ຄໍາວ່າ “ແວ່ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແວ່ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ແວ່ນ” ມີຫຼາຍແບບເພື່ອຮັບໃຊ້ຕາມແຕ່ລະຈຸດປະສົງແຕກຕ່າງກັນອອກໄປ ແລະ ຜະລິດມາຈາກ ວັດສະດຸຫຼາຍແນວ ແຕ່ສ່ວນໃຫຍ່ແມ່ນຜະລິດມາຈາກຂີ້ຊາຍໂດຍຜ່ານຂະບວນການຜະລິດສະເພາະ ແວ່ນ ມີຫຼາຍແບບເຊັ່ນ: ແວ່ນແຍງໝາຍເຖິງວັດຖຸອຸປະກອນແນວນຶ່ງ ຫຼື ເຄື່ອງແຍງເບີ່ງເງົາຊຶ່ງເວລາແຍງຈະ ເກີດເງົາ ຫຼື ພາບສະເໝືອນຈິງ ແຕ່ກົງກັນຂ້າມກັນ ຕົວຢ່າງເວລາເຮົາແຍງແວ່ນຕົວຈິງແຂນຊ້າຍ ແຕ່ເງົາ ສະທ້ອນເປັນແຂນຂວາ. ແວ່ນຂະຫຍາຍສໍາລັບກ້ອງສ່ອງທາງໄກ ຫຼື ຂະຫາຍສິ່ງນ້ອຍໃຫ້ເປັນຮູບໃຫຍ່.  ແວ່ນຕາ ປະກອບມີ ແວ່ນຕາກັນແສງທົ່ວໄປ, ແວ່ນຕາກັນແດດ (ແວ່ນຕາດໍາ ຫຼື ເອີ້ນແວ່ນມືດ), ແວ່ນຕາ ຂະຫຍາຍ ສໍາລັບ ຄົນສາຍຕາສັ້ນ ຫຼື ຍາວ, ແວ່ນກັນແສງສໍາລັບຈອດເຫຼັກ, ແວ່ນລົດ, ແວ່ນສໍາລັບກໍ່ ສ້າງເຮືອນຊານບ້ານຊ່ອງ ແລະ ແວ່ນສໍາລັບໃຊ້ງານອື່ນໆ.

ນອກຈາກນີ້, “ແວ່ນ” ຍັງແມ່ນຊື່ຜັກແນວນຶ່ງ ເອີ້ນ ຜັກແວ່ນ ເກີດຢູ່ນໍ້າ ໃບມົນ ຄ້າຍຄືໃບຜັກໜອກ ສາ ມາດບໍລິໂພກໄດ້ ຊຶ່ງປະຊາຊົນມັກນໍາມາໜຶ້ງຊຸບກິນ ຫຼື ນໍາມາເຮັດສົ້ມກິນ ໂດຍລ້າງໃຫ້ສະອາດແລ້ວໃສ່ ນໍ້າສົ້ມນໍ້າໜໍ່ທີ່ແຕ່ງເກືອ ໝາກເຜັດ ແລະ ເຄື່ອງເທດແນວອື່ນເພື່ອກິນ ຫຼື ນໍາມາກິນກັບອາຫານປະເພດ ອື່ນບາງຢ່າງກໍໄດ້. ຜັກແວ່ນສ່ວນໃຫຍ່ມັກເກີດນໍາທົ່ງນາ ຫຼື ໜອງທີ່ນໍ້າບໍ່ເລີກ ເປັນຜັກທີ່ໃຫ້ຄຸນຄ່າທາງ ໂພສະນາການນພໍສົມຄວນ. “ແວ່ນ” ເມື່ອນໍາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງອື່ນດັ່ງ: ແວ່ນແຄ້ນ ໝາຍເຖິງເຂດແດນ, ເຂດແຂວງ ຫຼື ເຂດແຄວ້ນ ຫຼື ປະເທດ ແລະ ອື່ນໆ.

SA Game

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແວ່ນ”.

“ແວ່ນ” (1. ຄໍານາມ) ເຄື່ອງສ່ອງເບີ່ງເງົາ ເຮັດດ້ວຍແກ້ວໃສທາງຫຼັງທາບາແລ່ນ, ແວ່ນແຍງ, ແວ່ນສ່ອງ, ແວ່ນສະທ້ອນ. ຊື່ຜັກແນວນຶ່ງ ເກີດຢູ່ນໍ້າ ໃບມົນ ເອີ້ນ ຜັກແວ່ນ.

ຕົວ­ຢ່າງ: 

ແມ່​ໃຊ້​ຂ້ອຍ​ໄປ​ຊື້​ຜັກ​ແວ່ນ​ຢູ່​ຕະ​ຫລາດ​ມາ​ເຮັດ​ກິນ.

ຂ້ອຍ​ແຍງ​ແວ່ນ​ທຸກ​ມື້​ກ່ອນ​ອອກ​ເຮືອນ.

ສະຫຼຸບ.

ຄໍາວ່າ “ແວ່ນ” ໝາຍເຖິງ “ແວ່ນ” (1. ຄໍານາມ) ແມ່ນວັດສະດຸຢ່າງນຶ່ງສ່ວນໃຫຍ່ຜະລິດຈາກຂີ້ຊາຍ ໂດຍຜ່ານຂະບວນການສະ ເພາະ ແວ່ນມີຫຼາຍແນວຫຼາຍແບບ ເພື່ອການນໍາໃຊ້ທີ່ແຕກຕ່າງກັນອອກໄປເຊັ່ນ: ແວ່ນແຍງແມ່ນເຄື່ອງສ່ອງເບີ່ງເງົາເຮັດດ້ວຍແກ້ວໃສທາງຫຼັງທາບາ, ແວ່ນຂະຫຍາຍ, ແວ່ນກັນແດດ, ແວ່ນກັນກະສູນ, ແວ່ນ ລົດ, ແວ່ນເພື່ອການກໍ່ສ້າງ. ນອກຈາກນັ້ນ ຍັງແມ່ນຊື່ຜັກແນວນຶ່ງ ເອີ້ນ ຜັກແວ່ນ ເກີດຢູ່ນໍ້າ ແລະ ສາ ມາດນໍາມາກິນໄດ່້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo