ຄໍາວ່າ “ສີ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ສີ” ມີຄວາມໝາຍແນວໃດ?

​ຄໍາວ່າ “ສີ” ໝາຍເຖິງການເອົາເຂົ້າໄປເຂົ້າໂຮງບົດເພື່ອໃຫ້ໄດ້ເຂົ້າສານ, ແກບ, ຮໍາ ແລະ ເຂົ້າປຽນ ເອີ້ນວ່າ ສີເຂົ້າ. ພ້ອມນັ້ນ, ຍັງໝາຍເຖິງການຮຸກຖູໄປມາເຊັ່ນ: ສີທຽນ, ສີມື (ຖູມື), ສີຂີ້ເຜີ້ງ ເປັນຕົ້ນ. ໝາຍ ເຖິງການປະກົດໃຫ້ເຫັນແກ່ສາຍຕາ ແບ່ງອອກເປັນຕ່າງໆ ເຊັ່ນ: ສີຂາວ, ສີດໍາ, ສີແດງ, ສີຟ້າ, ສີຂຽວ, ສີເຫຼືອງ, ສີຂີ້ເທົ່າ, ສີຕັບໝູ ແລະ ສີອື່ນໆ.

ນອກຈາກນັ້ນ, ຍັງໝາຍເຖິງສີ່ງທີ່ຮຸ້ງເຮືອງເຫຼືອງເຫຼື້ອມ ຫຼື ຈະເລີນ ເປັນຕົ້ນ ເມືອງເຕັມດ້ວຍສີແສງ, ເມືອງແຫ່ງສີສັນ, ເມືອງສີເຫຼື້ອມຍິບຍັບ. ສີນຳໄປປະສົມກັບຄໍາອື່ນເຮັດໃຫ້ມີຄວາມໝາຍຫຼາກຫຼາຍຄື: ສີຕີນ (ບາດແລ່ນ ຫຼື ຍ່າງດີ, ແລ່ນດີ ເຕະບານເກັ່ງ), ສີປາກ (ເວົ້າດີ, ເວົ້າສະຫຼາດ), ສີດາ (ຕົ້ນສີດາ), ສີສະ (ຫົວ), ສີກາ (ເປັນຄໍາທີ່ນັກບວດເອີ້ນຜູ້ຍິງ), ສີພາຍ (ໝາຍເຖິງຄົນພາຍເຮືອແຂ່ງນັບຕາມຈໍານວນຄົນ ເຊັ່ນ: ເຮືອ 12 ສີພາຍ) ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ສີ”.

“ສີ” (1. ຄໍານາມ) ເຄື່ອງສໍາລັບເຮັດເຂົ້າເປືອກໃຫ້ແຕກເປັນເຂົ້າສານ. (2. ຄໍາກິລິຍາ) ຖູ, ຖູໄປຖູມາ. (3. ຄໍາກິລິຍາວິເສດ) ລັກສະນະຂອງແສງສະຫວ່າງປະກົດແກ່ຕາໃຫ້ເຫັນ ເປັນຂາວ ດໍາ ແດງ ເປັນຕົ້ນ. (4. ຄໍານາມ) ຄວາມດີ, ຄວາມຮຸ່ງເຮືອງ, ຄວາມຈະເລີນ. (5. ຄໍານາມ) ປີມະໂລງ ເອີ້ນປີສີ ນັບເປັນປີຖ້ວນ 5.

ຕົວ­ຢ່າງ: 

  • ໂຮງສີເຂົ້າ ສາມາດສີໄດ້ໄວ ແລະ ແຍກແກບ ແຍກຮໍາ ແຍກເຂົ້າປຽນໃຫ້ເລີຍ ຕ່າງກັບແຕ່ກ່ອນທີ່ຕໍາເຂົ້າດ້ວຍໂຄກມື, ໂຄກມອງ ໃຊ້ເວລາດົນ ແຕ່ພັດມີຈຸດດີເຮັດໃຫ້ເຂົ້າສາມາດຮັກສາວິຕາມິນໄດ້ຫຼາຍກວ່າ.
  • ການສີທຽນເຜີ້ງແມ່ນພູມບັນຍາພື້ນບ້ານທີ່ມີມາແຕ່ບູຮານນະການ ແລະ ສືບທອດກັນຮອດປະຈຸບັນ.
  • ຈັ່ງແມ່ນໜາວຫຼາຍປີນີ້ ຖ້າໄດ້ຝິງໄຟເອົາມືສີກັນໄປກັນມາ ມືຄືຊິບໍ່ເຢັນ.
  • ເສື້ອສີຂາວນີ້ເໝາະກັບເຈົ້າແທ້ ແຕ່ເບີ່ງອີກຢ່າງນຶ່ງຄືນັກສຶກສາທີ່ກໍາລັງຮຽນ ຕ່າງແຕ່ບໍ່ມີກາໝາຍ ຫຼື ໂລໂກ ເທົ່ານັ້ນ.
  • ນິວຢອກເປັນເມືອງທີ່ສີວິໄລ ມີແສງສີຮຸ່ງຕະຫຼອດຄືນ ຕະຫຼອດເວັນ ໃຜໄປເຫັນແລ້ວຕ້ອງຫຼົງໄຫຼ.

ສະຫຼຸບ.

ຄໍາວ່າ “ສີ”​ ໝາຍເຖິງການສີເຂົ້າ, ໝາຍເຖິງການຮຸກຖູ ຫຼື ຖູໄປຖູມາ ,ໝາຍເຖິງສີຕ່າງໆທີ່ໃຊ້ທາໃຊ້ແຕ້ມ ເຊັ່ນ: ສີຂາວ, ສີຟ້າ, ສີແດງ, ສີເຫຼືອງ ແລະ ສີ ອື່ນໆ. ໝາຍເຖິງຄວາມຮຸ່ງເຮືອງຈະເລີນດ້ວຍແສງສີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo