ມາ​ຮູ້​ຈັກ ຄໍາວ່າ “ເກາະ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ເກາະ” ມີຄວາມໝາຍແນວໃດ?

​ຄໍາວ່າ “ເກາະ” ໝາຍເຖິງເນື້ອທີ່ດິນທີ່ມີນໍ້າອ້ອມ ເອີ້ນເກາະ ຫຼື ດອນ ໃນໂລກນີ້ປະກອບມີເກາະດອນນ້ອຍໃຫຍ່ ແຕກຕ່າງກັນໄປ ເຊັ່ນ: ເກາະໄຕ້ຫວັນ, ໝູ່ເກາະພາຣາເຊລ໌ ແລະ ໝູ່ເກາະສະແປດລີ ຢູ່ທະເລຈີນໃຕ້, ເກາະບາຫຼີ, ເກາະກຼີນແລນ, ໝູ່ເກາະເມົາດີບ ເປັນຕົ້ນ. “ເກາະ” ຍັງໝາຍເຖິງສີ່ງທີ່ປ້ອງກັນການທໍາຮ້າຍຈາກສິ່ງອື່ນ ເປັນຕົ້ນອາວຸດ ບໍ່ວ່າຊິເປັນລູກທະນູ, ລູກປືນ, ລະເບີດ ແລະ ອາວຸດອື່ນໆ, ເຊັ່ນ: ລົດຫຸ້ມເກາະ ລົດຕັງ ລົດຊາ, ເກາະປ້ອງກັນໂລກ ແມ່ນຊັ້ນໂອໂຊນ.

ພ້ອມນັ້ນ “ເກາະ” ຍັງໝາຍເຖິງຍັງໝາຍເຖິງກ່ຽວຂ້ອງ ຫຼື ຄາຢູ່ ເປັນຕົ້ນ ເກາະຜິດຊຶ່ງກັນ ແລະ ກັນ, ເກາະຕິດເຫດການ, ເກາະຕິດສະຖານະການ. ນອກຈາກນັ້ນ, ຍັງໝາຍເຖິງການຫ້ອຍ ຫຼື ແຂວນ ເຊັ່ນ: ເກາະຫ້ອຍໄວ້ຝາ, ເກາະແຂວນຢູ່ຫ້ອງ, ແມງມູມເກາະຝາ ແລະ ຍັງມີຄໍາອື່ນໆອີກເຊັ່ນ: ເກາະໄກປືນ ໝາຍເຖິງການຍິງປືນ, ເກາະກິນ ໝາຍເຖິງບໍ່ເຮັດຫຍັງຖ້າກິນແຕ່ນໍາຜູ້ອື່ນ. ອີກຄວາມໝາຍນຶ່ງໝາຍເຖິງໝາຍເກາະຂອງສານ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ເກາະ”.

“ເກາະ” (1. ຄໍານາມ) ດອນຢູ່ກາງນໍ້າ, ທະວີບ, ແຜ່ນດິນ. ເຄື່ອງປ້ອງກັນອາວຸດທໍາດ້ວຍເຫຼັກ ຫຼື ໜັງ ສຸບໃສ່ຕົວ, ເຫຼັກຫຸ້ມລົດສໍາລັບປ້ອງກັນລູກປືນ. (2. ຄໍາກິລິຍາ) ກ່ຽວຂ້ອງ, ຄາຢູ່, ເອີ້ນມາດ້ວຍຈົດໝາຍ ຫຼື ອໍານາດຂອງສານ. ຫ້ອຍ, ແຂວນ.

ຕົວ­ຢ່າງ: 

  • ເກາະກຼີນແລນ ເປັນເກາະທີ່ໃຫຍ່ທີ່ສຸດໃນໂລກ ເປັນເກາະທີ່ໜາວຫຼາຍ ແຕ່ມີຊັບພະຍາກອນນັບບໍ່ຖ້ວນເຊັ່ນກັນ.
  • ໝູ່ເກາະເມົາດີບ ເປັນໝູ່ເກາະທີ່ສວຍງາມອັນດັບຕົ້ນໆຂອງໂລກ ທີ່ຫຼາຍຄົນໄຝ່ຝັນຢາກໄປທ່ຽວຈັກຄັ້ງໃນຊີວິດຂອງຕົນ.
  • ລົດຫຸ້ມເກາະລັດເຊຍຖືໄດ້ວ່າເປັນລົດຫຸ້ມເກາະທີ່ທັນສະໄໝອັນດັບນຶ່ງຂອງໂລກ ເພາະມີການພັດ ທະ ນາໃຫ້ທັນສະໄໝ ແລະ ສາມາດປ້ອງກັນລູກປືນໄດ້.
  • ທຸກມື້ນີ້ສະຫະລັດອາເມລິກາ ແລະ ລັດເຊຍ ມັກເກາະຜິດກັນ ໂດຍມີປະເທດສົງຄາມຕົວແທນ ຊຶ່ງເຮົາເຫັນໄດ້ໃນປະຈຸບັນ ໃນຫຼາຍປະເທດ.
  • ຄູ່ຮັກຂອງຄົນຕາເວັນຕົກສ່ວນໃຫຍ່ມັກເກາະແຂນ, ຈູບກັນ ຢູ່ສະຖານທີ່ສາທາລະນະ ແຕ່ຢູ່ໃນລາວຖື ວ່າເປັນສິ່ງບໍ່ຄ່ອຍງາມຕາ ເພາະມັນບໍ່ສອດຄ່ອງກັບຮິດຄອງ.
  • ໝາຍເກາະຂອງສານ ແມ່ນໜັງສືທາງລັດສະການ ໃຫ້ສໍາເນົາໄວ້ ແລະ ຈົ່ງສົ່ງໃຫ້ມັນຖືກຕ້ອງຫ້າມເຮັດຕົກເຮ່ຍ.
  • ຮູບຖ່າຍຄອບຄົວໃບໃຫຍ່ ໃຫ້ແຂວນ ຫຼື ເກາະໂຊໄວ້ຫ້ອງຮັບແຂກ ເພື່ອເວລາເຂົາເຈົ້າມາຢາມໃຫ້ຄອບຄົວເຮົາມີໃຜແດ່.
  • ໂຕປິງເກາະຢູ່ທ້ອງໂຕຄວາຍ ດູດເລືອດຈົນອີ່ມ ເບີ່ງໂຕບັກໃຫຍ່ ເລືອດຄືຊິເຕັມທ້ອງມັນແລ້ວ.

ສະຫຼຸບ.

ຄໍາວ່າ “ເກາະ”​ ໝາຍເຖິງດອນ ຫຼື ທະວີບ, ໝາຍເຖິງເຄື່ອງປ້ອງກັນຈາກອາວຸດ, ໝາຍເຖິງການກ່ຽວ ຂ້ອງກັນ, ໝາຍເຖິງຈົດໝາຍຂອງສານ. ນອກຈາກນັ້ນ, ຍັງໝາຍເຖິງການເກາະຫ້ອຍ ຫຼື ການແຂວນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo