊ່ວງ.
  • ອ້າຍນ້ອງທະຫານຍາມຄ້າຍຢ່າງເຄັ່ງຄັດ ການເຂົ້າອອກແມ່ນມີການກວດຢ່າງລະອຽດ.

ສະຫຼຸບ.

ຄໍາວ່າ “ຍາມ”​ ໝາຍເຖິງເວລາ ຫຼື ເມື່ອໃດເມື່ອນຶ່ງ. ໝາຍເຖິງການເຝົ້າຮັກສາ ຫຼື ແມ່ນຄົນຮັກສາຄວາມ ປອດໄພ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo