ມາ​ຮູ້​ຈັກ​ກັບຄໍາວ່າ “ຄັ່ງ” ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄັ່ງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄັ່ງ” ໝາຍເຖິງແມງໄມ້ແນວນຶ່ງທີ່ເຮັດຮັງຕາມງ່າໄມ້ນ້ອຍເປັນຕົ້ນກົກໝາກຖົ່ວແຮເອີ້ນແມງຄັ່ງ, ຮັງຂອງມັນຂ້ອນຂ້າງແຂງມີສີແດງຊໍ້າ ແລະ ໜຽວ ໃຊ້ຍ້ອມໄໝເອີ້ນ ຮັງຄັ່ງ ແລະ ທີ່ຕົ້ມເອົານໍ້າແດງອອກແລ້ວ ເອີ້ນວ່າ ຂີ້ຄັ່ງ. ຄັ່ງມີຜົນປະໂຫຍດຫຼາຍຢ່າງຄື ສີຂອງຂີ້ຄັ່ງທີ່ເປັນສີແດງເປັນຍາປົວພະຍາດ ເລືອດຈາງ, ໃຊ້ເປັນສີຍ້ອມຜ້າດ ໃຊ້ເປັນສີແຕ່ງອາຫານ, ໃຊ້ເປັນສີໃນເຄື່ອງສໍາອາງ.

ຂີ້ຄັ່ງໃຊ້ເປັນສີທາ ໄມ້ມີເງົາງົດງາມ, ໃຊ້ເຂົ້າໃນຂັ້ນຕອນການຜະລິດເຄື່ອງປະດັບ, ໃຊ້ເຮັດແຜ່ນສຽງ, ເປັນແຄບຊູນໃສ່ຢາ ປົວພະຍາດ, ໃຊ້ເປັນກາວຕິດເຄື່ອງມືການຜະລິດ ເຊັ່ນ: ດ້າມພ້າ, ດ້າມມິດ. ໃຊ້ເປັນກາວຕິດເຮືອເພື່ອບໍ່ໃຫ້ນໍ້າເຂົ້າ. ໃນລາວມີຫຼາຍທ້ອງຖີ່ນມັກນິຍົມກັນລ້ຽງຄັ່ງໃສ່ຕົ້ນຖົ່ວແຮ ໂດຍປີໜຶ່ງປ່ອຍໄດ້ 2 ເທື່ອ ຄືໃນເດືອນ 4-5 ພ້ອມການເກັບກູ້ຄັ້ງທີ 1 ແລະ ເດືອນ 10-11 ພ້ອມການເກັບກູ້ຄັ້ງທີ 2. ນອກຈາກນັ້ນ, ຄໍາວ່າ “ຄັ່ງ” ຍັງໝາຍເຖິງ ແຄ້ນ, ຄັບ ເປັນຕົ້ນ ຄຶດຄັ່ງຄ້ອຍນຳນ້ອງ ເມຶ່ອຍມະໂນ, ໃນຖະໜົນ ມີລົດຄັ່ງຄາກັນຢູ່, ຄັ່ງແຄ້ນ ໝາຍເຖິງແໜ້ນອັ່ງໃນໃຈ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄັ່ງ”.

“ຄັ່ງ” (1. ຄໍານາມ) ແມງແນວນຶ່ງເຮັດຮັງຢູ່ຕາມງ່າໄມ້ນ້ອຍຮັງແຂງ ແລະ ໜຽວ ນໍ້າ ຫຼື ຢາງຂອງຮັງສີ ແດງຊໍ້າໃຊ້ຍ້ອມໄໝ: ຮັງຄັ່ງທີ່ຕົ້ມເອົານໍ້າແດງອອກແລ້ວ ເອີ້ນວ່າ ຂີ້ຄັ່ງ. (2. ຄໍາກິລິຍາວິເສດ) ແຄ້ນ, ແໜ້ນ, ອັ່ງ, ຄັບ: “ຄືດັ່ງຕົວຄັງຄາວ ຄັ່ງຕາຍຕົກໄມ້” (ທ້າວຮຸ່ງທ້າວເຈືອງ) ຫຼື ວ່າ: “ມາຄົ່ວແດດັ່ນດິ້ນ ພໍໃຫ້ຄັ່ງທາງນີ້ເດ” (ສິນໄຊ).

ຕົວ­ຢ່າງ: 

  • ປະເທດລາວເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ຄັ່ງແມ່ນເຄື່ອງດົງຂອງປ່າທີ່ ປະຊາຊົນລາວ ເຄີຍສົ່ງອອກເປັນສິນຄ້າ ຈົນບາງບ້ານຖືກເອີ້ນຊື່ເປັນບ້ານຂີ້ຄັ່ງ. ພ້ອມກັນນັ້ນ, ຍັງນອນຢູ່ໃນລາຍການສິນຄ້າ ແລະ ອັດຕາພາສີຂາອອກ ຂອງລັດຖະບານລາວອີກດ້ວຍ.
  • ລາວຮູ້ສຶກຄັ່ງແຄ້ນທີ່ບໍ່ໄດ້ຮັບຄວາມຍຸຕິທຳຈາກການແບ່ງປັນມູນຂອງພໍ່ແມ່.
  • ຕອນເຊົ້າມື້ນີ້ຝົນຕົກໜັກ ແລະ ໄຟຈາລະຈອນກໍດັບ ເຮັດໃຫ້ລົດຄັ່ງຄາໜາແໜ້ນ ຕິດກັນຍາວຢຽດຫຼາຍຮ້ອຍແມັດ.

ສະຫຼຸບ.

ຄໍາວ່າ “ຄັ່ງ”​ ແມ່ນແມງແນວນຶ່ງເອີ້ນແມງຄັ່ງ, ມີຮັງສີແດງຊໍ້າເອີ້ນ ຮັງຄັ່ງ ແລະ ທີ່ຕົ້ມເອົານໍ້າແດງອອກ ເອີ້ນຂີ້ຄັ່ງ. ນອກຈາກນັ້ນ, ຍັງໝາຍເຖິງແຄ້ນ, ອັ່ງ, ອຸກອັ່ງ, ອຸກອັ່ງຄັ່ງແຄ້ນ, ຄັບ ຫຼື ແໜ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo