ຄຳວ່າ “ຫວ່າງ” ແລະ “ຫວ້າງ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ຫວ່າງ” ແລະ ຫວ້າງ”.

ຄໍາວ່າ ​“ຫວ່າງ” ແລະ ​“ຫວ້າງ” ສອງຄໍານີ້ການອອກສຽງໃກ້ຄຽງກັນຕ່າງແຕ່ສຽງສູງຕໍ່າ. ສໍາລັບຄວາມໝາຍຄໍາວ່າ ​“ຫວ່າງ” ແມ່ນມີຄວາມໝາຍຫຼາຍຢ່າງ ແລະ ນຶ່ງໃນນັ້ນແມ່ນມີຄວາມໝາຍຄືກັບຄໍາວ່າ ​“ຫວ້າງ” ທີ່ໝາຍເຖິງ ບ່ອນເປົ່າ ນັ້ນເອງ.

ຄໍາວ່າ ​“ຫວ່າງ” ໝາຍເຖິງ ຍາມ ຫຼື ເວລາ ເປັນຕົ້ນ: ຫວ່າງຢ່າ, ຫວ່າງກີ້, ຫວ່າງມໍ່ໆນີ້, ຫວ່າງນຶ່ງ, ຫວ່າງປີກາຍປີກ່ອນ, ຫວ່າງແລ້ວ ເປັນຕົ້ນ. ພ້ອມນັ້ນ, ຍັງໝາຍເຖິງ ຍ່ານ, ຈາກບ່ອນນຶ່ງໄປອີກບ່ອນນຶ່ງ ຫຼື ບ່ອນກາງ ເປັນຕົ້ນ ຫວ່າງກາງ, ຫວ່າງຂາ, ຫວ່າງຄິ້ວຕາ, ຫວ່າງພູ, ແມ່ນໍ້າໄຫຼຫວ່າງກາງສອງບ້ານ, ບ້ານຢູ່ຫວ່າງກາງສອງທົ່ງນາ. ນອກຈາກນີ້, ຍັງໝາຍເຖິງບ່ອນເປົ່າຄືກັນກັບ ​“ຫວ້າງ” ເຊັ່ນ: ຫົວໃຈຍັງຫວ່າງ, ຫວ່າງເວ (ໝາຍເຖິງບໍ່ມີຫຍັງ), ດິນເປົ່າຫວ່າງ, ທ້ອງຟ້າປອດປົ່ງ ແລະ ຫວ່າງເປົ່າ ບໍ່ມີເມກ.

ຄໍາວ່າ ​“ຫວ້າງ” ໝາຍເຖິງບໍ່ມີຫຍັງ, ເປົ່າ ຫຼື ບ່ອນເປົ່າ ແລະ ນອນໃນນຶ່ງຄວາມໝາຍຂອງ ​“ຫວ່າງ” ດັ່ງໄດ້ອະທິບາຍຂ້າງເທິງ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຫວ່າງ”.

“ຫວ່າງ” (1. ຄໍານາມ) ຍາມ, ເວລາ, ເທື່ອ, ຍ່ານ, ບ່ອນກາງ, ບ່ອນເປົ່າ, ລະຍະແຕ່ບ່ອນນຶ່ງໄປເຖິງບ່ອນນຶ່ງ.

ຕົວ​ຢ່າງ:

  • ເຈົ້າຊອກຫາລາວບໍ່! ຫວ່າງກີ້ລາວບອກວ່າລາວຊິໄປຊື້ປີ້ຍົນ ເພື່ອເດີນທາງໄປເຮັດວຽກຢູ່ຕ່າງແຂວງ ຄິດວ່າອີກບໍ່ດົນລາວກໍຊິກັບມາແລ້ວ ໃຫ້ເຈົ້າໂທຫາລາວເດີ.
  • ປະເທດມາເລເຊຍ ແມ່ນຢູ່ລະຫວ່າງກາງປະເທດໄປ ແລະ ປະເທດສິງກາໂປ.
  • ແມ່ ແລະ ເມຍ ຄຽດກັນ ອ້າຍຢູ່ຫວ່າງກາງປະພຶດຕົວຍາກ ເຮັດແນວໃດຈິ່ງຈະສາມາດໃຫ້ສອງ ຄົນນີ້ເຂົ້າໃຈກັນໄດ້.
  • ມື້ນີ້ທ້ອງຟ້າຫວ່າງເປົ່າ ເປັນສີຟ້າງາມຕາດີ ບໍ່ເຫັນມີເມກຈັກນ້ອຍເລີຍ.

ຄວາມໝາຍຄຳ​ວ່າ “ຫວ້າງ”.

“ຫວ້າງ” (1. ຄໍານາມ) ບ່ອນເປົ່າ.

ຕົວ​ຢ່າງ:

  • ດິນຕອນນີ້ຫວ້າງ ແລະ ຕິດປະກາດໃຫ້ເຊົ່າ ເບີ່ງແລ້ວເປັນທໍາເລດີ ເຊົ່າເພື່ອເຮັດກິດຈະການຄືຊິຄັກ.
  • ນ້ອງສາວຫົວໃຈຍັງຫວ້າງບໍ່ ຖ້າຫວ້າງຂໍລົມເປັນຄົນຮັກ ຊິລັງກຽດກັນບໍ່ນໍ.

ສະ​ຫຼຸບ.

ຄຳ​ວ່າ “ຫວ່າງ” ໝາຍເຖິງຍາມ, ເວລາ, ເທື່ອ, ຍ່ານ, ບ່ອນກາງ, ບ່ອນເປົ່າ, ລະຍະແຕ່ບ່ອນນຶ່ງໄປເຖິງບ່ອນນຶ່ງ. ສ່ວນຄຳ​ວ່າ “ຫວ້າງ” ໝາຍເຖິງບ່ອນເປົ່າ ຊຶ່ງເປັນນຶ່ງໃນຄວາມໝາຍຂອງ “ຫວ່າງ” ເທົ່ານັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo