ຄໍາວ່າ “ບົວ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ບົວ” ມີຄວາມໝາຍແນວໃດ?

​ຄໍາວ່າ “ບົວ” ມີຫຼາຍຄວາມໝາຍ ໃນນັ້ນໝາຍເຖິງນວນຂອງໝາກໄມ້ເປັນຕົ້ນໝາກມີ້ໜ່ວຍນຶ່ງມີບົວຫຼາຍບົວ, ໝາກທຸລຽນໜ່ວຍນຶ່ງກໍມີຫຼາຍບົວເຊັ່ນກັນ. ນອກຈາກນັ້ນ, ຍັງໝາຍເຖິງພຶດທີ່ເກີດຢູ່ນໍ້າເອີ້ນ ບົວ. ບົງມີຮາກບົວ, ຫົວບົວ, ກ້ານບົວແມ່ນຢູ່ໃນນໍ້າ ສ່ວນໃບບົວ ແລະ ດອກບົວ ແມ່ນຢູ່ຕິດ ຫຼື ເທິງນໍ້າ. ບົວມີຫຼາຍແນວດອກສີຕ່າງກັນຄື: ບົວຫຼວງ ດອກໃຫຍ່, ບົວທອງດອກຜ້ານກາງ ກ້ານຍາວ ກ້ານໃຊ້ເປັນຝັກ, ບົວແບ້ ດອກນ້ອຍ ແລະ ກ້ານກໍນ້ອຍ.

ພ້ອມນັ້ນ ຍັງເອີ້ນພືດບາງຊະນິດທີ່ມີໃບຄືກັນວ່າບົວ ບວກກັບຈຸພິເສດຂອງມັນເຊັ່ນ: ບົວບົກ ເປັນພຶດແນວນຶ່ງເກີດຕາມໂຄກເປັນຈໍາພວກຫວ້ານ, ບົວຫິມມະ. ລວມທັງ ມີການນໍາໄປປະສົມກັບຄໍາອື່ນ ແລະ ໃຫ້ຄວາມໝາຍຕ່າງອອກໄປຄື: ບົວນາງ ໝາຍເຖິງສາວສະໜົມ ຫຼື ສາວໃຊ້. ບົວມາດ ເອີ້ນຢ່າງນຶ່ງແມ່ນບົວຄໍາ (ດອກບົວຄໍາ). ບົວລອຍ ແມ່ນຊື່ເຂົ້າໜົມແນວນຶ່ງທີ່ເຮັດດ້ວຍແປ້ງປັ້ນເປັນກ້ອນນ້ອຍໆຄື ໃບບົວ. ບົວໄຫຼ ແມ່ນຮາກບົວ ຫຼື ສາຍບົວທີ່ໄປຕາມດິນ. ບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ໄດ້ປາທັງໝົດ ໝາຍເຖິງບໍ່ເຮັດໃຫ້ໃຜເສຍໃຈແຕ່ໄດ້ປະໂຫຍດ, ບົວລະບັດ ແມ່ນການເບີ່ງແຍງເອົາໃຈໃສ່.

SA Game
DooDiDo

ບົວລະພາ ແມ່ນທິດຕາເວັນອອກ. ບົວຫົດນໍ້າ ອຸປະກອນແນວນຶ່ງໃຊ້ບັນຈຸນໍ້າ ເພື່ອຫົດຜັກ. ອີກໜຶ່ງຄວາມໝາຍແມ່ນບົວຄໍເສື້ອ ທີ່ເປັນແຜ່ນແພເພື່ອຫຍີບຕໍ່ຄໍເສື້ອໃຫ້ງາມ. ນອກຈາກນັ້ນ, ຍັງໝາຍເຖິງເຄື່ອງໃຊ້ແນວນຶ່ງເປັນທໍ່ອ່ອນຍາວ ໃຊ້ຕໍ່ນໍ້າເພື່ອອາບເອີ້ນ ບົວອາບນໍ້າ ຫຼື ຝັກບົວ. ໃນພາສາລາວ ບົວຍັງໝາຍເຖິງສີບົວ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ບົວ”.

“ບົວ” (1. ຄໍານາມ) ລັກສະນະຂອງນວນໝາກໄມ້ ເປັນຕົ້ນເອີ້ນບົວໝາກມີ້. ພືດທີ່ເກີດຢູ່ໃນນໍ້າຈໍາພວກນຶ່ງມີຫຼາຍແນວດອກສີຕ່າງກັນຄື: ບົວຫຼວງ ດອກໃຫຍ່, ບົວທອງດອກຜ້ານກາງ ກ້ານຍາວ ກ້ານໃຊ້ເປັນຝັກ, ບົວແບ້ ດອກນ້ອຍ ແລະ ກ້ານກໍນ້ອຍ, ກ້ານ ຫຼື ສາຍຄືສາຍບົວ, ແຜ່ນຜ້າຫຍີບຕໍ່ໃສ່ຄໍເສື້ອເອີ້ນ ບົວຄໍເສື້ອ. (2. ຄໍານາມ) ເປັນທໍ່ຍາວແນວນຶ່ງ ແລະ ມີປາຍໃຫຍ່ຄືດອກບົວ ເຮັດດ້ວຍວັດສະດຸແຕກຕ່າງກັນ ມີຫຼາຍຮູບແບບໃຊ້ເພື່ອອາບນໍ້າເອີ້ນບົວອາບນໍ້າ ຫຼື ຟັກບົວ. (3. ຄໍາຄູນນາມ) ເປັນສີເອີ້ນ ສີບົວ.

ຕົວ­ຢ່າງ: 

  • ໝາກທຸລຽນເມືອງປາກຊ່ອງຈັ່ງແມ່ນງາມ ແລະ ຫອມດີ ມີແຕ່ບົວໃຫຍ່ໆ ຂະໝາດປູກປະໄວ້ແບບທໍາມະຊາດ ຖ້າໃສ່ປຸຍແຮງຊິງາມກວ່ານີ້ຫຼາຍ.
  • ໝາກມີກົກນີ້ຈັ່ງແມ່ນໃຫຍ່ ບົວມີເປັນຮ້ອຍ ກິນກັນກຸ້ມໝົດບ້ານ.
  • ດອກບົວແມ່ນດອກໄມ້ທີ່ເກີດຢູ່ໃນຕົມແຕ່ເວລາອອກດອກແມ່ນງາມຫຼາຍ ຊຶ່ງແມ່ນດອກໄມ້ປະຈໍາຊາດຂອງປະເທດຫວຽດນາມ ແລະ ຢູ່ລາວມີນັກປະພັນໄດ້ແຕ່ງເພັງດອກບົວທອງ ເປັນເພັງທີ່ດັ່ງ ຈັດໃນເພັງອໍາມະຕະຂອງລາວ.
  • ບົວຄໍເສື້ອລາວຈັ່ງແມ່ນງາມ ເຂົ້າກັນກັບຊຸດຢ່າງກົມກືນ.
  • ຂ້ອຍໄປຊື້ບົວອາບນໍ້າຍີ່ຫໍ້ຄອດໂຕ້ຢູ່ສຸວັນນີການຄ້າ ງາມຫຼາຍ ຄິດວ່າຄືຊິກຸ້ມດົນ.
  • ພາສາລາວເອີ້ນ ສີບົວ ແຕ່ຖ້າພາສາໄທ ເອີ້ນສີຊົມພູ ແຕ່ເວລາເວົ້າຄິດວ່າຫຼາຍຄົນກະເຂົ້າໃຈຄືກັນ.

ສະຫຼຸບ.

ຄໍາວ່າ “ບົວ”​ ໝາຍເຖິງນວນໝາກໄມ້, ໝາຍເຖິງບົວທີ່ເກີດຢູ່ນໍ້າ, ໝາຍເຖິງແຜ່ນຜ້າຫຍີບຕໍ່ໃສ່ຄໍເສື້ອເອີ້ນ ບົວຄໍເສື້ອ, ໝາຍເຖິງບົວອາບນໍ້າ ຫຼື ຟັກບົວ ແລະ ໝາຍເຖິງສີບົວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo