ມາ​ຮູ້​ຈັກ​ກັບຄໍາວ່າ “ລ້ານ” ຄວາມໝາຍໃນພາສາລາວ​ນຳ​ກັນ

SA Game

DooDiDo

ອະທິບາຍຄໍາວ່າ “ລ້ານ” ມີຄວາມໝາຍແນວໃດ?

ຄໍາວ່າ “ລ້ານ” ໝາຍເຖິງຕົວເລກນໍາໃຊ້ເຂົ້າໃນການນັບ, ຄິດໄລ່ຈໍານວນ ຊຶ່ງເທົ່າກັບ 10 ແສນ ຫຼື ຂຽນ ເປັນຕົວເລກແມ່ນ 1.000.000. ລ້ານເປັນຕົວເລກ ແລະ ຄໍາເວົ້າທີ່ນິຍົມກັນ ເຊັ່ນ: ເສດຖີເງິນລ້ານ, ມີ ເງິນເປັນລ້ານເປັນໂກດ, ອະນາຈັກລ້ານຊ້າງ (ແມ່ນຊື່ຂອງອະນາຈັກລາວ ແລະ ມີສູນກາງທີ່ວຽງຈັນ ຊື່ ເຕັມເອີ້ນ ເມືອງສີສັດຕະນາຄະນະຫຸດ ຄືເມືອງທີ່ມີຊ້າງເຖິງລ້ານຕົວ), ອານາຈັກລ້ານນາ (ຊື່ຕົວເມືອງໃຫຍ່ໃນສະໄໝບູຮານອັນເປັນເມືອງ ຄູ່ກັບລ້ານຊ້າງ ມີຊຽງໃໝ່ເປັນສູນກາງ).

ນອກຈາກນີ້, ຍັງໝາຍເຖິງຫີນ ເພາະມີຄວາມໜັກຫຼາຍ ດັ່ງທ້າວຜາລ້ານ ເປັນຕົ້ນ. “ລ້ານ” ຍັງໝາຍເຖິງ ແປນ ຫຼື ເປັນເດີ່ນ ຫຼື ບໍ່ມີຜົມ ຊຶ່ງໄດ້ຍີນເລື້ອຍໆໂດຍສະເພາະຄົນທີ່ບໍ່ມີຜົມເອີ້ນຄົນຫົວລ້ານ (ບໍ່ແມ່ນກໍລະນີຕັດ ຫຼື ແຖຜົມ). ສຸພາສິດ ລາວມີຫຼາຍຄໍາທີ່ກ່ຽວຂ້ອງກັບຄໍາວ່າຫົວລ້ານເຊັ່ນ: “ຢ່າຫົວລ້ານລື່ນຄູ” ໝາຍເຖິງຢ່າອວດເກັ່ງ ຫຼື ເຮັດລື່ນ ໃນສິ່ງທີ່ບອກ, “ເອົາຫົວລ້ານຊົນຝາ” ໝາຍເຖິງເຮັດໃນສິ່ງທີ່ເປັນໄປບໍ່ໄດ້, “ຄົບເດັກນ້ອຍສ້າງບ້ານ ຄົບຫົວລ້ານສ້າງເມືອງ” ຊຶ່ງມີຄວາມໝາຍວ່າການເຮັດວຽກກັບຄົນທົ່ວໄປແມ່ນສາມາດເຮັດວຽກໄດ້ສໍ່າໃດສໍ່ານຶ່ງ ແຕ່ຖ້າເຮັດວຽກກັບຄົນມີຄວາມຮູ້ມີປັນຍາມີບາລະມີແມ່ນ ສາມາດເຮັດວຽກໃຫຍ່ໄດ້ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລ້ານ”.

“ລ້ານ” (1. ຄໍານາມ) ຈໍານວນ 10 ແສນ, ຫີນ ດັ່ງທ້າວຜາລ້ານ (ຖ້ານນີ້ໜັກຄູ່ລ້ານທັບລັ່ນລົງເຕັງ). (2. ຄໍາກິລິຍາວິເສດ) ແປນ, ເປັນເດີ່ນ, ລັກສະນະຂອງຜົມທີ່ບໍ່ມີຜົມ.

ຕົວ­ຢ່າງ: 

  • ຊາວປີຫຼັງຄໍາບາດນຶ່ງແມ່ນລາຄາລ້ານປາຍກີບ ແຕ່ດຽວນີ້ ຄໍາບາດນຶ່ງແມ່ນເກືອບສິບລ້ານກີບ.
  • ບັ້ງໄຟລ້ານເປັນບັ້ງໄຟໃຫຍ່ ເວລາຈຸດແມ່ນໄປໄກຫຼາຍກິໂລແມັດ ບາງເທື່ອຈາກເມືອງນຶ່ງໄປຮອດອີກ ເມືອງນຶ່ງກະມີ.
  • ບໍ່ເຫັນກັນຫຼາຍປີ ບາດໄດ້ມາພໍ້ກັນຈົນຕົກໃຈ ແລະ ເກືອບບໍ່ຈື່ ເພາະດຽວນີ້ລາວທັງຫົວລ້ານ ແລະ ອ້ວນຫຼາຍ ແຕກຕ່າງກັບສະໄໝຮຽນທີ່ເປັນຄົນຜົມດົກ ແລະ ມີກ້າມເປັນໝັດໆ.
  • ສໍາລັບຄົນຫົວລ້ານ ໃນປະຈຸບັນມີຫຼາຍວິທີຮັກສາ ແລະ ມີວິທີການໃນການປູກຜົມ ຊຶ່ງສາມາດເຮັດ ໃຫ້ຜົມດົກໜາແບບຄົນທົ່ວໄປໄດ້.

ສະຫຼຸບ.

ຄໍາວ່າ “ລ້ານ”​ ໝາຍເຖິງຕົວເລກຈໍານວນ 10 ແສນ ຫຼື 100 ໝື່ນ, ໝາຍເຖິງຫີນ, ໝາຍເຖິງແປນ, ບໍ່ມີ ຜົມໂດຍທໍາມະຊາດ ຊຶ່ງເຮົາເອີ້ນຄົນບໍ່ມີຜົມວ່າຄົນຫົວລ້ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo