ຄໍາວ່າ “ກອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ກອນ” ໝາຍເຖິງບົດຂຽນ, ບົດເວົ້າ, ບົດລໍາ ທີ່ເປັນວັກໆ ເກາະກ່າຍຄ່ອງກັນໄປ ສໍາພັດໃນ ສໍາພັດໃນ ສໍາພັດນອກຕາມຫຼັກການ ແຕ່ບໍ່ແມ່ນບົດເລື່ອງ. ກອນ ແບ່ງອອກເປັນຫຼາຍແນວ ດັ່ງ: ກອນເວົ້າ, ກາບ ກອນ ຫຼື ກະວີ ເປັນເລື່ອງ, ກອນລໍາ, ລໍາເລື່ອງຕໍ່ກອນ ເປັນຕົ້ນ. ຄົນທີ່ແຕ່ງກອນ ເອີ້ນ ນັກແຕ່ງກອນ ຫຼື ນັກກະວີ.

ການແຕ່ງກອນແມ່ນມີວັດຖຸປະສົງ ເພື່ອສື່ສິ່ງທີ່ຢາກເວົ້າ ຢາກເຮັດ ແລະ ໃຕ້ຈິດສໍາ ນຶກໃຫ້ແກ່ຜູ້ອ່ານຜູ້ຟັງ ຕົວຢ່າງ ກອນອວຍພອນວັນຄູ, ກອນອວຍພອນວັນແມ່, ກອນອວຍພອນວັນປີໃໝ່, ກອນເວົ້າເຖິງຄວາມຮັກບ່າວສາວ ເປັນຕົ້ນ. “ກອນ” ຍັງໝາຍເຖິງໄລຜັກຕູ ຫຼື ໄລກອນປະຕູ, ໄລກອນປ່ອງຢ່ຽມ ຊຶ່ງແມ່ນທ່ອນໄມ້ທີ່ ເຮັດ ເພື່ອລ໋ອກຜັກຕູ ຫຼື ປະຕູ ອາດຈະເປັນປະຕູຮົ້ວ, ປະຕູເຮືອນ, ປ່ອງ ຢ້ຽມ ແຕ່ສະໄໝນີ້ບໍ່ຄ່ອຍນິຍົມກັນແລ້ວ ເພາະໃຊ້ກະແຈລູກບິດ ຫຼື ລ໋ອກເຫຼັກ ຫຼື ວັດຖຸແນວອື່ນແທນ ເພາະປອດໄພ ສະດວກ ແລະ ທົນທານກວ່າກອນ.

SA Game
DooDiDo

ນອກຈາກນີ້, ຄໍາວ່າ “ກອນ” ຍັງນໍາໄປໃຊ້ກັບຄໍາອື່ນອີກເຊັ່ນ: ຕໍ່ກອນ ໝາຍເຖິງສາມາດຕໍ່ສູ້ ຫຼື ສາມາດ ສູ້ຮົບຕີບໍ່ຍອມຖອຍໜີຈາກກັນ, ບຸກຄະລາກອນ ໝາຍເຖິງຄົນ ຫຼື ແຮງງານ ທີ່ເຮັດວຽກ, ປະຊາກອນແມ່ນ ໝົດທຸກຄົນໃນສັງຄົມ, ວິທະຍາກອນ ແມ່ນຜູ້ບັນລະຍາຍໃນການຝຶກອົຮົມກົງກັນຂ້າມກັບນັກສໍາມະນາກອນ ຊຶ່ງເປັນຜູ້ຮັບຟັງ, ພິທີກອນ ແມ່ນນັກປະກາດຂ່າວ, ວິສະວະກອນ ແມ່ນນັກອອກແບບກໍ່ສ້າງ, ສະຫະກອນ ແມ່ນສະມາຄົມການກະເສດ, ລັດຖະກອນ ແມ່ນພະນັກງານລັດ, ກໍາມະກອນ ແມ່ນຄົນອອກແຮງງານ, ກະສິກອນ ແມ່ນຄົນເຮັດສວນ, ສິນລະປະກອນ ແມ່ນນັກຄວັດນັກປັ້ນ, ຈິດຕະກອນ ແມ່ນຊ່າງວາດ ຊ່າງ ແຕ້ມ, ຂ້າຕະກອນ ແມ່ນຄົນທີ່ຂ້າຜູ້ອື່ນ, ອາດສະຍາກອນ ແມ່ນຜູ້ກະທໍາຜິດທາງອາຍາ, ລູກກອນ ແມ່ນ ເອົາແປ້ງ ຫຼື ສະໝູນໄພຜົງ ມາປັ້ນເປັນລູກມົນໆ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກອນ”.

“ກອນ” (1. ຄໍານາມ) ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວຮຽງກັນເປັນແຖວ. ຄໍາເວົ້າທີ່ມີສຽງເກາະ ກັນກ່າຍກັນ. ກອນລໍາ. ກາບກອນ. ກະວີ. (2. ຄໍາກິລິຍາ) ຄ່ອງກັນ, ເກາະກ່າຍກັນ. (3. ຄໍານາມ) ໄລຜັກຕູ “ກັນກົງກອນ ໝູ່ຍິງຍາ ຕ້ອງ” (ສິນໄຊ). (4. ຄໍານາມ) ມື, ແຂນ, ງວງຊ້າງ. ຣາຊາສັບໃຊ້ວ່າ ພຣະກອນ.

ຕົວ­ຢ່າງ:

  • ລໍາເລື່ອງຕໍ່ກອນ ແມ່ນວັດທະນາທໍາລາວ ທີ່ເປັນເອກະລັກ ແລະ ມີມາແຕ່ບູຮານ ຊຶ່ງໃນການສະ ແດງຈະມີຕົວລະຄອນເອກ, ຕະຫຼົກ, ຕົວຮ້າຍ ແລະ ອື່ນໆ ຈະມີການລໍາ ແລະ ເວົ້າຄຽງຄູ່ກັນໄປ.
  • ກອນອວຍພອນວັນແມ່ທີ່ລາວແຕ່ງແມ່ນມ່ວນ ແລະ ມີເນື້ອຫາດີ ເຮັດໃຫ້ລາວຊະນະການປະກວດ ແລະ ໄດ້ຮັບລາງວັນທີນຶ່ງ.
  • ກອນປະຕູຮົ້ວແມ່ນເຮັດດ້ວຍໄມ້ ເພື່ອລ໋ອກປະຕູໄວ້ ຖ້າຈະເຂົ້າຈະອອກຕ້ອງໄດ້ໄຂກອນເສຍກ່ອນ.
  • ກອນປ່ອງຢ້ຽມແມ່ນສາມາດໄຂລ໋ອກໄດ້ຈາກດ້ານໃນພຽງຢ່າງດຽວ ແຕ່ ຖ້າຢູ່ນອກເຮືອນແມ່ນບໍ່ ສາມາດໄຂລ໋ອກໄດ້ ເພາະມີໄວ້ກັນໂຈນເຂົ້າເຮືອນ.

ສະຫຼຸບ.

ຄໍາວ່າ “ກອນ” ໝາຍເຖິງເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວຮຽງກັນເປັນແຖວ. ໝາຍເຖິງກາບ ກອນ ຫຼື ບົດກະວີ ກອນມີປະເພດກອນເວົ້າ, ກອນລໍາແຕ່ງເກາະກ່າຍກັນ ຊຶ່ງຕາມຫຼັກການແຕ່ງກາບ ກອນແລ້ວ ຕ້ອງມີສໍາພັດໃນສໍາພັດນອກ.  ນອກຈາກນັ້ນ, ຍັງໝາຍເຖິງໄລກອນຜັກຕູຮົ້ວ ຫຼື ປະຕູຮົ້ວ, ໄລກອນປະຕູເຮືອນ ຫຼື ຜັກຕູເຮືອນ, ໄລກອນປ່ອງຢ້ຽມ, ໄລກອນສາງ, ໄລກອນເລົ້າເຂົ້າ. ໝາຍເຖິງມື, ແຂນ, ງວງຊ້າງ. ສ່ວນຣາຊາສັບເອີ້ນ ພຣະກອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo