ມາ​ຮູ້​ຈັກ​ກັບຄໍາວ່າ “ກ້ຽງ” ​ໃນຄວາມໝາຍຂອງພາສາລາວນຳ​ກັນ

SA Game

DooDiDo

ອະທິບາຍຄໍາວ່າ “ກ້ຽງ” ມີຄວາມໝາຍແນວໃດ?

​ຄໍາວ່າ “ກ້ຽງ” ແມ່ນຊື່ຕົ້ນໄມ້ແນວນຶ່ງ ເອີ້ນຕົ້ນໝາກກ້ຽງ ໝາກໜ່ວຍມົນ ມີນວນເປັນງີມ ແລະ ມີບົວ ນ້ອຍໆ ມີແນວໜ່ວຍໃຫຍ່ ແລະ ມີແນວໜ່ວຍນ້ອຍ, ມີແນວສົ້ມ ມີແນວຫວານ ເຊັ່ນ: ໝາກກ້ຽງໃຫຍ່  (ບາງເຂດເອີ້ນໝາກພຸກ), ໝາກກ້ຽງນ້ອຍ ເປັນຕົ້ນ.

ນອກຈາກນັ້ນ, ຍັງໝາຍເຖິງ ມື່ນ, ບໍ່ຊາ. ໝາຍ ເຖິງໝົດ ຫຼື ໝົດກ້ຽງ ຫຼື ບໍ່ເຫຼືອ, ກ້ຽງຊິດ. ໝາຍເຖິງ ແປນ, ສະອາດ ຫຼື ກ້ຽງສະອາດ, ກ້ຽງອອດຫຼອດ, ກວາດເຮືອນກ້ຽງສະອາດ ແຕ່ໃນຮອດນອກ.

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ “ກ້ຽງ”.

“ກ້ຽງ” (1. ຄໍານາມ) ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນມີຜົນໜ່ວຍມົນ ນວນເປັນງີມ ແລະ ມີບົວນ້ອຍໆ. (2. ຄໍາກິລິຍາວິເສດ) ມື່ນ, ບໍ່ຊາ, ໝົດ, ບໍ່ເຫຼືອ, ແປນ, ສະອາດ.

ຕົວ­ຢ່າງ: 

  • ຕົ້ນໝາກກ້ຽງໃຫຍ່ (ໝາກພຸກ) ປີນີ້ອອກໝາກຫຼາຍ ຫ້ອຍອົ້ນໂຕ້ນ ເປັນຕາສະອອນ.
  • ລາວກົບໄມ້ບານປະຕູ ແລ້ວຄັດກ້ຽງດີ ເອົາມືລູບມື່ນບໍ່ຊາ ແລະ ບໍ່ມີສ້ຽນປັກ ສົມວ່າເປັນນາຍຊ່າງມື ອາຊີບ.
  • ຂ້ອຍຫິວເຂົ້າແຮງກິນຕົ້ມໄກ່ໂຕບັກໃຫຍ່ຈົນໝົດຈົນກ້ຽງ ນໍ້າແກງກໍບໍ່ເຫຼືອ, ຖ້າຈະເລີນອາຫານແບບນີ້ ທຸກມື້ບໍ່ເກີນສາມເດືອນນໍ້າໜັກຂຶ້ນຫຼາຍແນ່ນອນ.
  • ບຸນທາດຫຼວງປີນີ້ຂາຍເຄື່ອງມ່ວນຫຼາຍ ແລະ ໄດ້ກໍາໄລດີ ເຄື່ອງໃນຮ້ານບັກຫຼາຍໆຂາຍຈົນກ້ຽງບໍ່ ເຫຼືອພໍໂຕ ຫວັງວ່າປີໜ້າຊິເປັນຄືເກົ່າ.
  • ຊ່ວງພະຍາດໂຄວິດ-19 ລະບາດນີ້ ບໍ່ໄດ້ໄປຫາເງິນທາງໃດ ມີແຕ່ຈ່າຍກັບຈ່າຍ ຈົນເງິນກ້ຽງແຊະ ຖ້າສືບຕໍ່ເປັນແນວນີ້ແມ່ນຕາຍຄັກໆ ຢ້ານໄດ້ຢືມເງິນໝູ່ແທ້.
  • ພໍຮອດຍາມຝົນ ຫຍ້າຢູ່ສວນຍາວ ແລະ ຮົກໄວ ສະນັ້ນເພື່ອໃຫ້ກ້ຽງ ໃຫ້ແປນ ຕ້ອງໄດ້ຕັດຢ່າງ ນ້ອຍເດືອນລະເທື່ອ.
  • ແມ່ບ້ານຖູພື້ນຫ້ອງການໄດ້ກ້ຽງ ແລະ ສະອາດຫຼາຍ ສະແດງວ່າເອົາໃຈໃສ່ເຮັດວຽກ ຖ້າເປັນແນວນີ້ ຕະຫຼອດປີຊິມາຈະໄດ້ຂຶ້ນເງິນເດືອນໃຫ້ແນ່ນອນ.

ສະຫຼຸບ.

ຄໍາວ່າ “ກ້ຽງ”​ ໝາຍເຖິງຊື່ຕົ້ນໝາກກ້ຽງ. ໝາຍເຖິງມື່ນ ຫຼື ບໍ່ຊາ, ບໍ່ມີສ້ຽນ. ໝາຍເຖິງໝົດ, ບໍ່ເຫຼືອ, ກ້ຽງຊິດ. ໝາຍເຖິງແປນ ຫຼື ສະອາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo