ມາ​ຮູ້​ຈັກ​ກັບ​ບຄໍາວ່າ “ຄາງ” ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄາງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄາງ” ຫຼື ເອີ້ນອີກຢ່າງນຶ່ງວ່າຄາງກະໄຕ ແມ່ນອະໄວຍະວະຢູ່ບ່ອນໃຕ້ສົບ ຫຼື ປາກ ເບື້ອງລຸ່ມຂອງ ຄົນ ຫຼື ສັດ ເປັນບ່ອນແຂ້ວປົ່ງອອກ ມີໄວ້ຫຍໍ້າອາຫານເພື່ອກິນ ແລະ ປັບສຽງປາກ ຫຼື ຄໍາເວົ້າ ຂອງຄົນ. ນອກຈາກນັ້ນ, ຄາງຍັງນໍາໄປໃຊ້ປຽບທຽບເພື່ອວັດແທກເປັນຕົ້ນ ຄາງໝູ ໝາຍເຖິງຮູບສີ່ລ່ຽມດ້ານກົກກວ້າງ ດ້ານປາຍແຫຼມ, ຄາງແມວ ໝາຍເຖິງໄມ້ສອງອັນມັດເອົາປາຍໄຂວ່ກັນສໍາລັບຄໍ້າຂອງຢູ່ສູງ, ຄາງກະໂຊ້ ໝາຍເຖິງໄມ້ຂວາງຢູ່ກາງກະໂຊ້ ສໍາລັບເອົາຄັນກະໂຊ້ສອດໃສ່, ຄາງຄວາຍ ໝາຍເຖິງໄມ້ ຫຼື ໂລຫະທີ່ ເຮັດເປັນເຄື່ອງແທກແຈ ຮຽກວ່າ ໄມ້ຄາງຄວາຍ (ໃມ້ສາກກໍຮຽກຄືກັນ).

ແຕ່ຖ້າຄາງຄາວ ຫຼື ຄັງຄາວ ໝາຍເຖິງໂຕເຈຍ. ຄໍາວ່າ “ຄາງ” ຍັງໝາຍເຖິງການຮ້ອງດ້ວຍສຽງຄ່ອຍໆ ແບບຕໍ່ເນື່ອງ ຫຼື ສຽງຄາງ ຊຶ່ງ ເປັນສຽງທີ່ເວລາຄົນເຮົາເຈັບແລ້ວເອີ່ຍອອກມາເປັນສຽງ ເຊັ່ນ: ໂອຍໆ, ອອຍໆ. ບາງກໍລະນີກະເປັນການ ຄາງແບບມ່ວນຊື່ນໃນເວລາຜູ້ຊາຍ ແລະ ຜູ້ຍິງມີເພດສໍາພັນກັນ. ນອກນັ້ນ, ເຮົາຍັງມັກໄດ້ຍີນຄົນເວົ້າວ່າ ຈັ່ງມັກຄາງມັກຈົ່ມຫຼາຍ, ສຽງຮ້ອງຄວນຄາງ, ຄາງດ້ວຍຄວາມເຈັບປວດ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄາງ”.

“ຄາງ” (1. ຄໍານາມ) ອະໄວຍະວະຂອງຄົນ ແລະ ສັດ ບ່ອນໃຕ້ສົບ ຫຼື ປາກເບື້ອງລຸ່ມ. (2. ຄໍາກິລິຍາ) ເຮັດສຽງ ຢ່າງນຶ່ງເວລາເຈັບ.

ຕົວ­ຢ່າງ: 

  • ທຸກມື້ນີ້ຈັ່ງແມ່ນທັນສະໄໝ ສາວໆແຫ່ກັນໄປໃສຍະກໍາຄາງ ຫຼື ເລົ່າຄາງ ຢູ່ປະເທດເກົາຫຼີ ເປັນແຖວ ເພື່ອໃຫ້ງາມ ບາດກັບມາຮອດບ້ານໜ້າຕາຕ່າງເກົ່າເປັນຄົນລະຄົນ ຈົນບໍ່ຈື່.
  • ຄາງກະໄຕຂອງຄົນ ກັບ ລິງ ແມ່ນຄ້າຍຄືຫຼາຍ ແຕ່ແຕກຕ່າງສັດຄ້ຽວເອື້ອງ ເພາະມີຄາງກະໄຕຍາວ.
  • ໃນສະຖານທີ່ເກີດອຸບັດຕິເຫດລົດຕໍາກັນ ໄດ້ຍິນສຽງຄົນຫຼາຍຄົນຄວນຄາງດ້ວຍຄວາມເຈັບປວດ ແລະ ຮ້ອງ ຊ່ວຍແດ່ຊ່ວຍແດ່.
  • ແມ່ຕູ້ສາ ອາຍຸຍືນຫຼາຍ ປະຈຸບັນ ລາວອາຍຸໄດ້ 120 ປີ ແຕ່ລາວມັກຄາງມັກຈົ່ມ ທັງໆທີ່ບໍ່ເຈັບໍ່ເປັນ.

ສະຫຼຸບ.

ຄໍາວ່າ “ຄາງ”​ ໝາຍເຖິງອະໄວຍະວະຢູ່ບ່ອນໃຕ້ປາກເບື້ອງລຸ່ມຂອງຄົນ ແລະ ສັດ. ໝາຍເຖິງສຽງຮ້ອງ ຄ່ອຍໆແບບຕໍ່ເນື່ອງ ເປັນສຽງຄວນຄາງ ໂດຍສະເພາະແມ່ນໃນເວລາເຈັບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo