ມາ​ຮູ້​ຈັກ​ລະ​ອຽດຄໍາວ່າ “ຊາຍ” ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊາຍ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຊາຍ” ແມ່ນໝາຍເພດທີ່ກົງກັນຂ້າມກັບຍິງ ແຕ່ໃຊ້ສະເພາະກັບຄົນ ຫຼື ເອີ້ນວ່າເພດຊາຍ ຫຼື ຜູ້ຊາຍ ໃນແຕ່ລະໄວຈະເອີ້ນຕ່າງກັນເຊັ່ນ: ເວລາຍັງນ້ອຍເອີ້ນ: ເດັກຊາຍ, ເວລາເປັນໜຸ່ມເອີ້ນ ຊາຍສະກັນ ແລະ ເວລາເຖົ້າແກ່ອາຍຸຫຼາຍເອີ້ນ ຊາຍສະລາ. ພ້ອມນັ້ນ, ຍັງໝາຍເຖິງຊາຍຄາ ຫຼື ຕີນຫຼັງຄາບ່ອນຫຼັງຄາສຸດທາງລຸ່ມ. ອີກນຶ່ງຄວາມໝາຍແມ່ນຂີ້ຊາຍ ຫຼື ດິນຊາຍ ເພື່ອເອົາໃຊ້ເຮັດການກໍ່ສ້າງ, ເຮັດແກ້ວ ແລະ ອື່ນໆ.

ນອກຈາກນັ້ນ, ຍັງແມ່ນຊື່ຂອງສັດຊະນິດນຶ່ງຄ້ຽວເອື້ອງ ແລະ ຂະໜາດເທົ່າກັບຟານ. ຄໍາວ່າ “ຊາຍ” ເມື່ອນໍາໄປຄວບກັບຄໍາອື່ນຍັງໃຫ້ຄວາມໝາຍບອກເຖິງຂອບເສັ້ນເຊັ່ນ: ຊາຍແດນ ໝາຍເຖິງຂອບເຂດແດນ, ຊາຍຝັ່ງ ໝາຍເຖິງເຂດຝັ່ງທະເລ, ຊາຍປ່າ ໝາຍເຖິງເຂດຂອບປ່າ, ຊາຍທະເລ ໝາຍເຖິງຂອບຂອງທະເລ (ອີກຄວາມໝາຍນຶ່ງໝາຍເຖິງຂີ້ຊາຍຢູ່ມະເລ), ຊາຍຫາດ ໝາຍເຖິງຂອບເຂດເນື້ອທີ່ຂອງຂີ້ຊາຍ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຊາຍ”.

“ຊາຍ” (1. ຄໍານາມ) ເພດຜູ້ (ໃຊຈໍາເພາະຄົນ), ຄົນຝ່າຍກົງກັນຂ້າມກັບຍິງ, ເພດຊາຍ, ຜູ້ຊາຍ, ເຖິກ. ຊາຍຄາ. ຕີນຫຼັງຄາ ບ່ອນຫຼັງຄາສຸດທາງລຸ່ມ. (2. ຄໍານາມ) ດິນເປັນເມັດໆ ບໍ່ຕິດກັນ, ດິນທີ່ເກີດຈາກຫີນບົດກັນ. ດິນຊາຍ, ຂີ້ຊາຍ. (3. ຄໍານາມ) ສັດສີ່ຕີນແນວນຶ່ງເປັນສັດຄ້ຽວເອື້ອງ ຕົວຂະໜາດຟານ ຂົນແລບ.

ຕົວ­ຢ່າງ: 

  • ສຸພາສິດລາວເວົ້າວ່າ “ຊາດທີ່ເປັນຊາຍນີ້ຢ່າເປັນຊາຍແກມແຮ່ ຊາຍກໍຊາຍແທ້ໆ ຕົມນັ້ນຢ່າໃຫ້ມີ ” ໝາຍວ່າໃຫ້ເປັນລູກຜູ້ຊາຍທີ່ຮູ້ວຽກຮູ້ງານ ວຽກໜັກກໍເອົາວຽກເບົາກໍສູ້ ສົມເປັນຊາຍສະກັນ ແລະ ບໍ່ຕ້ອງອ້ອນແອ້ນຄືຜູ້ຍິງ.
  • ຊາຍຜູ້ນັ້ນ ລາວຫຼິ້ນກິລາເພາະກາຍເປັນເວລາດົນ ແລະ ເປັນຊາຍທີ່ແຂງແກ່ນ ມີກ້າມເປັນໝັດໆ ເວລາໄປອອກກໍາລັງກາຍ ບັນດາສາວໆຫຼາຍຄົນພາກັນເບີ່ງແບບບໍ່ລົດສາຍຕາ.
  • ເຮືອນຫຼັງນັ້ນທັງໃຫຍ່ທັງງາມ ຊາຍຄາກໍອອກແບບທີ່ມີເອກະລັກເປັນຂອງຕົນເອງ ຫວັງວ່າເວລາຝົນ ມາຈະສາມາດໃຊ້ໄດ້ດີສົມກັບຄວາມງາມ.
  • ຊາຍແມ່ນໍ້າຂອງແມ່ນງາມຫຼາຍ ມີເມັດສີທອງປົນຢູ່ນໍາເວລາຟ້າແດດເຫຼື້ອມຍິບໆຍັບໆ ປານຊາຍຢູ່ທະເລ ນໍາໄປເຮັດການກໍ່ສ້າງກໍໄດ້ມາດຕະຖານດີກວ່າແມ່ນໍ້າສາຂາຂອງມັນ.

ສະຫຼຸບ.

ຄໍາວ່າ “ຊາຍ”​ ແມ່ນໝາຍເຖິງຄົນຊາຍ ຫຼື ເພດຊາຍ ຫຼື ຜູ້ຊາຍ. ໝາຍເຖິງດິນຊາຍ ຫຼື ຂີ້ຊາຍ ໂດຍບໍ່ຈໍາແນກຊາຍແມ່ນໍ້າ ຫຼື ຊາຍທະເລ. ເປັນຊື່ຂອງສັດແນວນຶ່ງຄ້ຽວເອື້ອງຂະໜາດເທົ່າຟານ ຂົນແລບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo