ມາ​ຮູ້​ຈັກ​ກັບຄໍາວ່າ “ລາວ” ຄວາມໝາຍໃນພາສາລາວນຳ​ກັນ

SA Game

DooDiDo

ອະທິບາຍຄໍາວ່າ “ລາວ” ມີຄວາມໝາຍແນວໃດ?

​ຄໍາວ່າ “ລາວ” ໝາຍເຖິງປະເທດລາວ, ຄົນລາວ ຊຶ່ງເປັນຄົນຊາດນຶ່ງ. ປະເທດລາວ ມີເນື້ອທີ່ທັງໝົດ 236,800 ກິໂລແມັດມົນທົນ ບໍ່ມີຊາຍແດນຕິດກັບທະເລ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງທະວີບອາຊີຢູ່ໃຈກາງຂອງແຫຼມອິນດູຈີນ. ທິດເໜືອຕິດກັບປະເທດຈີນ, ທິດໃຕ້ຕິດກັບປະເທດກຳປູເຈຍ, ທິດຕາເວັນຕົກ ຕິດກັບສະຫະພາບມຽນມາ ແລະ ປະເທດໄທ, ທິດຕາເວັນອອກຕິດກັບປະເທດຫວຽດນາມ.

ພູມສັນຖານ ສູງທາງພາກເໜືອ ແລະ ຄ້ອຍຊັນລົງໄປທາງພາກໃຕ້, ມີແມ່ນໍ້າຂອງໄຫຼຜ່ານແຕ່ເໜືອຮອດໃຕ້. ມີທັງໝົດ 1 ນະຄອນຫຼວງ ແລະ 17 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງ ຫຼວງນໍ້າທາ, ແຂວງຫົວພັນ, ແຂວງຊຽງຊວາງ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງໄຊສົມບຸນ, ແຂວງວຽງຈັນ, ແຂວງບໍລຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນາເຂດ, ແຂວງສາລະວັນ, ແຂວງ ຈໍາປາສັກ, ແຂວງເຊກອງ, ແຂວງອັດຕະປື. ໃນນັ້ນມີ 148 ເມືອງ ລວມທັງ ນະຄອນຫຼວງພະບາງ, ນະຄອນໄກສອນ ແລະ ນະຄອນຈໍາປາສັກ. ປະຈຸບັນ, ຄົນເຊື້ອຊາດລາວແມ່ນມີຫຼາຍລ້ານຄົນ ໂດຍລວມ ແບ່ງອອກເປັນ 2 ກຸ່ມໃຫຍ່ຄື ລາວພຸງດໍາ (ເອີ້ນຍວນ ຊຶ່ງເປັນຄົນ ລ້ານນາອາໃສຢູ່ຝັ່ງຂວາແມ່ນໍ້າຂອງ) ແລະ ລາວພຸງຂາວ (ລາວລ້ານຊ້າງອາໃສຢູ່ຝັ່ງຊ້າຍແມ່ນໍ້າຂອງ) ຢັ່ງຢາຍກັນໄປອາໃສຢູ່ໃນຫຼາຍປະເທດ ໂດຍສະເພາະແມ່ນໃນໄທ, ອາເມລິການ, ອົດສະຕາລີ ແລະ ໃນບັນດາປະເທດຢູລົບ. ສໍາລັບຢູ່ປະເທດ ລາວໃນປີ 2021 ແມ່ນມີປະຊາກອນປະມານ 7 ລ້ານຄົນ. ນອກຈາກນັ້ນ, ຄໍາວ່າ “ລາວ”  ຍັງໃຊ້ເວົ້າ ແທນຊື່ໃຜຜູ້ນຶ່ງມີຄວາມໝາຍຄືກັນກັບເພີ່ນ ເຊັ່ນ: ລາວໄປໃສ?, ແມ່ຕູ້ລາວບໍ່ຢູ່ເຮືອນ ລາວໄປຕະຫຼາດ, ລາວຈັ່ງແມ່ນເປັນຄົນໃຈດີ ແລະ ງາມສົມຊື່.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ລາວ”.

“ລາວ” (1. ຄໍານາມ) ຊື່ປະເທດ ແລະ ຄົນຊາດນຶ່ງ ເປັນຊາດໃຫຍ່ຢູ່ທາງທິດອາຄະເນຂອງທະວີບອາຊີ ແຕ່ ກ່ອນມີຖີ່ນຖານຢູ່ໃນປະເທດຈີນຕອນໃຕ້ ດຽວນີ້ເຫຼືອຢູ່ແຕ່ຝັ່ງຊ້າຍແມ່ນໍ້າຂອງ. (2. ຄໍາກິລິຍາວິເສດ) ໃຫຍ່, ສູງ (ໃນຄໍາວ່າພູເຂົາເລົາກາ=ລາວກາ) ຫຼື ຜູ້ລາວໄປໃສ, ເພີ່ນ (ລາວບໍ່ໄປ).

ຕົວ­ຢ່າງ: 

  • ຄົນລາວເປັນຄົນມີນໍ້າໃຈ ແຂກໄປໄທມາແມ່ນຈະມີການຕ້ອນຮັບເປັນຢ່າງດີ ບໍ່ມີນິດໃສກ້າວລ້າວ ມັກຄວາມສະຫງົບ, ມີເອກະລັກຄື ຜູ້ຍິງເກົ້າຜົມບ່ຽງແພ ກິນເຂົ້າໜຽວຈໍ້າປາແດກ, ມີແຄນເປັນສັນ ຍາລັກທາງດົນຕີ ມີດອກຈໍາປາເປັນດອກໄມ້ປະຈໍາໂຕ.
  • ຄົນລາວ ຄົນໄທ ມື້ເຊື້ອກໍາເນີດຈາກບັນພະບູລຸດອັນດຽວກັນ.
  • ອີ່ແມ່ລາວບໍ່ຢູ່ເຮືອນ ລາວໄປເຮັດບຸນຢູ່ວັດ, ລາວວ່າລາວຍັງຈະອອກໄປຕະຫຼາດອີກດ້ວຍ.
  • ເບີ່ງລາວເປັນຄົນມີລາສີ ຮູບຮ່າງໜ້າຕາດີ ລາວເປັນໄທທາງໃດ.

ສະຫຼຸບ.

ຄໍາວ່າ “ລາວ”​ ໝາຍເຖິງຊື່ປະເທດ ແລະ ຄົນຊາດນຶ່ງ ເອີ້ນລາວ. ພ້ອມນັ້ນ, ຍັງໝາຍເຖິງເພີ່ນ ຫຼື ໃຊ້ເອີ້ນແທນຊື່ບູລຸດທີ 3 ໃນຫຼັກໄວຍະກອນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo