ມາ​ຮູ້​ຈັກ​ກັບຄໍາວ່າ “ມິດ” ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມິດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ມິດ” ໝາຍເຖິງສ່ຽວ, ໝູ່, ເພື່ອນ, ມິດສະຫາຍ, ສະຫາຍ ຫຼື ສະໜິດສະໜົມກັນ ຊຶ່ງເຮົາມັກໄດ້ ຍິນເລື້ອຍເຊັ່ນ: ເພື່ອນມິດສາກົນ, ມິດຕະພາບລາວ-ຫວຽດນາມ, ມິດແທ້ໃນຍາມຍາກ ເປັນຕົ້ນ.  ອີກ ຄວາມໝາຍນຶ່ງແມ່ນໝາຍເຖິງບໍ່ມີສຽງລົບກວນ, ມິດຈິດ, ມິດຈ້ອຍມ້ອຍ, ງຽບສະງັດ ຫຼື ຄວາມງຽບ ຊຶ່ງ ເຮົາມັກໄດ້ຟັງ ແລະ ເວົ້າເລື້ອຍໆເຊັ່ນ: ມິດແທ້ມິດວ່າ, ມິດແດ່ຢ່າແຊວຫຼາຍ, ມິດງຽບດີ ເໝາະແກ່ການ ພັກຜ່ອນ, ຢາກໄປຢູ່ບ່ອນມິດໆ ໜີຈາກຄວາມວຸ້ນວາຍ.

ນອກຈາກນັ້ນ, ເວລາໄປບວກກັບຄວາມອື່ນ ຍັງ ໃຫ້ຄວາມໝາຍຢ່າງອື່ນອີກ ດັ່ງ: ມິດສາຈານ ໝາຍເຖິງການປະພຶດຜິດ, ມິດສາຊີບ ໝາຍເຖິງການຫາ ກິນໃນທາງຜິດ, ມິດສາທິດຖິ ໝາຍເຖິງ ຄວາມເຫັນຜິດ, ມິດສາວາຈາ ໝາຍເຖິງ ຄໍາເວົ້າຜິດ, ມິດສາ ສະຕິ ໝາຍເຖິງ ຄວາມພຽນຜິດ, ມິດສາສະຕິ ໝາຍເຖິງຄວາມນຶກໃນທາງຜິດ, ມິດສາສະມາທິ ໝາຍເຖິງ ຄວາມຕັ້ງໃຈຜິດ, ມິດຕະພາບ ໝາຍເຖິງການພົວພັນກັນ, ມິດຕິງ ເປັນການເຕົ້າໂຮມຄົນຈໍານວນຫຼາຍ ລວມກັນເພື່ອຟັງ ຫຼື ເວົ້າສິ່ງໃດນຶ່ງ (ເປັນຄໍາທັບສັບພາສາອັງກິດ).

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ມິດ”.

“ມິດ” (1. ຄໍານາມ) ສ່ຽວ, ສະຫາຍ (ປ. ມິຕຕະ). (2. ຄໍາກິລິຍາວິດເສດ) ງຽບ, ສະງັດ, ບໍ່ມີສຽງ. ມິດ ງຽບ, ມິດຈິດ.

ຕົວ­ຢ່າງ: 

  • ລາວມີມິດແທ້ແມ່ນຫວຽດນາມ ເພາະຜ່ານການພິສູດຈາກພຶດຕິກໍາຕົວຈິງ, ຜ່ານທຸກຜ່ານຍາກ, ຜ່ານ ແປວໄຟແຫ່ງສົງຄາມ ກີ້ງເກືອກລີເລືອໃນທ່າມກາງຫ່າຝົນແຫ່ງກະສູນ ແລະ ລະເບີດ ຜ່ານຄວາມ ຕາຍມາດ້ວຍກັນ.
  • ຂົວມິດຕະພາບລາວ-ໄທ ແຫ່ງທີ່ 1 ເບື້ອງລາວແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ ເບື້ອງໄທແມ່ນຕັ້ງຢູ່ ຈັງຫວັດໜອງຄາຍ.
  • ເວລາປະຊຸມກະລຸນາມິດດ້ວຍ ບໍ່ຕ້ອງລົມກັນຫຼາຍມັນແຊວໃຫ້ເອົາໃຈໃສ່ຟັງ ແລະ ກໍາເນື້ອຫາກອງ ປະຊຸມໃຫ້ໄດ້.
  • ພໍແຕ່ໄດ້ຢືມເງິນໄປແລ້ວມິດຈ້ອຍມ້ອຍ ແຕກຕ່າງຈາກຕອນຢາກຢືມທໍາອິດຂະໜາດ ທຽວມາຫາຈົນ ຂັ້ນໃດກິ່ວ.

ສະຫຼຸບ.

ຄໍາວ່າ “ມິດ”​ ໝາຍເຖິງສ່ຽວ, ສະຫາຍ, ໝູ່ເພື່ອນ ຫຼື ສະໜິດສະໜົມກັນ. ນອກຈາກນັ້ນ, ຍັງໝາຍເຖິງ ງຽບ, ບໍ່ແຊວ, ສະງັດ, ບໍ່ມີສຽງ. ມິດງຽບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo