ບົດ​ນີ້​ມາ​ຮູ້​ຈັກຄໍາວ່າ “ຍິງ” ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍິງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຍິງ” ແມ່ນໝາຍເພດທີ່ກົງກັນຂ້າມກັບຊາຍ ໃຊ້ສະເພາະກັບຄົນ ຫຼື ເອີ້ນວ່າເພດຍິງ ຫຼື ຜູ້ຍິງ ໃນແຕ່ລະໄວຈະເອີ້ນຕ່າງກັນເຊັ່ນ: ເວລາຍັງນ້ອຍເອີ້ນ ເດັກຍິງ, ເວລາໃຫຍ່ຂຶ້ນເອີ້ນ ຍິງສາວ ແລະ ເວລາເຖົ້າແກ່ອາຍຸຫຼາຍເອີ້ນ ຍິງສະລາ. ຖ້າເປັນຍິງບໍ່ເສຍສາວ ຫຼື ເສຍໂຕໃຫ້ໃຜເອີ້ນ ຍິງບໍລິສຸດ ຫຼື ຍິງພົມມາຈາລີ.

ແຕ່ກໍມີຫຼາຍກໍລະນີທີ່ບໍ່ໄດ້ເອີ້ນຍິງເປັນຕົ້ນ ຜູ້ຍິງທີ່ເຂົ້າປະກວດ ຫຼື ແຂ່ງຂັນເອີ້ນນາງງາມ ບໍ່ເອີ້ນຍິງງາມ, ນາງສັງຂານ ບໍ່ເອີ້ນຍິງສັງຂານ, ປະກວດນາງງາມ ບໍ່ແມ່ນປະກວດຍິງງາມ. ນອກຈາກນັ້ນ, ຍິງຍັງມີຄວາມໝາຍວ່າແມ່ນການເອົາລູກປືນ ຫຼື ລູກທະນູ ຫຼື ໜ້າເກັດ ດັນອອກໄປດ້ວຍຄວາມແຮງເຊັ່ນ: ການຍິງປືນ, ຍິງປືນນັດດຽວໄດ້ນົກສອງໂຕ, ຍິງໜ້າເກັກ, ຍິງທະນູ, ຍິງຂູ່, ຍິງເປົ້າ, ຍິງຖືກ, ຍິງແມ້ນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຍິງ”.

“ຍິງ” (1. ຄໍານາມ) ລັກສະນະນາມບອກເພດຝ່າຍກົງກັນຂ້າມກັບເພດຊາຍ. ສະຕີເພດ. ເພດແມ່  (2. ຄໍາກິລິຍາ) ໃຫ້ອາວຸດດັ່ງລູກໜ້າ ລູກປືນ ອອກໄປໂດຍແຮງດ້ວຍກໍາລັງດັນ ຫຼື ດີດ.

ຕົວ­ຢ່າງ: 

  • ນາງງາມຈັກກະວານ ເປັນຍິງສາວທີ່ງາມ, ສະຫຼາດ ແລະ ເກັ່ງ ລວມທັງມີພິກໄຫວສູງ ກວ່າຈະໄດ້ຕໍາແໜ່ງດັ່ງກ່າວແມ່ນຕ້ອງຜ່ານການປະກວດຫຼາຍຮອບ.
  • ຄໍາຂວັນຂອງແມ່ຍິງລາວແມ່ນເຮືອນສາມນໍ້າສີ່ ເຮືອນສາມປະກອບມີ: ເຮືອນຜົມ, ເຮືອນຄົວ ແລະ ເຮືອນນອນ. ສ່ວນນໍ້າສີ່ມີ: ນໍ້າດື່ມ, ນໍ້າໃຊ້, ນໍ້າໃຈ ແລະ ນໍ້າເຕົ້າປູນ.
  • ຢູ່ລາວຈະສະຫຼອງວັນແມ່ຍິງສາກົນ ວັນທີ 8 ເດືອນ 3 ທຸກໆປີ ປະຫວັດຂອງ “ວັນແມ່ຍິງສາກົນ” ເກີດຂຶ້ນຈາກກຳມະການຍິງ ໃນໂຮງງານຜະຫຼິດແຜ່ນແພ ຢູ່ນິວຢອກ, ອາເມລິກາ. ລຸກຮືຂື້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ ແຕ່ສູດທ້າຍໄດ້ມີແມ່ຍິງເຖິງ 119 ຄົນໄດ້ເສຍຊີວິດຈາກເຫດການນີ້. ມີໄຟໄໝ້ຂອງໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ. ເຫດການທັງຫມົດເຫຼົ່ານີ້ເກີດຂຶ້ນໃນວັນທີ 8 ມີນາ ປີ ຈາກນັ້ນ, ໃນປີ 1907, ແມ່ຍິງເຮັດວຽກໃນໂຮງ ງານຜະລິດແຜ່ນແພ ຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂິ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວເຂົາຄືທາດ. ເນື່ອງຈາກວ່າແມ່ຍິງເຫຼົ່ານີ້ເຮັດວຽກຫນັກເຖິງມື້ລະ 16 ຫາ 17 ຊົ່ວໂມງຕໍ່ມື້ໂດຍບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງງານ. ດັ່ງນັ້ນ, ການເຈັບເປັນແລະລົ້ມຕາຍໃນເວລາສັ້ນໆ. ແຕ່ໄດ້ຮັບຄ່າຈ້າງພຽງເລັກນ້ອຍ. ແລະ ຖ້າຖືພາໄດ້ຖືກໄລ່ອອກ. Clare Settin, ນັກການເມືອງ, ເປັນຜູ້ຍິງສັງຄົມນິຍົມເຍີລະມະນີ. ລາວຕັດສິນໃຈຊັກຊວນພະນັກງານຂອງແມ່ຍິງໃນວັນທີ 8 ມີນາ ປີ 1907 ໂດຍຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າເຖິງ 8 ຊົ່ວໂມງຕໍ່ມື້ແລະປັບປຸງສະຫວັດດີການຂອງເຂົາເຈົ້າ. ແລະແມ່ຍິງມີສິດທິລົງຄະແນນສຽງ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້. ຈະບໍ່ສໍາເລັດຫຼາຍຮ້ອຍຄົນຂອງພະນັກງານຍິງຖືກຈັບ. ແຕ່ແມ່ຍິງໃນທົ່ວໂລກສະຫນັບສະຫນູນການກະທໍາຂອງ Clara Setkin ແລະເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າ. ໃນວັນທີ 8 ມີນາ ປີ1908, ພະນັກງານຍິງຫຼາຍກວ່າ 15,000 ຄົນໄດ້ເດີນທາງໄປທົ່ວນະຄອນນິວຢອກ. ຮຽກຮ້ອງໃຫ້ສິ້ນສຸດການເຮັດວຽກຂອງເດັກ ຄໍາຂວັນການໂຄສະນາ “ເຂົ້າຈີ່ແລະດອກກຸຫຼາບ” ຫມາຍເຖິງການກິນອາຫານພຽງພໍໃນເວລາດຽວກັນ. ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍແລະຄຸນນະພາບທີ່ວິດທີ່ດີຂື້ນນັ້ນເອງຈົນມາຮອດວັນທີ່ 8 ມີນາ ປີ 1910, ຄວາມພະຍາຍາມຂອງແມ່ຍິງໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕາງຫນ້າແມ່ຍິງຈາກ 17 ບັນດາປະເທດໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ Copenhagen ໂດເປນເຮເກນ ປະເທດເດນມາກ ໃນກອງປະຊຸມ, ໃນທີ່ປະຊຸມໄດ້ປະກາດຄວາມຕ້ອງການຂອງຜູ້ເຮັດວຽກຂອງແມ່ຍິງໃນລະບົບສາມທາງ ຕ້ອງອະນຸຍາດໃຫ້ພວກເຂົາລົດເວລາເຮັດວຽກໃຫ້ 8 ຊົ່ວໂມງຕໍ່ມື້. ເວລາການສຶກສາກໍ່ຄືການພັດທະນາຄວາມສາມາດຂອງຕົນເອງ 8 ຊົ່ວໂມງ ແລະ 8 ຊົ່ວໂມງສໍາລັບການພັກຜ່ອນ. ໃນເວລາດຽວກັນ, ພ້ອມກັນນີ້ໄດ້ປັບເງິນຄ່າແຮງງານຂອງແມ່ຍິງໃນລະດັບດຽວກັບແຮງງານຊາຍ. ຍັງມີຜົນປະໂຫຍດດ້ານຄວາມສະຫວັດດີການສໍາລັບແມ່ຍິງ ແລະ ແຮງງານເດັກ.
  • ກຸ່ມຫາມັດ ແລະ ອິດສະລາແອນ ໄດ້ຍິງຕອຍໂຕ້ກັນໄປມາ ເຮັດໃຫ້ປະຊາຊົນຈໍານວນຫຼວງຫຼາຍບາດ ເຈັບ ແລະ ເສຍຊີວິດ.
  • ການເຮັດລັດທະປະຫານ ຢູ່ປະເທດມຽນມາ ກໍໃຫ້ເກີດມີການຕໍ່ສູ້ຍິງກັນຈົນຮອດປະຈຸບັນ ແລະ ຍັງບໍ່ມີທ່າທີວ່າຈະຢຸດຕິ.

ສະຫຼຸບ.

ຄໍາວ່າ “ຍິງ”​ ໝາຍເຖິງເພດແມ່ ຫຼື ແມ່ຍິງ ເພດກົງກັນຂ້າມກັບເພດຊາຍ. ນອກຈາກນັ້ນ, ຍັງໝາຍເຖິງ ການຍິງປືນ, ຍິງທະນູ, ຍິງໜ້າເກັກ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo