ມາ​ຮູ້​ຈັກຄໍາວ່າ “ກ້ອຍ” ຄວາມໝາຍໃນພາສາລາວ​ນຳ​ກັນ

SA Game

DooDiDo

ອະທິບາຍຄໍາວ່າ “ກ້ອຍ” ມີຄວາມໝາຍແນວໃດ?

​ຄໍາວ່າ “ກ້ອຍ” ແມ່ນຊື່ອາຫານທີ່ເຮັດດ້ວຍຊີ້ນດິບ ຫຼືຊີ້ນປາດິບ ທີ່ເອົາມາຊອຍເປັນຕ່ອນນ້ອຍໆ ຫຼື ຟັກມຸ່ນ ແລ້ວນໍາມາປຸງດ້ວຍເຄື່ອງປຸງ ແຕ່ທີ່ຂາດບໍ່ໄດ້ແມ່ນຕ້ອງໄດ້ເອົາສົ້ມມາຄັ້ນ ເຊັ່ນ: ໝາກນາວ, ນໍ້າໜໍ່ສົມ ຫຼື ສົ້ມອື່ນໆ.

ກ້ອຍເອີ້ນໄປຕາມຊີ້ນເປັນຕົ້ນ ກອ້ຍປາ, ກ້ອຍງົວ, ກ້ອຍຄວາຍ. ກ້ອຍກັບລາບແມ່ນແຕກຕ່າງກັນບ່ອນສົ້ມ ແລະ ບໍ່ສົ້ມ ແຕ່ເຮົາມັກເວົ້າຄຽງຄູ່ກັນເອີ້ນ ກິນກ້ອຍ ກິນລາບ. “ກ້ອຍ” ຍັງໝາຍ ເຖິງນິ້ວຕີນ ຫຼື ນິ້ວມື ນິ້ວນ້ອຍສຸດຢູ່ຕິດກັບນິ້ວນາງ ເອີ້ນ ນິ້ວກ້ອຍ, ຊຶ່ງຄົນບໍ່ມັກໃຊ້ນິ້ວກ້ອຍຊີ້ໃຊ້ວຽກືແຕ່ຈະໃຊ້ເກາະກ້ອຍ ເພື່ອສະແດງເຖິງການໃຫ້ສັນຍາຊຶ່ງກັນ ແລະ ກັນ. “ກ້ອຍ” ຍັງໝາຍເຖິງການຍ່າງຊ້າໆຂອງເດັກນ້ອຍຮຽນຍ່າງ ຫຼື ສັດນ້ອຍ ອີກດ້ວຍ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ກ້ອຍ”.

“ກ້ອຍ” (1. ຄໍານາມ) ເປັນອາຫານຢ່າງນຶ່ງ ທໍາດ້ວຍຊີ້ນດິບ ຄັ້ນໝາກສົ້ມ. (2. ຄໍານາມ) ຊື່ນິ້ວມື ແລະ ນິ້ວຕີນ ທີ່ນ້ອຍ ແລະ ສັ້ນກວ່າໝູ່ ຄື ນິ້ວທີ 5 ຮຽກວ່ານິ້ວກ້ອຍ ເປັນນິ້ວຖັດຈາກນິ້ວນາງ. (3. ຄໍາກິລິຍາວິເສດ) ອາການຂອງຜູ້ນ້ອຍ ຫຼື ສັດຕົວນ້ອຍ ທີ່ຄ່ອຍລຸກໄປຊ້າໆ.

ຕົວ­ຢ່າງ: 

  • ກ້ອຍປາເຄິງ ແມ່ນກ້ອຍປາທີ່ແຊບກວ່າກ້ອຍປາຫຼາຍຊະນິດ ເພາະຊີ້ນມັນຫັນ ແລະ ແໜ້ນດີ ພ້ອມທັງມີໄຂມັນນ້ອຍ.
  • ປາແຊວມອນ ຢູ່ຕ່າງປະເທດມັກຊອຍຈໍ້າວາຊາບິ (ອາຫານຍີ່ປຸ່ນ) ຊຶ່ງຢູ່ລາວກໍມັກເຊັ່ນກັນ ແຕ່ມີຫຼາຍ ຄົນນໍາມາເຮັດກ້ອຍ ຊຶ່ງເປັນສູດອາຫານພື້ນບ້ານຂອງລາວ ກໍແຊບບໍ່ນ້ອຍໜ້າເຊັ່ນກັນ.
  • ກ້ອຍກະປອມ ແລະ ກ້ອຍແຫຍ້ ຖືວ່າເປັນອາຫານພື້ນບ້ານທີ່ແຊບອີກແບບນຶ່ງ ທີ່ນິຍົມຂອງລາວ ແລະ ພາກອີສານຂອງໄທ ແມ່ນສູດອາຫານສະເພາະທີ່ຫຼາຍຄົນຍັງບໍ່ເຄີຍໄດ້ຊີມ.
  • ຄູ່ບ່າສາວເກາະກ້ອຍສັນຍາວ່າຈະຮັກກັນໄປຕະຫຼອດ ແລະ ຈະແຕ່ງງານນໍາກັນ ໃນເວລາບໍ່ຊ້ານີ້ ເບີ່ງແລ້ວເປັນຕາອິດສາ.
  • ພໍ່ກັບລູກຊາຍ ກ່ຽວກ້ອຍສັນຍາກັນວ່າຖ້າຫາກລູກຊາຍເສັງໄດ້ທີ 1 ຜູ້ເປັນພໍ່ຈະຊື້ລົດຖີບໃຫ້ຄັນນຶ່ງ.
  • ເວລາເດັກນ້ອຍຍ່າງກ້ອຍໆ ແມ່ຂອງລາວຈະຍ່າງນໍາເບີ່ງຢ່າງລະມັດລະວັງ ເພື່ອບໍ່ໃຫ້ລູກລົ້ມ.

ສະຫຼຸບ.

ຄໍາວ່າ “ກ້ອຍ”​ ໝາຍເຖິງສູດອາຫານຢ່າງນຶ່ງທີ່ເອົາຊີ້ນປາດິບ, ຊີ້ນງົວດີບ, ຊີ້ນຄວາຍດິບ ຫຼື ຊີ້ນແນວ ອື່ນມາເຮັດກິນ ໂດຍໃຊ້ສົ້ມຄັ້ນ ແລະ ໃສ່ເຄື່ອງປຸງຢ່າງອື່ນນຳ. ແມ່ນນິ້ວມືນິ້ວສຸດທ້າຍຖັດຈາກນິ້ວນາງ. ໝາຍເຖິງການລຸກຍ່າງໄປຊ້າໆຂອງເດັກນ້ອຍ ຫຼື ສັດເກີດໃໝ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo