ຄໍາວ່າ “ງາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ງາ” ມີຄວາມໝາຍແນວໃດ?

ຄໍາວ່າ “ງາ” ໝາຍເຖິງແຂ້ວຍາວທີ່ປົ່ງອອກຈາກປາກເຊັ່ນ: ງາຊ້າງ, ງາອ່ຽນ, ງາສິງໂຕທະເລ ເປັນຕົ້ນ. ງາ ເປັນສິ່ງຂອງທີ່ຄົນນິຍົມກັນນໍາມາເຮັດເປັນເຄື່ອງປະດັບເອ້ຍ້ອງ, ເຄື່ອງນໍາໂຊກ, ເຄື່ອງລາງຂອງຂັງ ເພື່ອເພີ່ມບາລະມີແກ່ຕົນ. ສັງຄົມລາວແມ່ນໃຫ້ຄວາມສໍາຄັນແກ່ງາຫຼາຍ ເພາະຖືວ່າເປັນຂອງມຸງຄຸນ ໂດຍ ສະເພາະແມ່ນງາຊ້າງ ຊຶ່ງສະແດງອອກໃນວັນນະກໍາ ຄື ເລື່ອງກໍາພ້ານາງງານ, ສຸພາສິດ “ລ້ຽງຊ້າງເຖົ້າ ຂາຍງາໄດ້ກິນຄ່າ ລ້ຽງຊ້າງນ້ອຍຕາຍຈ້ອຍຄ່າບໍ່ມີ”. “ງາ” ຍັງໝາຍເຖິງສ່ວນປະກອບນຶ່ງຂອງໄຊ ເອີ້ນງາ ໄຊ, ລອບ ເອີ້ນງາລອບ ທາງປາກກວ້າງທາງກົ້ນ ແຄບສໍາລັບໃຫ້ປາເຂົ້າໄປແລ້ວອອກບໍ່ໄດ້.

ນອກຈາກນີ້, ຍັງໝາຍເຖິງຕົ້ນງາ ຊຶ່ງໄມ້ແນວນຶ່ງເປັນຟຸ່ມ ເປັນ ພຶດລົ້ມລຸກ, ຜົນເປັນເມັດນ້ອຍໆສີຂາວ ຫຼື ສີດໍາ ໃຊ້ບີບເອົານໍ້າມັນເພື່ອຮັບປະທານ ຫຼື ປະສົມອາຫານ ແລະ ເຮັດເປັນເຄື່ອງເທດ. ງາມີເມັດ ແຫຼມ ແລະ ເມັດມົນ ຊຶ່ງເມັດມົນເອີ້ນງາແດກເຂົ້າ ຫຼື ງາມ້ອນ ຫຼື ງາຂີ້ມ້ອນ. ງາ ມີປະໂຫຍດ ແລະ ຊັບພະຄຸນຫຼາຍຢ່າງ ລວມທັງດ້ານການຢາ ຊຶ່ງໄດ້ນໍາໃຊ້ກັນມາແຕ່ບູ ຮານ. ອີກຄວາມໝາຍນຶ່ງ ໝາຍ ເຖິງການຍົກມື, ຍົກໄມ້ແສ້ ຫຼື ຍົກຄ້ອນຕີຂຶ້ນເພື່ອຈະຕີ ກະເອີ້ນງາຄືກັນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າງາ”.

“ງາ” (1. ຄໍານາມ) ແຂ້ວຍາວທີ່ປົ່ງອອກຈາກປາກຊ້າງ ເອີ້ນງາຊ້າງ, ສ່ວນນຶ່ງຂອງເຄື່ອງຫ້າງເອົາສັດຖັກ ໃຫ້ທາງ ປາກກວ້າງທາງກົ້ນແຄບ ສໍາລັບໃຫ້ສັດເຂົ້າໄປແລ້ວອອກບໍ່ໄດ້ ດັ່ງ ງາລອບ,ງາໄຊ ເປັນຕົ້ນ.

(2. ຄໍານາມ) ຕົ້ນໄມ້ພຸ່ມຊະນິດນຶ່ງ ເມັດນ້ອຍໆໃຊ້ນໍ້າມັນ ແລະ ປະສົມອາຫານໄດ້ ງາມີງາດໍາ ແລະ ງາຂາວ

(3. ຄໍາກິລິຍາ) ເງືອດມື ຫຼື ຄ້ອນຕີຂຶ້ນເພື່ອຈະຕີ, ເງືອດ, ງ້າ.

ຕົວ­ຢ່າງ: 

  • ງາຊ້າງເປັນຂອງເອ້ຍ້ອງທີ່ມີຄຸນຄ່າ ແລະ ລາຄາແພງ ຊຶ່ງເຮົາເຫັນໄດ້ຈາກການປະດັບປະດາ ບ່ອນນັ່ງຂອງປະທານປະເທດ ເພື່ອຮັບແຂກບ້ານແຂກເມືອງ. ປະຈຸບັນມີການຂຶ້ນທະບຽນງາ ຊ້າງ ແລະ ມີການຫ້າມຂ້າຊ້າງເພື່ອເອົາງາ.
  • ງາອ່ຽນເປັນຂອງວິເສດ ຕາມທີ່ເລົ່າກັນມາ ຖ້າໃຜຄອບຄອງແມ່ນຈະໄປມາແບບຄ່ອງໂຕ ແລະ ສາມາດຫຼົບຫຼີກການຈັບກຸມໄດ້.
  • ຍ້ອນງາໄຊຂາດ ເລີຍເຮັດໃຫ້ປາຫຼຸດອອກໄດ້ ບໍ່ເຫຼືອພໍໂຕ ຈັ່ງແມ່ນເປັນຕາເສຍດາຍ.
  • ນໍ້າມັນງານໍາໃຊ້ແຕ່ງກິນດີ ເພາະຊ່ວຍບໍາລູງຜິດພັນໃຫ້ສົດໃສ, ສ້ອມແຊມ ແລະ ເສີມສ້າງພູມຄຸ້ມ ກັນ, ຊ່ວຍປ້ອງກັນຫຼອດເລືອດແຂງຕົວ ແລະ ອື່ນໆ.
  • ລາວຈັບຄ້ອນຕີງາຂຶ້ນສຸດແຂນ ແລ້ວຕີລົງດ້ວຍຄວາມແຮງ ເຮັດໃຫ້ກ້ອນຫີນແຕກທັນທີ.

ສະຫຼຸບ.

ຄໍາວ່າ “ງາ” ໝາຍເຖິງແຂ້ວຍາວທີ່ປົ່ງອອກຈາກປາກສັດບາງຊະນິດ ເຊັ່ນ: ງາຊ້າງ, ງາອ່ຽນ. ງາໝາຍ ເຖິງງາໄຊ, ງາລອບ ເປັນຕົ້ນ. ນອກຈາກນີ້, ຍັງໝາຍເຖິງຕົ້ນງາ ເມັດງາ. ອີກຄວາມໝາຍນຶ່ງໝາຍເຖິງ ການງາມືຂຶ້ນ ຫຼື ຍົກມືຂຶ້ນເພື່ອຈະຕີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo