ຄໍາວ່າ “ໃຈ” ຄວາມໝາຍໃນພາສາລາວ ແລະ ການ ນໍາໃຊ້

SA Game

DooDiDo

ອະທິບາຍຄໍາວ່າ “ໃຈ” ມີຄວາມໝາຍແນວໃດ?

ຄໍາວ່າ “ໃຈ” ໝາຍເຖິງສີ່ງສໍາລັບຄຶດຂອງຄົນ ແລະ ສັດ, ໝາຍເຖິງຫົວໃຈ ຫຼື ໝາກຫົວໃຈ ເປັນປໍ້າສູບ ສີດເລືອດ ເພື່ອກະຈາຍໄປທົ່ວຮ່າງກາຍ ຊຶ່ງເຮັດວຽກຕະຫຼອດບໍ່ຢຸດເຊົາ ຖ້າຫົວໃຈຢຸດເຕັ້ນແມ່ນເຮັດໃຫ້ ຕາຍ ຫຼື ບໍ່ມີຊີວິ. “ໃຈ” ຍັງໝາຍເຖິງສ່ວນສໍາຄັນ ຫຼື ເປັນສູນກາງຂອງສິ່ງຕ່າງໆ ເຊັ່ນ: ໃຈຄວາມ, ໃຈກາງ ເປັນຕົ້ນ. “ໃຈ” ຍັງໝາຍເຖິງສ່ວນທີ່ຢູ່ກາງລໍາຂອງຕົ້ນໄມ້ ບາງຊະນິດກໍແຂງ ບາງຊະນິດກໍອ່ອນ ເປັນສີຂາວກະມີ.

ນອກຈາກນີ້, “ໃຈ” ຍັງໝາຍເຖິງຈິດໃຈຂອງຄົນ ຫຼື ສັດ ສະແດງອອກທາງອາລົມ, ຜ່ານການປະພຶດຂອງ ຮ່າງກາຍ, ສີໜ້າທ່າທາງ ມີຫຼາຍແນວເຊັ່ນ: ໃຈດີ, ໃຈເອົາ, ໃຈເຢັນ, ໃຈສູ້, ໃຈກ້າ, ໃຈກວ້າງ, ໃຈກະລຸ ນາ, ໃຈກັດ, ໃຈດຽວ, ໃຈດຳ, ໃຈດຳອຳມະຫິດ, ໃຈຂຶ້ນ, ໃຈຈືດ, ໃຈຈືດໃຈດຳ, ໃຈຄົດ, ໃຈງ່າຍ, ໃຈຈົດຈໍ່ ຫຼື ໃຈຈົດໃຈຈໍ່, ໃຈສັດທາ, ໃຈເຕັ້ນ, ໃຈທຸ່ນ, ໃຈນ້ອຍ, ໃຈບາບ, ໃຈບຸນ ຫຼື ໃຈບຸນສິນກິນທານ.

SA Game
DooDiDo

ຈິງໃຈ, ຂ້ອງໃຈ, ໃຈຄໍບໍ່ດີ, ສະໝັກໃຈ, ໃຈສັ່ນ, ຕົກໃຈ, ຊື່ນໃຈ, ໃຈດຳຫ່ຽວແຫ້ງ ແລະ ອື່ນໆ. ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໃຈ”.

“ໃຈ” (1. ຄໍານາມ) ເຄື່ອງສໍາລັບຄຶດຂອງຄົນ ແລະ ສັດ, ທໍາມະດາຊາດຜູ້ຄຶດ. ຫົວໃຈ, ໝາກຫົວໃຈ. ສ່ວນສໍາຄັນ ຫຼື ສູນກາງຂອງສິ່ງຕ່າງໆ. ສ່ວນທີ່ຢູ່ກາງ. ສ່ວນນຶ່ງຂອງເສັ້ນຝ້າຍທີ່ແບ່ງໄວ້ເປັນຕອນໆ ໂຮມຫຼາຍໃຈເປັນປອຍນຶ່ງ. ໃຈກາງ ແມ່ນສູນກາງ. ໃຈກວ້າງ ແມ່ນໃຈເຜື່ອແຜ່ ບໍ່ຂີ້ຖີ່. ໃຈຂຸ່ນ ແມ່ນໃຈ ເສົ້າໝອງ. ໃຈແຂງ ແມ່ນໃຈບໍ່ອ່ອນໄປຕາມເຫດການ. ໃຈຄວາມ ແມ່ນຂໍ້ຄວາມສໍາຄັນຂອງເລື່ອງ. ໃຈຄໍ ແມ່ນອັດທະນາໃສ. ໃຈແຄບ ແມ່ນຂີ້ຖີ່. ໃຈງ່າຍ ແມ່ນເຊື່ອຄົນອື່ນງ່າຍ. ໃຈໃສ ແມ່ນຍິນດີດ້ວຍ. ໃຈສູງ ແມ່ນຄິດເປັນໃຫຍ່ ຫຼື ມັກໃຫຍ່ໄຝ່ສູງ. ໃຈດໍາ ແມ່ນໃຈຮ້າຍ ບໍ່ມີຄວາມກະລຸນາ. ໃຈດີ ມີຄວາມກະລຸນາ. ໃຈນ້ອຍ ແມ່ນຄຽດງ່າຍ. ໃຈບານ ແມ່ນສະບາຍໃຈ ຮູ້ສຶກມ່ວນຊື່ນເບີກບານໃນໃຈ. ໃຈເບົາ ແມ່ນຄຽດ ງ່າຍ, ຟັງຄວາມຄົນອື່ນງ່າຍ. ໃຈເຢັນ ແມ່ນບໍ່ເຮັ່ງຮ້ອນ. ໃຈຮ້ອນ ແມ່ນຢາກໃຫ້ສົມປະສົງໄວໆ.

ຕົວ­ຢ່າງ: 

  • ຫົວໃຈຄົນເຮົາມີ 4 ຫ້ອງ ຖືວ່າເປັນສ່ວນສໍາຄັນຂອງຮ່າງກາຍ ຫົວໃຈແມ່ນເຮັດວຽກຕະຫຼອດ ເວລາອາຍຸຂອງຄົນ ຫຼື ສັດໂດຍບໍ່ມີພັກທັງເວັນທັງຄືນ. ຖ້າຫົວໃຈຢຸດເຕັ້ນ (ຫຼາຍນາທີ) ແມ່ນ ເຮັດໃຫ້ເສຍຊີວິດ.
  • ໃຈກາງເມືອງແມ່ນຈຸດສໍາຄັນມີສໍານັກງານ, ຕຶກອາຄານ ແລະ ເປັນບ່ອນຄ້າຂາຍ ມີຄົນອາໃສຢູ່ ຫຼາຍ.
  • ໃຈຕົ້ນໄມ້ດູ່ແມ່ນຢູ່ໃນແກນ ເນື້ອແຂງ ແລະ ມີລາຍງາມຫຼາຍ ໂຕປວກ ແລະ ແມງມອດ ບໍ່ສາ ມາດກັດໄດ້ ໃຊ້ເວລາຫຼາຍປີຕົ້ນໄມ້ດັ່ງກ່າວຈຶ່ງໃຫຍ່ ດັ່ງນັ້ນລາຄາຈຶ່ງແພງ.
  • ລາວຈັ່ງແມ່ນໃຈດີ ແລະ ໃຈບຸນສິນກິນທານ ມັກຊ່ວຍເຫຼືອຄົນອື່ນ ບໍ່ວ່າເປັນເງິນຄໍາກໍາແກ້ວ, ລວມທັງດ້ານແຮງງານ. ການເວົ້າຈາກໍມ່ວນບໍ່ຜິດກັບຄົນອື່ນ.

ສະຫຼຸບ.

ຄໍາວ່າ “ໃຈ” ໝາຍເຖິງເຄື່ອງສໍາລັບຄຶດຂອງຄົນ ແລະ ສັດ, ໝາຍເຖິງໝາກຫົວໃຈ, ໝາຍເຖິງສູນກາງ, ໝາຍເຖິງໃຈຄວາມ, ໝາຍເຖິງໃຈຂອງຕົ້ນໄມ້ ຫຼື ສ່ວນທີ່ຢູ່ກາງລໍາ. ນອກນັ້ນ, ຍັງໝາຍເຖິງຈິດໃຈຄວາມ ນຶກຄິດ ຊຶ່ງອາດຈະສະແດງອອກຜ່ານທາງອາລົມພຶດຕິກໍາ, ສະແດງອອກຜ່ານສີໜ້າທ່າທາງ ມີຫຼາຍຮູບ ການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo