ມາ​ຮູ້​ຈັກ​ ຄໍາວ່າ “ຕິດ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ຕິດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຕິດ” ແມ່ນມີຫຼາຍຄວາມໝາຍ, ນຶ່ງໃນນັ້ນ ໝາຍເຖິງຄາຢູ່ ຫຼື ໄປບໍ່ໄດ້ ເຊັ່ນ: ລົດຕິດ, ຕິດຂັດ, ຕິດຢູ່. ພອ້ມນັ້ນ, ຍັງໝາຍເຖິງ ຄາຢູ່ ເຊັ່ນ: ຕິດປະຈໍາການ ຫຼື ຄາປະຈໍການ, ຕິດວຽກ, ຕິດຄຸກ, ຕິດທຸລະ. ໝາຍເຖິງ ແປະກັນຢູ່ ບໍ່ແຍກຈາກກັນ ເຊັ່ນ: ຕິດກັນ, ຕິດກາວ, ຕິດກັບ, ຕິດແປະ, ຕິດໜັງ, ຕິດກະດູກ, ຈອດລົດຕິດກັນ, ເຮືອນຕິດກັນ, ຕິດຫຼຽນໄຊ, ຕິດອາວຸດ.

ໝາຍເຖິງເຄີຍ: ຕິດນິໄສ, ຕິດປາກ, ຕິດໜັງ, ຕິດຢາເສບຕິດ, ຕິດຝິ່ນ, ຕິດດົມກາວ, ຕິດຢາມ້າ, ຕິດໜີ້ບູນຄຸນ, ຕິດຕໍ່. ໝາຍເຖິງຄ້າງ ຫຼື ເປັນໜີ້ເຊັ່ນ: ຕິດເງິນ-ຕິດຄໍາ, ຕິດໜີ້-ຕິດສິນ, ຕິດຄ່າເຄື່ອງ, ຕິດລົບ. ໝາຍເຖິງຊອບໃຈ ຫຼື ມັກ ເຊັ່ນ: ຕິດສະເໜ່, ຕິດໃຈ, ຕິດສາວ, ຕິດບ່າວ, ຕິດຕາມ. ໝາຍເຖິງການຈອບອອຍໃຫ້ຄ່າຈ້າງ ເອີ້ນ ຕິດສິນບົນ. ນອກຈາກນີ້, ຍັງໝາຍເຖິງການເປີດເຄື່ອງ, ອື່ນໆ ເຊັ່ນ: ຕິດຈັກ, ຕິດເຄື່ອງຍົນ, ຕິດຕັ້ງ ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຕິດ”.

“ຕິດ” (1. ຄໍາກິລິຍາ) ໄປບໍ່ໄດ້, ຂ້ອງຢູ່, ຄາ, ແນບເຂົ້າແປະກັນ, ໃກ້. ເຄີຍ (ຕິດຝິ່ນ). ຄ້າງຢູ່, ຕິດຄ້າງ (ຕິດເງິນ, ຕິດໜີ້). ຕິດໃຈ, ຊອບໃຈ, ຝັງຢູ່ໃນໃຈ, ມັກ. ຕິດສິນບົນ, ການໃຫ້ຄ່າຈ້າງ ເພື່ອໃຫ້ໄດ້ປະໂຫຍດຂອງຕົນ. ການເປີດເຄື່ອງ, ຕິດຈັກ, ຕິດເຄື່ອງຍົນ, ຕິດຕັ້ງ.

ຕົວ­ຢ່າງ: 

  • ວານນີ້ໄປວຽກບໍ່ທັນຍ້ອນລົດຕິດ ຄັນຕິດຄັນແບບຫົວຈຸກົ້ນເລີຍ. ຍ້ອນໄປວຽກຊ້າເລີຍຕ້ອງຕິດປະຈໍາການຊົດເຊີຍເວລາຄືນໃຫ້ນາຍ.
  • ລາວຕິດຢາມ້າຫຼາຍປີ ເຂົາສົ່ງໄປບໍາບັດຫຼາຍເທື່ອ ກ່ອນຈະຫາຍດີເປັນປົກກະຕິ.
  • ລາວຕິດໜີ້ຂ້ອຍຫຼາຍແສນ ແລະ ໄດ້ເງິນເດືອນທ້າຍເດືອນຈິ່ງຈະຊໍາລະຄືນໃຫ້.
  • ສອງຄົນນັ້ນເປັນແຟນກັນ ແຕ່ຜູ້ຊາຍເປັນຄົນຂີ້ລ້າຍຫຼາຍ ບໍ່ຮູ້ວ່າມີດີຫຍັງສາວນັ້ນຈິ່ງຕິດແທ້ຕິດວ່າ ປານຕິດສະເໜ່.
  • ລາວຖືກຈັບຍ້ອນຕິດສິນບົນເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ກໍ່ຖືກໂທດເຊັ່ນກັນ.
  • ແຕ່ລະເຊົ້າຕ້ອງໄດ້ຕິດຈັກລົດເພື່ອອຸ່ນໄວ້ ຖ້າບໍ່ດັ່ງນັ້ນຈະຕິດຈັກຍາກ.

ສະຫຼຸບ.

ຄໍາວ່າ “ຕິດ”​ ແມ່ນມີຫຼາຍຄວາມໝາຍຄື: ໝາຍເຖິງ ຄາຢູ່ ໄປບໍ່ໄດ້, ໝາຍເຖິງຕິດແປະກັນ ຫຼື ໃກ້ກັນ, ໝາຍເຖິງຄວາມຊິນເຄີຍ ຫຼື ຕິດເປັນນິດໃສ, ໝາຍເຖິງ ຄວາມມັກ ຫຼື ຊອບໃຈ ຫຼື ຕິດໃຈ, ໝາຍເຖິງ ການຈອບອອຍໃຫ້ຄ່າຈ້າງ ຫຼື ຕິດສິນບົນ, ໝາຍເຖິງການຕິດເຄື່ອງຈັກ ແລະ ຕິດຕັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo