ມາ​ຮູ້​ຈັກ ຄໍາວ່າ “ສັບ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ສັບ” ມີຄວາມໝາຍແນວໃດ?

​ຄໍາວ່າ “ສັບ” ໝາຍເຖິງຄໍາສັບ ຫຼື ຄໍາເວົ້າ ທີ່ຄົນເຮົາເວົ້າອອກມາ ແລະ ໃຫ້ຄວາມໝາຍແຕກຕ່າງກັນໄປ ເປັນຕົ້ນ: ສັບພາສາລາວ, ສັບພາສາອັງກິດ, ສັບພາສາຝລັ່ງ, ສັບພາສາຈີນ, ສັບພາສາຍີ່ປຸ່ນ ແລະ ສັບພາສາຕ່າງໆ, ສັບສະເພາະ, ສັບການເມືອງ, ສັບພື້ນບ້ານ, ສັບທ້ອງຖີ່ນ, ຄໍາສັບໃໝ່. ຄໍາວ່າ “ສັບ” ຍັງໝາຍເຖິງ ການຟັກໃຫ້ມຸ່ນ ຫຼື ແຫຼກ, ການແທງ ດ້ວຍຂອງມີຄົນ ຫຼື ແຫຼມ ເປັນຕົ້ນ ເອົາມິດສັບ, ເອົາພ້າສັບ, ສັບໃຫ້ມຸ່ນ, ສັບໃຫ້ແຫຼກ, ສັບຕົ້ນກ້ວຍ, ສັບບອນ, ນົກກົກສັບໂກນໄມ້, ນົກຕ່ອງລໍສັບໄມ້ຫາຄູ່, ໄກ່ສັບເຂົ້າເປືອກ.

ນອກຈາກນັ້ນ, ຍັງໝາຍເຖິງ ປົນ, ໄຂວ່ກັນໄປມາ ຫຼື ປ່ຽນ ເຊັ່ນ: ສັບສົນ, ສັບປ່ຽນ, ສັບຊ້ອນ, ສັບກັນ, ສະລັບຊັບຊ້ອນ, ສັບກັນໄປສັບກັນມາ, ສັບກຽວ, ສັບຂາຫຼອກ. ນອກຈາກນັ້ນ ເວລາໄປຄວບກັບຄໍາອື່ນເຮັດໃຫ້ໄດ້ຄວາມໝາຍເປັນຢ່າງອື່ນເປັນຕົ້ນ ສັບພະ (ໝາຍເຖິງທັງໝົດທັງມວນ), ສັບພະວິຊາ, ສັບ ພະນາມ (ຄໍາແທນນາມ), ສັບພະຄຸນ (ໝາຍເຖິງປະໂຫຍດ).

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ສັບ”.

“ສັບ” (1. ຄໍານາມ) ສຽງ, ຄໍາເວົ້າ, ຄໍາຍາກ, ຄໍາເລິກແລບທີ່ຕ້ອງແປ. (2. ຄໍາກິລິຍາ) ເອົາປາຍມີດ ຫຼື ສົບ ຫຼື ຂອງແຫຼມໆ ເປັນຕົ້ນແທງ ຫຼື ທັ່ງລົງ (ດັ່ງນົກໃສ່ສັບໄມ້). ປົນ, ຂັ້ນເປັນຫວ່າງ (ສັບກັນ), ສັບປົນ. ປົນກັນຢູ່. ສັບສົນ ໄຂວ່ກັນໄປມາ.

ຕົວ­ຢ່າງ: 

  • ສັບພາສາລາວ ສ່ວນໃຫຍ່ແມ່ນໄດ້ຮັບອິດທິພົນຈາກພາສາບາລີສັນສະກິດ ແລະ ປະຈຸບັນ ບາງຄໍາສັບ ທີ່ເປັນວິທະຍາສາດ ກໍໃຊ້ທັບສັບດ້ວຍພາສາຝລັ່ງ ອັງກິດ.
  • ນົກກົກ ໃຊ້ປາກ (ສົບ) ສັບໂກນໄມ້ ເພື່ອເຈາະເຮັດຮັງ ດຽວນີ້ແມ່ນຊອກເບີ່ງໄດ້ຍາກແລ້ວ.
  • ການເອົາຕົ້ນກວ້ຍມາເກືອໝູ ແມ່ນຫຼຸດຕົ້ນທຶນດີ ວິທີການແມ່ນສັບໃຫ້ມຸ່ນ ແລ້ວປະສົມກັບຮໍາ ຈຶ່ງນໍາໄປໃຫ້ມັນກິນ.
  • ລາວສັບບ່ອນຢູ່ເອກະສານ ແຕ່ບໍ່ແຈ້ງໃຫ້ໃຜຮູ້ ເຮັດໃຫ້ຜູ້ອື່ນຊອກຫາຍາກຫຼາຍ.
  • ເວລາຈະສົ່ງສິນຄ້າໃຫ້ລູກຄ້າແມ່ນບໍ່ໃຫ້ສັບປົນກັນ ໃຫ້ຈັດແຈງແບ່ງເປັນໝວດໝູ່ ເພື່ອສະດວກເວລາກວດນັບ ແລະ ເອົາລົງລົດ.

ສະຫຼຸບ.

ຄໍາວ່າ “ສັບ”​ ໝາຍເຖິງຄໍາເວົ້າ, ໝາຍເຖິງການຟັກ ການແທງ ດ້ວຍຂອງມີຄົມ ຫຼື ແຫຼມ, ໝາຍເຖິງສັບປົນ ຫຼື ໄຂວ່ກັນ ຫຼື ປ່ຽນແທນກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo