ມາ​ຂະ​ຫຍາຍຄໍາວ່າ “ແມ່” ​ກັບຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແມ່” ມີຄວາມໝາຍແນວໃດ?

​ຄໍາວ່າ “ແມ່” ມີຫຼາຍຄວາມໝາຍ ນຶ່ງໃນນັ້ນໝາຍເຖິງຜູ້ໃຫ້ກໍາເນີດ ຫຼື ເພດຍິງ ຫຼື ເພດແມ່ ເຊັ່ນ: ແມ່ (ມານດາ), ແມ່ຍິງ, ແມ່ຄ້າ, ແມ່ເຮືອນ ແມ່ນົມ, ແມ່ຊີ, ແມ່ສີເຮືອນ, ແມ່ຍ່າ, ແມ່ເຖົ້າ, ແມ່ຍາຍ, ແມ່ດອງ, ແມ່ຈ້າງ ເປັນຕົ້ນ. ພ້ອມນັ້ນ, ຍັງໃຊ້ຕັ້ງເປັນຊື່ແມ່ນໍ້າ, ນາຍທະຫານ ເອີ້ນ ແມ່ທັບ, ແມ່ກອງ.

ຖ້າເປັນສິ່ງທີ່ໃຊ້ເອີ້ນຊື່ເຄື່ອງສໍາລັບຍໍຂອງໜັກ ເອີ້ນແມ່ແຮງ. ນອກຈາກນັ້ນ, ຖ້າຫາກເປັນເຫຼັກສາມາດດູດ ເຫຼັກດ້ວຍ ກັນເອີ້ນແມ່ເຫຼັກ ແລະ “ແມ່” ຍັງມີຄວາມໝາຍຫຼາຍຢ່າງອີກດ້ວຍ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ແມ່”.

“ແມ່” (1. ຄໍານາມ) ຜູ້ຍິງໃນຖານະທີ່ເປັນຜູ້ໃຫ້ກໍາເນີດລູກ. ຄໍາທີ່ຮ້ອງຜູ້ໃຫ້ກໍາເນີດຕົນ. ເປັນຄໍາຮຽກຄົນ ຍິງທົ່ວໄປວ່າ ແມ່ຍິງ. ຮຽກສັດທີ່ມີປະເພດກົງກັນຂ້າມກັບຕົວຜູ້ວ້າແມ່ດັ່ງ ມ້າແມ່, ງົວແມ່, ປາແມ່. ຮຽກ ຍິງຜູ້ເຮັດການບາງຢ່າງວ່າແມ່ ດັ່ງຄ້າຂາຍວ່າ ແມ່ຄ້າ, ແມ່ຄົວ, ແມ່ເຮືອນ. ຮຽກຄົນຜູ້ເປັນຫົວໜ້າດັ່ງ ແມ່ທັບ, ແມ່ກອງ. ຮຽກໄມ້ທີ່ເປັນໃຫຍ່ ແລະ ພາໃຫ້ແຂງໃນສ່ວນຕ່າງໆວ່າ ແມ່ ດັ່ງແມ່ຂັ້ນໄດ, ແມ່ຄົກ ເປັນຕົ້ນ. (2. ຄໍາກິລິຍາວິເສດ) ເປັນໃຫຍ່ ແລະ ແຂງດັ່ງ ແມ່ທັບ, ແມ່ຂັ້ນໄດ, ແມ່ຂະແໜງ. (3. ຄໍານາມ) ສິ່ງທີ່ມາຂັດຂວາງບໍ່ໃຫ້ມີໂຊກ ແມ່ແຂ້. ແຜ່ນແປ້ນທີ່ຢູ່ກາງພື້ນເຮືອນຍາວຂວາງໄປ ຕາມພື້ນເຮືອນ ເປັນບ່ອນຫົວແປ້ນມາຈອດກັນ. ແມ່ຂາວ ຍິງຜູ້ບວດຖືສີນແປດນຸ່ງຂາວຫົ່ມຂາວ. ແມ່ຂັ້ນໄດ ໄມ້ແຂງທີ ເອົາລຸກຂັ້ນໄດສູບໃສ່. ແມ່ຄີໄຟ ໄມ້ຂອບເຕົາໄຟ. ແມ່ຄໍາຮາງ ຜູ້ຍິງທີ່ຫາກິນໃນທາງການຄຸນ. ແມ່ສື່ ຜູ້ ແນະນໍາໃຫ້ຍິງຊາຍຮັກກັນ. ແມ່ຕໍ່າແຍ ຜູ້ຍິງຜູ້ເປັນໝໍເອົາຄົນອອກລູກ (ໝໍຕໍ່າແຍ). ແມ່ຕໍ່າແຫຼ້ ຊ້າງພັງ ໃຫຍ່ທີ່ເປັນຝູງແມ່ ຫຼື ໃຫຍ່ກວ່າໝູ່ໃນໝູ່ຊ້າງຝູງນຶ່ງ. ແມ່ທັບ ຫົວໜ້າໃຫຍ່ໃນກອງທະຫານ. ແມ່ນໍ້າ ຮ່ອງ ນໍ້າໃຫຍ່ທີ່ມີຫ້ວຍໄຫຼມາໂຮມ. ແມ່ຍາຍ ແມ່ເຖົ້າ ຍິງຜູ້ທີ່ມີອາຍຸລຸ່ນລາວຂອງແມ່ເຖົ້າ, ເປັນຄໍາທີ່ພວກຫຼານ ຮຽກນ້ອງສາວແມ່ວ່າແມ່ຍາຍ. ແມ່ນອນເວັນ ແມງຈໍາພວກນຶ່ງຄື ແມ່ຕໍ່ ມີໄລຢູ່ກົ້ນຕອດປວດ. ແມ່ນົມ ຍິງຜູ້ໃຫ້ນົມກິນ ແຕ່ບໍ່ແມ່ນແມ່ແທ້ ແມ່ພາດ ໝໍ້ແອງນໍ້າ. ແມ່ພີມ ສິ່ງທີ່ເປັນຕົ້ນແບບ. ແມ່ມື້ ຊື່ຈໍານວນ ເລກ 10 ຕົວທ້າຍ ຈຸລສັກຣາດ ມີຊື່ດັ່ງນີ້: ກາບ, ຮັບ, ຮວາຍ, ເມີງ, ເປີກ, ກັດ, ກົດ, ຮ້ວງ, ເຕົ່າ, ກາ. ແມ່ມົດ (ເບີ່ງແມ່ມ້ອນ). ແມ່ໝ້າຍ ຜູ້ຍິງທີ່ຜົວຕາຍຈາກ. ແມ່ອອກ ເປັນຄໍາທີ່ພິກຂຸສາມະເນນຮຽກຜູ້ຍິງທົ່ວ ໄປວ່າ ແມ່ອອກ. ແມ່ຮ້າງ ໝາຍເຖິງຍິງປະຜົວ. ແມ່ແຮງ ເຄື່ອງສໍາລັບຍໍຂອງໜັກ. ແມ່ເຮັງ ຊື່ພະຍາດ ຢ່າງນຶ່ງເປັນຕຸ່ມເປື່ອຍຕາມຮ່າງຄີງ.

ຕົວ­ຢ່າງ: 

  • ແມ່ຂອງຂ້ອຍເປັນຄົນງາມ ພ້ອມທັງໃຈດີ, ຂ້ອຍຮັກແມ່ທີ່ສຸດໃນໂລກ.
  • ງົວແມ່ອອກລູກປີລະໂຕ ຄືກັນກັບຄວາຍ, ແຕ່ແຕກຕ່າງກັບແບ້ ເພາະເກີດປີໜຶ່ງຫຼາຍຄັ້ງ ຄັ້ງລະຫຼາຍ ໂຕ.
  • ແມ່ທັບຈີນສະໄໝບູຮານ ຕ້ອງມີຄວາມສາມາດແທ້ໆ ເພາະຕ້ອງໄດ້ບັນຊາຄົນເປັນໝື່ນ.
  • ການຍົກຕູ້ຄອນທິນເນີ ສ່ວນໃຫຍ່ຈະໃຊ້ເຄນເປັນແມ່ແຮງໃນການຍົກ ເພາະມັນໜັກຫຼາຍ.

ສະຫຼຸບ.

ຄໍາວ່າ “ແມ່”​ ໝາຍເຖິງຜູ້ໃຫ້ກໍາເນີດ ຫຼື ເພດຍິງ ຫຼື ເພດແມ່ ເຊັ່ນ: ແມ່ບັງເກີດເກົ້າ, ແມ່ຍິງ, ແມ່ຍ່າ, ແມ່ເຖົ້າ ແລະ ອື່ນໆ. ພ້ອມນັ້ນ, ຍັງໃຊ້ຕັ້ງເປັນຊື່ແມ່ນໍ້າ, ນາຍທະຫານ, ສິ່ງຂອງ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo