ມາ​ຮູ້​ຈັກຄໍາວ່າ “ເວັນ” ແລະ “ເວນ” ມີຄວາມໝາຍຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ເວັນ” ແລະ “ເວນ”.

ຄໍາວ່າ “ເວັນ” ແລະ “ເວນ” ສອງຄໍານີ້ການອອກສຽງແມ່ນໃກ້ຄຽງກັນຕ່າງແຕ່ສຽງສັ້ນສຽງຍາວ ແຕ່ມີຄວາມໝາຍ ແຕກຕ່າງກັນ. ຄໍາວ່າ “ເວັນ” ໝາຍເຖິງມື້ເວັນ ຫຼື ກາງເວັນ ຊຶ່ງໝາຍເຖິງຕອນແດດອອກ ຫຼື ຕາເວັນ (ພຣະອາທິດ) ຍັງບໍ່ຕົກດິນ ຊຶ່ງກວມເອົາໄລຍະເວລາ ແຕ່ເຊົ້າຮອດຄໍ່າ ແມ່ນໜ້າຂອງໜ່ວຍໂລກຟາກເບື້ອງທີ່ຖືກກັບແສງແດດ ບໍ່ແມ່ນເບື້ອງ ມືດ. ຄົນເອີ້ນ “ເວັນ” ຍ້ອນວ່າມີດວງຕາເວັນອອກນັ້ນເອງ. ກາງເວັນ ຫຼື ຕອນເວັນ ເປັນຕອນທີ່ຜູ້ຄົນ ແລະ ສັດ ສ່ວນໃຫຍ່ອອກໄປທໍາມາຫາກິນ ສ່ວນກາງຄືນແມ່ນພັກຜ່ອນ, ເວັນ ເປັນຊ່ວງຕໍ່ກັນກັບກາງຄືນ. ເວັນ ຍັງໃຊ້ເອີ້ນ ຊື່ດອກໄມ້ ເອີ້ນດອກຕາເວັນ ແກ່ນມັນເອີ້ນແກ່ນຕາເວັນ ຊຶ່ງເຮົາມັກນໍາມາແກະກິນ ຫຼື ເອົາໄປສະກັດເອົານໍ້າມັນ ເພື່ອມາບໍລິໂພກ ແລະ ໃຊ້ປະໂຫຍດຢ່າງອື່ນນໍາອີກ.

ຄໍາວ່າ “ເວນ” ໝາຍເຖິງເວນກໍາ, ບາບກໍາ ຫຼື ຄວາມພະຍາບາດ ອາຄາດກັນ ອີງຕາມຄວາມເຊື່ອທາງດ້ານພຸດ ທະສາດສະໜາແມ່ນຜົນກໍາທີ່ກໍ່ໄວ້ບໍ່ວ່າຊາດກ່ອນ ຫຼື ຊາດນີ້ ຊຶ່ງມັນກໍຈະສົ່ງຜົນຕໍ່ໆໄປ ເຮັດໃຫ້ເຈັບເປັນ, ທຸກໃຈ ຫຼື ຮູບ ແບບອື່ນໆຕາມຜົນກໍາ ແລະ ສິ່ງທີ່ສາມາດຜ່ອນຜັນບັນເທົາ ແລະ ລະງັບເວນກໍາ ໄດ້ແມ່ນຕ້ອງຈາກການ ເຮັດບູນ,  ການອະໂຫສິດກໍາໃຫ້ກັນ, ການບໍ່ຈ່ອງເວນກັນ ຫຼື ເວນຕ້ອງລະງັບດ້ວຍການບໍ່ຈ່ອງເວນ.

SA Game
DooDiDo

ນອກຈາກນີ້, “ເວນ” ຍັງໝາຍເຖິງການເວນຄືນ ຊຶ່ງແມ່ນການເອົາສິ່ງຂອງທີ່ຢືມ ຫຼື ເອົາສົ່ງຄືນ, ທົດແທນຄືນ. ອີກຄວາມໝາຍນຶ່ງ“ເວນ” ແມ່ນການເຝົ້າຍາມ ຫຼື ເວນຍາມ ອາດຈະແບ່ງເປັນກະ ຫຼື ຝຽນ ມອບໝາຍໃຫ້ກັນ ເຊັ່ນ: ການເຂົ້າເວນຂອງອ້າຍນ້ອງຕະຫານ, ການເຂົ້າເວນຂອງພະຍາບານ, ການເຂົ້າເວນຂອງຕໍ່າຫຼວດ ເປັນຕົ້ນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າເວັນ”.

“ເວັນ” (1. ຄໍານາມ) ເວລາແຕ່ເຊົ້າເຖິງຄໍ່າ, ເວລາຍັງເຫັນພຣະອາທິດຢູ່, ພຣະອາທິດ. ກາງເວັນ.

ຕົວຢ່າງ:

  • ກາງເວັນແດດປ້ຽງໆ ຮ້ອນແທ້ຮ້ອນວ່າ ຝົນກໍບໍ່ຕົກຈັກນ້ອຍ ລົມກໍບໍ່ມີ ເຮັດວຽກກາງແຈ້ງໃຫ້ລະມັດລະວັງ ເປັນວິນເດີ.
  • ໃນລະດູໜາວ ແລະ ໃນລະດູຮ້ອນ ກາງເວັນ ແລະ ກາງຄືນ ມີເວລາແຕກຕ່າງກັນ ດັ່ງ ລະດູໜາວກາງ ເວັນເວລາສັ້ນກວ່າກາງຄືນ. ສ່ວນລະດູຮ້ອນມື້ເວັນມີເວລາຍາວກວ່າກາງຄືນ.

ຄວາມໝາຍຄຳວ່າເວນ”.

“ເວນ” (1. ຄໍານາມ) ຄວາມພະຍາບາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ. (2. ຄໍາກິລິຍາ) ເຄນ, ມອບໃຫ້, ໃຫ້.

ຕົວຢ່າງ:

  • ຈັກແມ່ນເວນກໍາສ້າງໄວ້ແຕ່ຊາດໃດຂອງລາວບຸ ເຫັນລາວມີແຕ່ເຈັບກັບເຈັບ ແລະ ໄດ້ຍິນວ່າລາວ ຊິໄປ ເຮັດບູນຢູ່ວັດ ແລະ ສົ່ງເຄາະສົ່ງນາມໃຫ້ຊີວິດດີຂຶ້ນ.
  • ໂຄງການໄດ້ຊົດເຊີຍ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກດ້ວຍການເວນ ຄືນທີ່ດີນບ່ອນໃໝ່ໃຫ້ ແຕ່ບາງຄົນກໍຂໍເປັນເງິນ. ນອກຈາກນັ້ນ ຍັງໄດ້ຮັບການຊ່ວຍດ້ານອື່ນໆອີກ ເຊັ່ນ: ການສ້າງອາຊີບ, ການສຶກສາ, ສາທາ ແລະ ການພັດທະນາໂຄງລ່າງພື້ນຖານຢູ່ບ່ອນຈັດສັນໃໝ່.
  • ມູນິທິຊ່ວຍເຫຼືອຄົນເກີດອຸບັດຕິເຫດຕາມທ້ອງຖະໜົນ ໄດ້ຕົກຊີເວນກັນ ເພື່ອຍາມ ແລະ ປ່ຽນກັນພັກຜ່ອນ ໂດຍມີການແບ່ງເວນຍາມຄັກແນ່ ແຕ່ບາງມື້ອຸປະຕິເຫດຫຼາຍກໍຕ້ອງໄດ້ຊ່ວຍກັນ ແລະ ບໍ່ໄດ້ພັກເລີຍ.

ສະຫຼຸບ.

ຄໍາວ່າ “ເວັນ” ແມ່ນການບົ່ງບອກເຖິງເວລາ ຊຶ່ງເຮົາເອີ້ນວ່າກາງເວັນ ໝາຍເຖິງເວລາແຕ່ເຊົ້າເຖິງຄໍ່າ ຫຼື ຕາເວັນ ຂຶ້ນຈົນເຖິງຕາເວັນຕົກ ເປັນໄລຍະເວລາທີ່ໜ້າໂລກຖືກແສງແດດສ່ອງ ກົງກັນຂ້າມກັບກາງຄືນ. ສ່ວນຄໍາວ່າ “ເວນ” ແມ່ນຜົນຂອງການກະທໍາໃນທາງບໍ່ດີ ຫຼື ການສ້າງບາບ ຊຶ່ງຕ້ອງໄດ້ພົບພໍ້ກັບຄວາມລໍາບາກ ເອີ້ນເວນກໍາ ອີງຕາມ ຄວາມເຊື່ອທາງສາດສະໜາພຸດ ຖ້າສ້າງເວນກໍາແລ້ວມັນ ຈະສົ່ງຜົນຕໍ່ຊີວິດໃນຊາດຕໍ່ໆໄປ. ນອກຈາກນີ້, “ເວນ” ຍັງແມ່ນການເວນຄືນ ຫຼື ສົ່ງຄືນ ຫຼື ທົດແທນຄືນ ສິ່ງໃດສິ່ງນຶ່ງທີ່ຢືມ ຫຼື ເອົາມາກ່ອນ. ອີກຄວາມໝາຍນຶ່ງ “ເວນ” ແມ່ນການເຝົ້າຍາມ ຫຼື ເວນຍາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo