ມາ​ຮູ້​ຈັກຄໍາວ່າ “ສໍ” ແລະ “ສໍ້” ໃນ​ພາ​ສາ​ລາວມີຄວາມໝາຍຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ສໍ” ແລະ “ສໍ້”.

ຄໍາວ່າ “ສໍ” ແລະ “ສໍ້” ມີການອອກສຽງໃກ້ຄຽງກັນ ແຕກຕ່າງຂອງການອອກສຽງສູງກັບສຽງຕໍ່າແບບເຫຍີ້ນໆ ແຕ່ມີຄວາມໝາຍແຕກຕ່າງກັນ.

ຄໍາວ່າ “ສໍ” ໝາຍເຖິງວັດຖຸຊະນິດນຶ່ງທີ່ມະນຸດສ້າງຂຶ້ນເພື່ອແຕ້ມ, ຂິດ ຫຼື ຂຽນ ມີຫຼາຍແນວເອີ້ນ ສໍຂາວ, ສໍດໍາ ແລະ ສໍສີ ເຮັດຈາກວັດຖຸດີບແຕກຕ່າງກັນອອກໄປ ເຊັ່ນ: ສໍຂາວເຮັດຈາກດິນຂາວ ຫຼື ຫີນຂາວ ຫຼື ປູນຂາວອັດ ແໜ້ນ ໃຊ້ຂຽນກະດານດໍາ, ສໍດໍາ ແລະ ສໍສີ ເຮັດຈາກແຮ່ປະສົມ ໃຊ້ສໍາລັບຂຽນ ຫຼື ແຕ້ມ ເຈ້ຍ. ບາງແນວສາ ມາດລືບໄດ້ ແລະ ບາງແນວບໍ່ສາມາດລືບໄດ້ຄືກັນກັບປາກກາ ແລະ ບິກ. ນອກຈາກນີ້, ຍັງໝາຍເຖິງໝາກມ່ວງ ສໍ ຫຼື ໝາກມ່ວງກະສໍ ເປັນໝາກມ່ວງປ່າທີ່ນໍາມາປູກ ສາມາດເວົ້າໄດ້ວ່າເປັນໝາກມ່ວງພື້ນບ້ານ ໜ່ວຍຕອນຍັງ ນ້ອຍ ຫຼື ດິບມີຢາງ ແລະ ສົ້ມຫຼາຍ ແຕ່ເວລາສຸກແມ່ນ ຫອມ ແລະ ຫວານດີ.

ຄໍາວ່າ “ສໍ້” ໝາຍເຖິງຂີ້ສໍ້ຕໍແລ່, ໂລບ ຫຼື ລັກເອົາຂອງຄົນອື່ນມາເປັນຂອງຕົນ ເຊັ່ນ: ສໍ້ລາດບັງຫຼວງ, ສໍ້ໂກງ. ພ້ອມກັນນີ້, ຍັງໝາຍເຖິງການ ຖາມຈີ້ ຫຼື ຖາມສໍ້, ເປັນການເວົ້າຫຼອກລໍ້ອໍເຊາະ ເປັນຕົ້ນ ນັກຮຽນຖາມສໍ້ອາຈານ, ແມ່ສໍ້ລູກວ່າລືມກະແຈຢູ່ໃສ, ນັກຂ່າວສໍ້ຖາມເຫດທີ່ເກີດຂຶ້ນເພື່ອຈະເອົາໄປຂຽນຂ່າວ, ຕຳຫຼວດສໍ້ຖາມນັກໂທດ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າສໍ”.

“ສໍ” (1. ຄໍານາມ) ເຄື່ອງຂຽນໜັງສືທີ່ເຮັດເປັນແທ່ງມີສີຕ່າງກັນ ເຊັ່ນ: ສໍຂາວ ເປັນສໍທີ່ເຮັດດ້ວຍດິນ ຫຼື ຫີນ ສີຂາວ ສໍາລັບຂຽນກະດານດໍາ, ສໍດໍາ ແມ່ນສໍທີ່ເຮັດດ້ວຍແຮ່ປະສົມ ສໍາລັບຂຽນເຈ້ຍຂາວ, ສໍສີ ແມ່ນສໍທີ່ມີສີຕ່າງ ກັນ ສໍາລັບຂຽນລາຍ. (1. ຄໍານາມ) ແມ່ນຊື່ໝາກມ່ວງແນວນຶ່ງ ເອີ້ນໝາກມ່ວງສໍ ຫຼື ກະສໍ.

ຕົວ­ຢ່າງ: 

  • ສະໄໝກ່ອນຄູ-ອາຈານ ສອນນັກຮຽນດ້ວຍການເອົາສໍຂາວຂຽນກະດານ ຊຶ່ງເຮັດໃຫ້ມີບັນຫາທາງເດີນຂອງ ລະບົບຫາຍໃຈ. ປະຈຸບັນແມ່ນທັນສະໄໝຫຼາຍ ການສອນແມ່ນໃຊ້ລະບົບຄອມພິວເຕີ.
  • ການແຕ້ມຮູບໃຫ້ຄັກແທ້ແມ່ນໃຊ້ສໍດໍາເພື່ອສະເກັດ ແລະ ແຕ້ມລາຍ ຈຶ່ງລົງສີຕາມຫຼັງ.

ຄວາມໝາຍຄຳວ່າສໍ້”.

“ສໍ້” (1. ຄໍາກິລິຍາ) ໂລບເອົາ, ລັກເອົາຂອງຄົນອື່ນ, ຖາມ, ໂຈດ, ສະແດງການປະຈົບປະແຈງ, ເວົ້າຫຼອກລໍ້ອໍເຊາະ.

ຕົວ­ຢ່າງ: 

  • ມື້ກ່ອນ ສານຕັດສິນຄະດີສໍ້ລາດບັງຫຼວງ ເຫັນວ່າມູນຄ່າເສຍຫາຍແມ່ນຫຼາຍຕື້ກີບ ປະຈຸບັນສາມາດເກັບ ຄືນໄດ້ບໍ່ຮອດ 50% ແລະ ຜູ້ທີ່ສໍ້ໂກງແມ່ນຖືກຕັດສິນຈໍາຄຸກຫຼາຍຄົນ ພ້ອມຖືກປົດຕໍາແໜ່ງ ແລະ ໃຫ້ຊົດ ໃຊ້ຄ່າເສຍຫາຍ
  • ພໍແຕ່ຕໍາຫຼວດຈັບນັກໂທດໄດ້ ກະເລີ່ມສໍ້ຖາມເລື່ອງການລັກເຄື່ອງວ່າໄດ້ກະທໍາຈັກເທື່ອ ຢູ່ໃສ ເຂົ້າໄປເອົາ ດ້ວຍວິທີການໃດ.

ສະຫຼຸບ.

ຄໍາວ່າ “ສໍ” ແລະ “ສໍ້” ມີການອອກສຽງໃກ້ຄຽງກັນ ແຕ່ມີຄວາມໝາຍແຕກຕ່າງກັນ ຄໍາວ່າ “ສໍ” ໝາຍເຖິງອຸປະ ກອນການຂິດຂຽນຢ່າງນຶ່ງມີ ສໍຂາວ, ສໍດໍາ ແລະ ສໍສີ. ສ່ວນຄໍາວ່າ “ສໍ້” ໝາຍເຖິງການໂລບເອົາຂອງຜູ້ອື່ນມາ ເປັນຂອງໂຕ ແລະ ໝາຍເຖິງການສໍ້ສົນ ຫຼື ການເວົ້າຫຼອກລໍ້ອໍເຊາະ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo