ຄຳວ່າ “ມື້” ແລະ “ໝື້” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ມື້” ແລະ “ໝື້”.

ຄຳວ່າ “ມື້” ແລະ “ໝື້” ມີການອອກສຽງໃກ້ຄຽງກັນ ຕ່າງພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມ ໝາຍຕ່າງກັນ. ຄຳວ່າ “ມື້” ໝາຍເຖິງການປີ່ນອ້ອມຕົວມັນເອງຂອງໜ່ວຍໂລກໄດ້ 1 ຮອບ ມີກາງເວັນ ແລະ ກາງຄືນ, ມື້ນຶ່ງມີ 24 ຊົ່ວໂມງ. ໃນມື້ນຶ່ງເຮົາມັກເອີ້ນ: ມື້ເຊົ້າ (ຕອນເຊົ້າ), ມື້ເວັນ ຫຼື ມື້ສວາຍ (ກາງເວັນ), ມື້ ຄໍ່າ ຫຼື ມື້ຄືນ (ກາງຄືນ).

ນອກຈາກນັ້ນ, ຍັງມີຄໍາວ່າ: ໝົດມື້ໝົດຄືນ, ມື້ກ່ອນ, ມື້ຊືນ, ມື້ວານ, ມື້ນີ້, ມື້ອື່ນ, ມື້ຮື, ມື້ຕໍ່ໄປ, ມື້ໜ້າ, ມື້ວັນພະ, ມື້ວັນສິນ, ມື້ດີວັນດີ, ຫາຍມື້ຫາຍຄືນໝາຍເຖິງໃຫ້ດີໄວໆ ເປັນຕົ້ນ. ໃນອາທິດນຶ່ງມີ 7 ມື້ ຄື: ມື້ວັນຈັນ, ມື້ວັນອັງຄານ, ມື້ວັນພຸດ, ມື້ວັນພະຫັດ, ມື້ວັນສຸກ, ມື້ວັນເສົາ, ມື້ວັນທິດ.

ຄຳວ່າ “ໝື້” ໝາຍເຖິງການເອົາເຈຍມາປະສົມກັບຖ່ານຂົ້ວບົດລະອຽດ ເພື່ອເຮັດເປັນທາດແຕກ ເອົາໄວ້ໃສ່ ປືນເພື່ອຍິງກະສູນ ຫຼື ເຮັດບັ້ງໄຟ ເພື່ອຈູດ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ມື້”:

“ມື້” (1.ຄໍານາມ) ເວລາ 24 ຊົ່ວໂມງ ທັງກາງເວັນ ແລະ ກາງຄືນ ຫຼື ໄລຍະເວລາ 12 ຊົ່ວໂມງຂອງ ກາງເວັນ, ເວລາ, ຍາມເທື່ອ.

ຕົວ​ຢ່າງ:

  • ມື້ເຈົ້າເກີດແມ່ນມື້ວັນຫຍັງ ຂ້ອຍຊິລອງອ່ານໃນປື້ມເບີ່ງດວງຊາຕາປະຈໍາເດືອນນີ້ ວ່າເລື່ອງຄວາມຮັກ ເປັນຈັ່ງໃດ ໃກ້ໆຊິພົບເນື້ອຄູ່ແລ້ວບໍ່.
  • ໃນຮີດ 12 ຄອງ 14 ການຂຶ້ນເຮືອນໃໝ່ແມ່ນຕ້ອງໄດ້ເລືອກເອົາມື້ສັນວັນດີ ແລະ ແຕ່ງເຄື່ອງໃຫ້ຄົບ ເພື່ອແຫ່ໄປຂຶ້ນເຮືອນແຕ່ເຊົ້າ.

ຄວາມໝາຍຄຳ​ວ່າ “ໝື້”:

“ໝື້” (1.ຄໍານາມ) ຖ່ານຂົ້ວໃສ່ຂີ້ເຈຍແລ້ວຕໍາໃຫ້ລະອຽດ ໃຊ້ຍິງປືນຫົວບັ້ງໄຟເປັນຕົ້ນ. (2. ຄໍາກິກໍາມະ ວິເສດ) ດໍາ, ໝື້ອີ່ຫຼອບ. (3.ຄໍານາມ) ໝື້ສີເຫຼືອງໄດ້ຈາກຊາວເອີຣົບ (ຄໍາວ່າອີ່ຫຼອບ ມາຈາກເອີຣົບ ນັ້ນເອງ).

ຕົວ​ຢ່າງ:

  • ການຍິງປືນແກັບ ປືນເພີງ ຕ້ອງໃຊ້ໝື້ໃສ່ເລົາປືນແລ້ວຕໍາ ເອົາລູກຫວ່ານ (ລູກເຫຼັກ, ລູກກວ່າ) ໃສ່ໃນເອົາຍອງຝ້າຍອັດ ແລ້ວຈິ່ງຍິງໄດ້.
  • ການເຮັດບັ້ງໄຟແມ່ນມີສູດໝື້ສະເພາະຂອງໃຜມັນ ແຕ່ສ່ວນປະສົມຫຼັກແມ່ນຂີ້ເຈຍ ແລະ ຖ່ານບົດ.

ສະ​ຫຼຸບ

ຄຳວ່າ “ມື້” ແລະ “ໝື້” ເຖິງຈະມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ພັດມີຄວາມໝາຍກະແຕກຕ່າງກັນເພາະຄຳວ່າ “ມື້” ແມ່ນການບອກເຖິງເວລາ. ສ່ວນຄຳວ່າ “ໝື້” ແມ່ນທາດລະເບີດ ເພື່ອໃຊ້ໃນການຍິງປືນ, ເຮັດບັ້ງໄຟ, ສະໜວນລະເບີດ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo