ມາ​ຮູ້​ຈັກ ຄໍາວ່າ “ຄິ້ວ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ຄິ້ວ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄິ້ວ” ແມ່ນອະໄວຍະວະສ່ວນນຶ່ງຂອງຮ່າງກາຍຂອງຄົນ ເປັນຂົນຢູ່ເທິງຕາ ບາງຄົນກໍເປັນຂົນຫຼາຍ ເອີ້ນ ຄິ້ວດົກ, ບາງຄົນກໍເປັນຂົນນ້ອຍ ເອີ້ນ ຄິ້ວບາງ. ຄິ້ວ ໂດຍຕາມທໍາມະຊາດມີໄວ້ເພື່ອກັນນໍ້າເຫື່ອເຂົ້າຕາ.

ອີງຕາມຄວາມນິຍົມມາແຕ່ດົນຜູ້ຍິງ (ແມ່ຍິງ) ໜຸ່ມສາວ ຮອດຜູ້ເຖົ້າ ແມ່ນມັກດັດແກ້ຄິ້ວດ້ວຍຮູບແບບຕ່າງໆ ເພື່ອໃຫ້ງາມ ດັ່ງຄໍາວ່າ ຄິ້ວກົ່ງວົງເດືອນ ແລະ ໃນປະເທດຕ່າງກັນ ຫຼື ວັດທະນາທໍາຕ່າງກັນກໍຈະຕົບແຕ່ງຄິ້ວຕ່າງກັນອອກໄປ. ຄິ້ວມີການສັກ ເອີ້ນ ສັກຄິ້ວ, ມີການແຕ້ມເອີ້ນ ແຕ້ມຄິ້ວ, ມີການໂກນ ຫຼື ແຖ ເອີ້ນແຖຄິ້ວ ເພື່ອໃຫ້ບາງ ແລະ ໄດ້ຮູບຮ່າງໜາ ບາງຕ່າງກັນ. ພ້ອມນັ້ນ ຍັງມີການຍິກຄິ້ວ ຫຼື ຍົກຄິ້ວ ອາດຈະເບື້ອງນຶ່ງ ຫຼື ອາດຈະສອງເບື່ອງ ເພື່ອເປັນການສົ່ງສັນຍານ ຫຼື ໃຫ້ຄວາມໝາຍຢ່າງໃດນຶ່ງ. ຄໍາວ່າ “ຄິ້ວ” ຍັງໝາຍເຖິງການທໍານາຍຖືກ, ທໍານາຍແມ່ນຍໍາ, ເປັນໄປຕາມທວາຍໄວ້ ເອີ້ນ ທວາຍຄິ້ວຫຼາຍ, ເວົ້າຄິ້ວ ໝາຍເຖິງເວົ້າຖືກ. ນອກຈາກນັ້ນ, ຄໍາວ່າ “ຄິ້ວ” ຍັງໝາຍເຖິງໄກສຸດສາຍຕາ ນັ້ນເອງ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄິ້ວ”.

“ຄິ້ວ” (1. ຄໍານາມ) ອະໄວຍະວະ ບ່ອນເປັນວົງຢູ່ເທິງຕາ. ຂົນຢູ່ເທິງຕາ. (2. ຄໍາກິລິຍາ) ແນ່, ແມ່ນ, ຖືກ (ທວາຍຄິ້ວ). ຄິ້ວຄວັ່ງ. ສາຍຕາໄກສຸດ (ວ່າຈັກ ເມືອບົນຫຼື້ແສນທະວີ ຄິ້ວຄວັ່ງ) (ທ້າວຮຸ່ງທ້າວເຈືອງ). ການເປັນໄປດັ່ງທີ່ຖືກທຳນາຍໄວ້.

ຕົວ­ຢ່າງ: 

  • ຄົນອາຊີມີຂົນຄິ້ວເປັນສີດໍາ ດັ່ງຜົມ. ສ່ວນຄົນຢູໂລບ ສ່ວນໃຫຍ່ຂົນຄິ້ວເປັນສີທອງ ດັ່ງຜົມເຂົາເຈົ້າເຊັ່ນກັນ ແຕ່ຄິ້ວດົກຄິ້ວບາງແມ່ນບໍ່ສາມາດກໍານົດໄດ້ທັງສອງເຊື້ອສາຍ ຂຶ້ນກັບທໍາມະຊາດໃຫ້ມາ.
  • ກ່ອນໄປງານດອງ ຍິງສາວໄປຮ້ານເສີມສວຍ ເພື່ອແຕ່ງໜ້າແຕ່ງຕາ ແຕ້ມຄິ້ວ ໃຊ້ເວລາດົນເຕີບກ່ອນຈະແລ້ວ ເພືອເຮັດໃຫ້ງາມ ຈາກນັ້ນຈິ່ງໄປງານ.
  • ລາວເປັນໝໍດູທີ່ຄິ້ວຫຼາຍ ເພາະເບີ່ງດວງໃຫ້ໃຜແມ່ນຖືກຕ້ອງ ແລະ ລາວສາມາດທວາຍອະນາຄົດໃຫ້ອີກດ້ວຍ.
  • ຈັ່ງແມ່ນເຈົ້າຄິ້ວ! ພໍແຕ່ເວົ້າປັບ ບໍ່ຮອດຫ້ານາທີ ເຂົາມາຮອດກະເຮັດຕາມເຈົ້າເວົ້າໄວ້ແທ້ໆ.
  • ຖ້າໃຫ້ລາວໄປຈົນຄິ້ວຄວັ່ງ (ສຸດສາຍຕາ) ຂ້ອຍຈິ່ງເມືອ.

ສະຫຼຸບ.

ຄໍາວ່າ “ຄິ້ວ”​ ໝາຍເຖິງຂົນທີ່ອອກຢູ່ເທິງຕາ ເອີ້ນ ຂົນຄິ້ວ, ໝາຍເຖິງການທວາຍແມ້ນຍໍາ ຖືກຕ້ອງ ເອີ້ນທວາຍຄິ້ວ. ໝາຍເຖິງສຸດສາຍຕາ ເອີ້ນ ຄິ້ວຄວັ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo